Home ຂ່າວການເມືອງ ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ເຝິກຊ້ອມພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ຢູ່ສະໜາມແດງ ນະຄອນຫຼວງມົດສະກູ ສ.ຣັດເຊຍ

ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ເຝິກຊ້ອມພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ຢູ່ສະໜາມແດງ ນະຄອນຫຼວງມົດສະກູ ສ.ຣັດເຊຍ

0

ນັບແຕ່ເດີນທາງມາຮອດປະເທດ ສ. ຣັດເຊຍ ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ໄດ້ເອົາໃຈໃສ່ ແລະ ຍົກສູງຄວາມຮັບຜີດຊອບໃນການຈັດຕັ້ງເຝິກຊ້ອມກຳລັງເພື່ອຮັບປະກັນເຖິງຄວາມເຂັ້ມແຂງທາງດ້ານຈັງຫວະເຕັກນິກເດີນສວນສະໜາມ ແລະ ມີຄວາມເປັນເອກະພາບ ຈົບງາມ ເພື່ອກະກຽມຄວາມພ້ອມຮອບດ້ານ.

ມາຮອດຄ່ຳຄືນຂອງວັນທີ່ 29 ເມສາ 2025 ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ໄດ້ເຂົ້າຮ່ວມຫັດແອບຊ້ອມປະສານໃຫຍ່ ຄັ້ງທີ I ກັບບັນດາກ້ອນກຳລັງສວນສະໜາມທີ່ເຂົ້າພິທີສະເຫຼີມສະຫຼອງ ເນື່ອງໃນວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ຢູ່ສະໜາມແດງ ນະຄອນຫຼວງມົດສະກູ ສ.ຣັດເຊຍ ໃນທ່າມກາງການຝຶກຊ້ອມທີ່ມີອາກາດໜາວເຢັນທັງມີຝົນຕົກ.

ແຕ່ຜ່ານການຫັດແອບຕົວຈິງ ເຫັນໄດ້ວ່າກ້ອນກຳລັງກອງທັບປະຊາຊົນລາວ ສາມາດຮັບປະກັນໄດ້ທາງດ້ານສຸຂະພາບ ຈັງຫວະເຕັກນິກເດີນສວນສະໜາມມີຄວາມເຂັ້ມແຂງ ແລະ ເປັນເອກະພາບກັບບັນດາກ້ອນກຳລັງ.

ທີ່ມາ: ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version