Home ຂ່າວໜ້າໜຶ່ງ ສປປ ລາວ ເຂົ້າຮ່ວມທົບທວນປະຈຳໄລຍະຢູ່ສະພາສິດທິມະນຸດ ສປຊ ດ້ວຍຜົນສໍາເລັດ

ສປປ ລາວ ເຂົ້າຮ່ວມທົບທວນປະຈຳໄລຍະຢູ່ສະພາສິດທິມະນຸດ ສປຊ ດ້ວຍຜົນສໍາເລັດ

0

ເມື່ອບໍ່ດົນມານີ້, ທີ່ ເຊີແນວ, ປະເທດສະວິດ, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານຄະນະກຳມະການສິດທິມະນຸດແຫ່ງຊາດ ພ້ອມດ້ວຍຄະນະທີ່ມາຈາກກະຊວງການຕ່າງປະເທດ ລວມທັງ ສໍານັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາ ຫ້ອງການ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ, ສະພາແຫ່ງຊາດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ກະຊວງພາຍໃນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ສູນກາງສະຫະພັນແມ່ຍິງລາວ ໄດ້ເຂົ້າຮ່ວມກອງປະຊຸມທົບທວນບົດລາຍງານແຫ່ງຊາດຂອງ ສປປ ລາວ ພາຍໃຕ້ກົນໄກທົບທວນປະຈໍາໄລຍະ ຫລື Universal Periodic Review (UPR) ຮອບວຽນທີ 4 ໃນກອງປະຊຸມຄັ້ງທີ 49 ຂອງໜ່ວຍງານເຮັດວຽກ ກ່ຽວກັບ UPR ຂອງສະພາສິດທິມະນຸດ ສປຊ ໂດຍການເປັນປະທານຂອງ ທ່ານ ຕາເຣັກ ແອມດີ ອາຣີຟູນ ອິດສະລາມ (Tareg Md Ariful Islam) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ, ຜູ້ຕາງໜ້າຖາວອນປະເທດບັງກະລາເທດ ປະຈໍາ ຫ້ອງການອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ, ຮອງປະທານສະພາສິດທິມະນຸດ ສປຊ.

ໃນກອງປະຊຸມທົບທວນຄັ້ງນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຫົວໜ້າຄະນະຜູ້ແທນ ສປປ ລາວ ໄດ້ກ່າວຄໍາເຫັນໃນພິທີເປີດໂດຍໄດ້ເນັ້ນເຖິງຄວາມສໍາຄັນຂອງກົນໄກ UPR ໃນການເພິ່ມທະວີການປົກປ້ອງ ແລະ ສົ່ງເສີມສິດທິມະນຸດໃນລະດັບສາກົນ ແລະ ລະດັບຊາດ ຜ່ານການສົນທະນາແບບໂປ່ງໃສ ແລະ ກົງໄປກົງມາຂອງປະເທດສະມາຊິກອົງການສະຫະປະຊາຊາດດ້ວຍກັນ ບົນພື້ນຖານການເຄົາລົບນັບຖືເຊິ່ງກັນ ແລະ ກັນ, ສະເໝີພາບ ແລະ ເຄົາລົບອະທິປະໄຕຂອງລັດ. ຫົວໜ້າຄະນະຜູ້ແທນລາວ ໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ແລະ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານສິດທິມະນຸດຢູ່ ສປປ ລາວ ນັບແຕ່ການທົບທວນປະຈໍາໄລຍະຮອບວຽນທີ 3 ໃນປີ 2020 ຈົນຮອດປັດຈຸບັນ. ໃນນັ້ນ, ສປປ ລາວ ໄດ້ມີການປັບປຸງລັດຖະທຳມະນູນໃນປີ 2025 ຫວ່າງບໍ່ດົນມານີ້ ເພື່ອເສີມຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສິດເປັນເຈົ້າປະເທດຊາດຂອງປະຊາຊົນລາວບັນດາເຜົ່າ, ປັບປຸງບູລະນະກົງຈັກການປົກຄອງ ເພື່ອໃຫ້ສອດຄ່ອງກັບສະພາບການໃໝ່, ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ, ສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍ ທີ່ສົ່ງເສີມ ແລະ ປົກປ້ອງສິດທິມະນຸດຈໍານວນຫລາຍສະບັບ, ຄວາມຄືບໜ້າຂອງການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ, ການລຶບລ້າງຄວາມທຸກຍາກ, ການສົ່ງເສີມສິດທິດ້ານສຶກສາ, ສຸຂະພາບ, ສິ່ງແວດລ້ອມທີ່ດີ, ການຕ້ານ ແລະ ຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ, ການສົ່ງເສີມບົດບາດຍິງ-ຊາຍ, ການມີສ່ວນຮ່ວມຂອງເພດຍິງໃນວຽກງານລັດຖະການ, ໃນຂົງເຂດເສດຖະກິດ, ສັງຄົມ, ວັດທະນະທໍາ ແລະ ຄອບຄົວ, ສິດທິຂອງເດັກນ້ອຍ, ຄົນພິການ, ຜູ້ສູງອາຍຸ, ສິດເສລີພາບດ້ານສື່ມວນຊົນ, ອົງການຈັດຕັ້ງທາງສັງຄົມ, ການຕ້ານການຄ້າມະນຸດ, ການຮ່ວມມືສາກົນດ້ານສິດທິມະນຸດ ແລະ ຜົນສໍາລັດອື່ນໆອີກ ທີ່ສະແດງໃຫ້ເຫັນເຖິງຄວາມພະຍາຍາມຢ່າງຕັ້ງໜ້າຂອງລັດຖະບານລາວ ໃນການສ້າງເງື່ອນໄຂເອື້ອອໍານວຍ ແລະ ສະພາບແວດລ້ອມທີ່ດີ ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ຊົມໃຊ້ສິດທິມະນຸດ ແລະ ອິດສະຫຼະພາບຂັ້ນພື້ນຖານຂອງຕົນຢ່າງເຕັມສ່ວນ ອີງຕາມລັດຖະທຳມະນູນ ແລະ ກົດໝາຍ, ພັນທະ ແລະ ຄໍາໝັ້ນສັນຍາດ້ານສິດທິມະນຸດສາກົນຂອງ ສປປ ລາວ ໂດຍສອດຄ່ອງກັບສະພາບຈຸດພິເສດ ແລະ ເງື່ອນໄຂຄວາມເປັນຈິງຂອງປະເທດ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ເນັ້ນເຖິງສັນຕິພາບ ແລະ ການພັດທະນາ ທີ່ມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດເຮັດສິດທິມະນຸດໄດ້ຮັບການສົ່ງເສີມ ແລະ ປະຕິບັດຢ່າງເຕັມສ່ວນ.

ໃນການທົບທວນບົດລາຍງານແຫ່ງຊາດຂອງ ສປປ ລາວ ຮອບວຽນທີ 4 ນີ້ ມີປະເທດສະມາຊິກ ສປຊ ຈໍານວນ 90 ປະເທດ ເຂົ້າຮ່ວມ ແລະ ກ່າວຄຳເຫັນ ຊຶ່ງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງ ສປປ ລາວ ໃນການປະຕິບັດສິດທິມະນຸດຕະຫຼອດໄລຍະ 5 ປີຜ່ານມາ. ປະເທດສະມາຊິກ ສປຊ ທີ່ ເຂົ້າຮ່ວມຍັງໄດ້ໃຫ້ຂໍ້ສະເໜີແນະຕໍ່ ສປປລາວ ລວມທັງໝົດ 257 ຂໍ້ ທີ່ກວມເອົາ ສິດທິດ້ານການເມືອງ ແລະ ສິດຂອງພົນລະເມືອງ, ສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ແລະ ບັນຫາອື່ນໆ ເພື່ອໃຫ້ ສປປ ລາວ ນໍາໄປພິຈາລະນາບົນພື້ນຖານຄວາມສະໝັກໃຈໃນການຈັດຕັ້ງປະຕິບັດໃນຊຸມປີຕໍ່ໜ້າ. ໃນໂອກາດດັ່ງກ່າວ, ຜູ້ຕາງໜ້າຈາກກະຊວງ ແລະ ອົງການທີ່ກ່ຽວຂ້ອງໃນຄະນະຜູ້ແທນລາວ ກໍໄດ້ປະກອບຄໍາເຫັນ ໂດຍໄດ້ອະທິບາຍຊີ້ແຈງຕໍ່ປະເດັນຕ່າງໆທີ່ບັນດາປະເທດສະມາຊິກ ສປຊ ໄດ້ຍົກຂຶ້ນ ອັນໄດ້ເຮັດໃຫ້ບັນດາປະເທດເຫລົ່ານັ້ນມີຄວາມຮັບຮູ້ ແລະ ຄວາມເຂົ້າໃຈເປັນຢ່າງດີ ກ່ຽວກັບ ການປົກປ້ອງ ແລະ ສົ່ງເສີມສິດທິມະນຸດທີ່ຕິດພັນກັບຂະແໜງການຕ່າງໆທີ່ກ່ຽວຂ້ອງຂອງ ສປປ ລາວ. ລັດຖະບານລາວ ຈະແຈ້ງທັດສະນະຂອງຕົນ ກ່ຽວກັບ ການສະໜັບສະໜູນ ຫລື ບໍ່ສະໜັບສະໜູນ ຕໍ່ບັນດາ 257 ຂໍ້ສະເໜີແນະນັ້ນ ໃນກອງປະຊຸມສະພາສິດທິມະນຸດ ສປຊ ຄັ້ງທີ 60 ໃນເດືອນກັນຍາ 2025.

ກົນໄກທົບທວນປະຈຳໄລຍະ (UPR) ແມ່ນກົນໄກທີ່ສໍາຄັນໜຶ່ງຂອງສະພາສິດທິມະນຸດ ສປຊ ສ້າງຕັ້ງຂຶ້ນໃນປີ 2006 ໂດຍມີຈຸດປະສົງເພື່ອທົບທວນການປະຕິບັດສິດທິມະນຸດຂອງປະເທດສະມາຊິກ ສປຊ ດ້ວຍກັນ (Peer-review) ຊຶ່ງທັງໝົດ 193 ປະເທດສະມາຊິກ ສປຊ ມີພັນທະເຂົ້າຮ່ວມການທົບທວນໃນທຸກໆ 4 ປີເຄິ່ງ. ໃນນັ້ນ, ປະເທດທີ່ຖືກທົບທວນ (State under Review) ມີສິດ ທີ່ຈະເຫັນດີ ຫລື ບໍ່ເຫັນດີຕໍ່ຂໍ້ສະເໜີແນະທີ່ຕົນໄດ້ຮັບຈາກການທົບທວນ. ຮອດປັດຈຸບັນ, ສປປ ລາວ ໄດ້ເຂົ້າຮ່ວມ ກົນໄກການທົບທວນປະຈໍາໄລຍະ UPR ມາແລ້ວ 4 ຄັ້ງຄື ຮອບວຽນທີ 1 ໃນປີ 2010, ຮອບວຽນທີ 2 ໃນປີ 2015, ຮອບວຽນທີ 3 ໃນປີ 2020 ແລະ ຮອບວຽນທີ 4 ໃນປີ 2025.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version