Home ຂ່າວພາຍໃນ ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ໃນທົ່ວປະເທດ

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ໃນທົ່ວປະເທດ

0

ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ 2 ຝ່າຍ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ(ຟຟລ) ແລະ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈໍາກັດຜູ້ດຽວ ເພື່ອສຶກສາຮ່ວມມືການຈັດລະບຽບສາຍສື່ສານ, ສາຍໂທລະຄົມມະນາຄົມ ແລະ ສາຍໄຟຟ້າແຮງດັນຕໍ່າ 0,4 ກິໂລໂວນ ທີ່ຢູ່ເສົາໄຟຟ້າລົງພື້ນດິນ ໂດຍການລົງນາມ ຂອງ ທ່ານ ຟອງປະສິດ ເພັດສີສຸກ ຮອງຜູ້ອໍານວຍການໃຫຍ່ ຟຟລ ແລະ ທ່ານ ສຸກສາຄອນ ສິມມາລາວົງ ຜູ້ອໍານວຍການ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈໍາກັດຜູ້ດຽວ ແລະ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ຂອງ ທ່ານ ປອ ອາຄົມເດດ ວົງໄຊ ຜູ້ອໍານວຍການໃຫຍ່ ຟຟລ, ທ່ານ ພວງປະເສີດ ແກ້ວສຸວັນ ຫົວໜ້າຫ້ອງການກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສຸດໃຈ ລໍລອນສີ ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ວິລະສັກ ວົງໄຊ ປະທານ ບໍລິສັດ ເເອວໄອທີ ໂຊລູຊັນ ຈໍາກັດ ມີຄະນະຜູ້ອໍານວຍການ, ຄະນະບໍລິຫານຂອງສອງຝ່າຍ ແລະ ແຂກຖືກເຊີນເຂົ້າຮ່ວມ.

ພິທີລົງນາມການຮ່ວມມືໃນຄັ້ງນີ້ຖືເປັນບາດກ້າວທີ່ສໍາຄັນ ເພື່ອສຶກສາຄວາມເປັນໄປໄດ້ໃນການຈັດສັນຄວາມເປັນລະບຽບຂອງບັນດາສາຍໂທລະຄົມທີ່ເກາະຫ້ອຍຕາມເສົາໄຟຟ້າໃນຂອບເຂດທົ່ວປະເທດ ເຊິ່ງໃນປັດຈຸບັນ ບໍລິສັດ ສີສັນ ຮ່ວມມືພັດທະນາ ສາກົນ ຈໍາກັດຜູ້ດຽວແມ່ນມີບົດບັນທຶກຄວາມເຂົ້າໃຈ ກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການດໍາເນີນການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງສາຍສື່ສານໂທລະຄົມລົງພື້ນດິນ ທີ່ເປັນສາຍເກາະຫ້ອຍຢູ່ເສົາໄຟຟ້າຂອງ ຟຟລ ປະຈຸບັນ ພາຍຫຼັງການລົງນາມສໍາເລັດ ຟຟລ ແລະ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈໍາກັດຜູ້ດຽວ ຈະໄດ້ພ້ອມກັນຄົ້ນຄ້ວາ ສຶກສາ ທາງດ້ານເຕັກນິກຮ່ວມກັນເພື່ອນໍາເອົາສາຍໂທລະຄົມ ແລະ ສາຍໄຟຟ້າແຮງດັນຕໍ່າ 0,4 ກິໂລໂວນ ທີ່ເກາະຫ້ອຍຢູ່ເສົາໄຟຟ້າລົງພື້ນດິນ.

ເຊິ່ງໂຄງການຈະໄດ້ແບ່ງວຽກອອກເປັນ 3 ໄລຍະ ຄື: ໄລຍະທີ 1 ມີຂອບເຂດຈັດຕັ້ງປະຕິບັດເລີ່ມຈາກ 3 ແຍກສີໄຄ – ຫໍຄໍາ – ປະຕູໄຊ – ຫໍປະຊຸມແຫ່ງຊາດຫຼັກ 6 ລວມໄລຍະທາງ 12 ກິໂລແມັດ, ໄລຍະທີ 2: ແມ່ນເນັ້ນໃສ່ 4 ເມືອງຫຼັກໃນນະຄອນຫຼວງວຽງຈັນ ເຊັ່ນ: ເມືອງສີໂຄດຕະບອງ, ເມືອງຈັນທະບູລີ, ເມືອງໄຊເສດຖາ ແລະ ເມືອງສີສັດຕະນາກ ເຊິ່ງທາງໂຄງການຈະເຮັດເປັນ 2 ແບບ ຄື: ເອົາບັນດາສາຍສົ່ງໂທລະຄົມລົງພື້ນດິນ ແລະ ຕິດຕັ້ງຄອນສາຍໃຫມ່, ສໍາລັບໄລຍະທີ 3: ແມ່ນໄດ້ເນັ້ນໃສ່ຕົວເມືອງຫຼັກຂອງແຕ່ລະແຂວງ ແລະ ການເຊື່ອມຕໍ່ ບັນດາແຂວງ ຫາ ແຂວງ ເປັນຫຼັກ.

ທີ່ມາ : #ລັດວິສາຫະກິດໄຟຟ້າລາວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version