ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ກອງປະຊຸມ ປຶກສາຫາລືຍຸດທະສາດການສ້າງຕົວເມືອງແບບຍືນຍົງຂອງອາຊຽນ ໄລຍະທີ 2 ຈັດຂຶ້ນໃນວັນທີ 2 ພຶດສະພາ 2025 ທີ່ນະຄອນ ຫລວງພະບາງ ໂດຍການເປັນປະທານຂອງທ່ານ ສະເຫວີຍ ສີລາວັນ ຮອງເຈົ້ານະຄອນ ຫລວງພະບາງ, ທ່ານ ອາວີ ຊາກາ ຫົວໜ້າຫ້ອງການອົງການສະຫະປະຊາຊາດ ດ້ານເຄຫາສະຖານປະເທດລາວ, ມີຜູ້ຕາງໜ້າພະແນກການຂອງແຂວງ, ຫ້ອງການທີ່ກ່ຽວຂ້ອງຂອງ ນະຄອນ ຫລວງພະບາງ ແລະ ວິຊາການທີ່ຊ່ວຍວຽກຂອງໂຄງການ ເຂົ້າຮ່ວມ.
ໂຄງການຍຸດທະສາດການສ້າງຕົວເມືອງ ແບບຍືນຍົງຂອງອາຊຽນ ມີຈຸດປະສົງເພື່ອເພີ່ມຄວາມເຂົ້າໃຈ ແລະການນຳໃຊ້ ຍຸດທະສາດການສ້າງຕົວເມືອງແບບຍືນຍົງຂອງອາຊຽນ ໃນບັນດາເມືອງທີ່ເປັນສະມາຊິກ ອາຊຽນ ແລະ ສ້າງຂົວຕໍ່ປະສົບການ ຂອງບັນດາເມືອງໃນອາຊຽນ ໄປສູ່ລະດັບພາກພື້ນ ແລະ ທົ່ວໂລກ, ເຊິ່ງໂຄງການໄລຍະທີ II ຈະສຸມໃສ່ ການເພີ່ມຈໍານວນ ຕົວເມືອງ ທີ່ເຂົ້າຮ່ວມໃນທົ່ວເມືອງຂອງສະມາຊິກ ອາຊຽນ, ສະໜັບສະໜູນ ຄວາມພະຍາຍາມຂອງບັນດາເມືອງ ໃຫ້ມີຄວາມກ້າວໜ້າ ການແກ້ໄຂການພັດທະນາຕົວເມືອງ ຢ່າງມີປະສິດທິພາບ ແລະຂະຫຍາຍການເຜີຍແຜ່ ການມີສ່ວນຮ່ວມ ຂອງຕົວເມືອງ ທ້ອງຖິ່ນ ແລະພາກພື້ນ ທີ່ກ່ຽວຂ້ອງ, ເພື່ອສົ່ງເສີມ ການພັດທະນາຕົວເມືອງແບບຍືນຍົງ ໃນອາຊຽນ.

ໂຄງການດັ່ງກ່າວຈະເລັ່ງໃສ່ ການຈັດຕັ້ງປະຕິບັດ ຍຸດທະສາດ ການຫັນເປັນຕົວເມືອງ ແບບຍືນຍົງ ຂອງອາຊຽນ ໄລຍະ II (ໂຄງການ ASUS ໄລຍະ II), ເພື່ອສືບຕໍ່ໃຫ້ປະຕິບັດຍຸດທະສາດການສ້າງຕົວເມືອງແບບຍືນຍົງຂອງອາຊຽນ ເປັນຈຸດໃຈກາງ ຂອງການປະຕິບັດງານ ການຫັນເປັນຕົວເມືອງແບບຍືນຍົງ ໃນອາຊຽນ ຄຽງຄູ່ກັບ ການເສີມຂະຫຍາຍການເຊື່ອມຕໍ່ ແລະການເຄື່ອນໄຫວ, ກ້າວໄປສູ່ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ (SDGs) ແລະ ວາລະຕົວເມືອງໃໝ່ (NUA) ໃນທົ່ວພາກພື້ນ, ແນໃສ່ເພີ່ມທະວີ ແລະ ຂະຫຍາຍການສະໜັບສະໜູນ ໃຫ້ແກ່ລັດຖະບານທ້ອງຖິ່ນ ແລະ ບັນດາພາກສ່ວນກ່ຽວຂ້ອງ ດ້ວຍການສ້າງຄວາມສາມາດ, ປັບປຸງການປະເມີນ ແລະ ຂໍ້ມູນຂອງເມືອງ, ປັບປຸງການເຂົ້າເຖິງ ໂອກາດແລກປ່ຽນຄວາມຮູ້, ເພີ່ມທະວີການເຊື່ອມຕໍ່ພາກພື້ນ, ເປີດກວ້າງການກຳນົດຜູ້ໃຫ້ທຶນ ແລະ ແຫລ່ງທຶນທີ່ມີທ່າແຮງ, ຄູ່ຮ່ວມງານ ເພື່ອຈັດຕັ້ງປະຕິບັດໂຄງການ, ສອດຄ່ອງກັນກັບໄລຍະທີ 1 ໂດຍຈະໄດ້ດຳເນີນງານພາຍໃຕ້ການຊີ້ນຳຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະບັນດາກະຊວງ ທີ່ກ່ຽວຂ້ອງ ໃນນັ້ນ, ຕົວເມືອງຈະໄດ້ຮ່ວມພັດທະນາບົດລາຍງານ ກ່ຽວກັບຄວາມກ້າວໜ້າ ຂອງການສະເໜີ ດ້ານວິຊາການຂອງເມືອງ, ເຂົ້າຮ່ວມໂຄງການ ໃນການວາງແຜນ ຕົວເມືອງ ແລະ ການຝຶກອົບຮົມຜູ້ນໍາເມືອງ, ເຂົ້າຮ່ວມໃນໂຄງການສ້າງຂີດຄວາມສາມາດ ບັນດາຜູ້ມີສ່ວນຮ່ວມ, ເຂົ້າຮ່ວມ ກອງປະຊຸມ ການພັດທະນາເມືອງແບບຍືນຍົງ ໃນອາຊຽນ ແລະປະກອບສ່ວນ ເຂົ້າໃນບົດລາຍງານ ການຫັນເປັນຕົວເມືອງແບບຍືນຍົງຂອງອາຊຽນ ເຊິ່ງຈະກວມເອົາ ທ່າອ່ຽງ ຂອງການຫັນເປັນຕົວເມືອງ ຂອງເມືອງທີ່ນອນຢູ່ໃນສະມາຊິກອາຊຽນ.
ຂ່າວ-ພາບ: ທອງດາ ທິບພະວົງ