ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບລົມຕາເວັນຕົກ ພັດປົກຄຸມພາກເໜືອ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງ ລົງຫາ ພາກໃຕ້, ຊຶ່ງຈະເຮັດໃຫ້ ອາກາດຈະຮ້ອນຢູ່ທົ່ວໄປໃນຕອນບ່າຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ໃນແຕ່ລະພາກ.