ພິທີສະເຫຼີມສະຫຼອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊິນກັນພະຍາດແບບເອເລັກໂຕຣນິກ ຫຼື EIR ໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ ຜ່ານມາ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ໂຄອີຊືມິ ຊືໂຕມຸ ເອກອັກຄະລັດຖະທູດແຫ່ງປະເທດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ບີລານ ໂອຣັງ ເຊັບ ດູຣານີ ຜູ້ຕາງໜ້າອົງການອຸຍນີເຊັບປະຈໍາ ສປປ ລາວ, ທ່ານ ທີໂມຕີ ອາມສຕຣອງ ຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ: ວຽກງານການໃຫ້ວັກຊິນກັນພະຍາດຂອງ ສປປ ລາວ ແມ່ນເລີ່ມແຕ່ປີ 1982 ເປັນຕົ້ນມາ. ການຈົດບັນທຶກ, ການລາຍງານແມ່ນຈົດບັນທຶກໃສ່ເຈ້ຍທັງໝົດ. ມາຮອດປີ 2015 ກະຊວງສາທາລະນະສຸກຈຶ່ງໄດ້ນໍາເອົາລະບົບ DHIS2 ເຂົ້າມານໍາໃຊ້ເພື່ອເກັບກໍາຂໍ້ມູນຕົວຊີ້ບອກ ຂອງກະຊວງສາທາລະນະສຸກທັງໝົດ ຊຶ່ງເປັນບາດກ້າວຫັນປ່ຽນທີ່ສໍາຄັນ ແລະ ເຮັດໃຫ້ພະນັກງານມີຄວາມສະດວກສະບາຍໃນການບັນທຶກ, ລາຍງານດີຂຶ້ນກວ່າເກົ່າ. ເຖິງຢ່າງໃດກໍຕາມໃນໄລຍະ 4-5 ປີຜ່ານມາ ຍັງພົບຂໍ້ຫຍຸ້ງຍາກຫຼາຍຢ່າງ ໂດຍສະເພາະການຕົກລົ່ນຂອງຂໍ້ມູນທີ່ຈຸດບໍລິການຢູ່ບາງແຫ່ງທີ່ມີເດັກມາຮັບບໍລິ ການເປັນຈໍານວນຫຼາຍໃນແຕ່ລະມື້ ແຕ່ຍັງບໍ່ສາມາດຈົດບັນທຶກ ແລະ ລາຍງານໄດ້ທັນກັບເວລາ. ລະບົບການບັນທຶກຂໍ້ມູນວັກຊິນກັນພະຍາດຂອງ ສປປ ລາວ ໄດ້ມີການປ່ຽນແປງອັນສໍາຄັນອີກຄັ້ງຄື: ການນໍາໃຊ້ລະບົບລົງທະບຽນແບບເອເລັກໂຕຣນິກ ຫຼື ລະບົບ EIR ເຂົ້າມາເກັບກໍາສະຖິຕິການຮັບວັກຊິນຂອງເດັກນ້ອຍແຕ່ລະຄົນ.

ການນໍາໃຊ້ລະບົບເອເລັກໂຕຣນິກ ຫຼື ລະບົບດີຈີຕອນເຂົ້າມາຊ່ວຍໃນການບັນທຶກ, ວິເຄາະ, ລາຍງານຂໍ້ມູນແມ່ນທິດທາງຂອງກະຊວງສາທາລະນະສຸກ ກໍຄື ສປປ ລາວ ທີ່ຕ້ອງການກ້າວໄປສູ່ຄວາມທັນສະໄໝ ເທື່ອລະກ້າວ. ລະບົບ DHIS2 ຈະຊ່ວຍຫຼຸດປະລິມານວຽກ, ຫຼຸດຂໍ້ຜິດພາດໃນການບັນທຶກຈົດແຕ້ມໃຫ້ແກ່ພະນັກງານຜູ້ປະຕິບັດຕົວຈິງໃນທຸກຂັ້ນ ເຮັດໃຫ້ຂໍ້ມູນມີຄວາມວ່ອງໄວ, ມີຄຸນນະພາບ, ມີຄວາມປອດໄພ ແລະ ສ່ອງແສງໃຫ້ເຫັນສະພາບຂອງບັນຫາດ້ານສາທາລະນະສຸກຢ່າງຖືກຕ້ອງ ແລະ ຊັດເຈນທີ່ສຸດ, ຜູ້ບໍລິຫານແຕ່ລະຂັ້ນຈະສາມາດນໍາເອົາຂໍ້ມູນໃນລະບົບທັນສະໄໝນີ້ໄປນຳໃຊ້, ວິເຄາະ-ວິໄຈ ແລະ ວາງແຜນແກ້ໄຂບັນຫາໄດ້ຢ່າງຖືກຈຸດ ແລະ ມີປະສິດທິພາບ ຊຶ່ງຈຸດປະສົງຂອງລະບົບລົງທະບຽນການໃຫ້ວັກຊິນກັນພະຍາດແບບເອເລັກໂຕຣນິກເພື່ອຫຼຸດຜ່ອນການນໍາໃຊ້ເອກະສານໃຫ້ໜ້ອຍລົງເທື່ອລະກ້າວ ຈະຊ່ວຍຫຼຸດປະລິມານວຽກການຈົດບັນທຶກ ແລະ ການພິມລາຍງານຂອງພະນັກງານຜູ້ປະຕິບັດວຽກງານຕົວຈິງໃນແຕ່ລະຈຸດບໍລິການ; ຫຼຸດຜ່ອນຂໍ້ຜິດພາດໃນການບັນທຶກ, ການລາຍງານຈາກການສັງລວມບັນດາເອກະສານທີ່ມີເປັນຈໍານວນຫຼາຍ; ຫຼຸດຜ່ອນງົບປະມານຈໍານວນຫຼາຍໃນການຈັດພິມບັນດາແບບຟອມຕ່າງໆ ຊຶ່ງການພິມຄັ້ງໜຶ່ງແມ່ນໃຊ້ງົບປະມານຈໍານວນຫຼວງຫຼາຍ ແລະ ກໍຍັງພົບບັນຫາຂໍ້ມູນບໍ່ຊັດເຈນ.
ໂອກາດນີ້, ທ່ານ ບຸນແຝງ ພູມມະໄລສິດ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານງົບປະມານ, ອຸປະກອນ ແລະ ວິຊາການໃນການຈັດຕັ້ງປະຕິບັດຈົນເຫັນຜົນເປັນຮູບປະທໍານັບແຕ່ປີ 2023 ເປັນຕົ້ນມາ.