Home ຂ່າວການເມືອງ ໄຊຊະນະເສັ້ນທາງເລກ 9 ນຳໄປສູ່ການປົດປ່ອຍຫວຽດນາມໃຕ້ຢ່າງສະຫງ່າຜ່າເຜີຍ

ໄຊຊະນະເສັ້ນທາງເລກ 9 ນຳໄປສູ່ການປົດປ່ອຍຫວຽດນາມໃຕ້ຢ່າງສະຫງ່າຜ່າເຜີຍ

0

ເນື່ອງໃນໂອກາດລະນຶກວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ (30 ເມສາ 1975-30 ເມສາ 2025) ໄຊຊະນະເສັ້ນທາງເລກ 9 ພາກໃຕ້ຂອງລາວ ໃນລະດູໃບໄມ້ປົ່ງປີ 1971 ເປັນຂີດໝາຍແຫ່ງໄຊຊະນະຂອງບັ້ນຮົບໂຮ່ຈີມິນ ທີ່ປົດປ່ອຍຫວຽດນາມໃຕ້ໄດ້ຢ່າງສົມບູນ. ບັ້ນຮົບທາງເລກ 9 ທີ່ແຂວງສະຫວັນນະເຂດນັ້ນ, ນາຍ ແລະ ພົນທະຫານລາວຫຼາຍໆ ສະຫາຍອາດໄດ້ຮູ້, ໄດ້ເຫັນ ໂດຍພາຍໃຕ້ການຊີ້ນຳ ຂອງລັດຖະບານລາວອິດສະຫຼະທີ່ເຂດທີ່ໝັ້ນການປະຕິວັດຊາດ ເມືອງຊຳເໜືອ ແຂວງຫົວພັນ ເຊິ່ງໄດ້ຮັບແຈ້ງການໃຫ້ປະສານສົມທົບກັນ ລະຫວ່າງກຳລັງປະຕິວັດປົດປ່ອຍຊາດ ລາວ-ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອກະກຽມເປີດບັ້ນບຸກໂຈມຕີຈັກກະພັດອາເມຣິກາຜູ້ມາຮຸກຮານ ລາວ ແລະ ຫວຽດນາມໃນເມື່ອກ່ອນໃນດິນແດນຂອງລາວ ແລະ ຫວຽດນາມ ພາກໃຕ້ ເວົ້າລວມ, ເວົ້າສະເພາະແມ່ນເປີດບັ້ນບຸກໂຈມຕີທາງເລກ 9 ຫາ ຊາຍແດນຫວຽດນາມ ເພື່ອຕັດການຂົນສົ່ງອາວຸດຍຸດໂທປະກອນ ແລະ ສະບຽງອາຫານຂອງສັດຕູ ຢູ່ໃນເຂດພາກໃຕ້ຂອງລາວ ທີ່ສະໜອງໃຫ້ແກ່ກຳລັງຂອງພວກເຂົາ ໃນບັ້ນຮົບລາມເຊິນ 719 ປະລາໄຊລົງຢ່າງຮາບກ້ຽງ. ບັ້ນຮົບທາງເລກ 9 ແລະ ບັ້ນຮົບລາມເຊິນ 719 ເປັນການສ້າງເງື່ອນໄຂເອື້ອອຳນວຍຄວາມສະດວກ ແລະ ປອດໄພໃຫ້ແກ່ກອງກຳລັງປະຕິວັດຫວຽດນາມ ເຄື່ອນທັບຜ່ານເຂດແດນຂອງລາວ ເຄື່ອນທັບລົງສູ່ພາກໃຕ້ຫວຽດນາມ ເພື່ອກະກຽມສູ່ບັ້ນຮົບໂຮ່ຈີມິນໄດ້ຢ່າງສະດວກ, ຮັບປະກັນ ແລະ ໄວຂຶ້ນກວ່າເກົ່າ.

ພາຍໃຕ້ການນຳພາ ຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດຫວຽດນາມ ທີ່ພາກເໜືອ. ພັກ ແລະ ກອງທັບປົດປ່ອຍປະຊາຊົນລາວ ໄດ້ປະຕິບັດແນວທາງປົດປ່ອຍຊາດຂອງຕົນຢ່າງຮີບດ່ວນທັນການ ແລະ ຂ້ຽວຂາດ ໃນການເປີດບັ້ນຮົບທາງເລກ 9 ໂດຍສູ້ຮົບຮ່ວມກັບກອງກຳລັງປະຕິວັດຫວຽດນາມ ເປີດບັ້ນຮົບລາມເຊິນ 719 ໃນເບື້ອງຫວຽດນາມ ທັງສອງບັ້ນຮົບນີ້ ກຳລັງສັດຕູມີອາວຸດຍຸດໂທປະກອນທີ່ທັນສະໄໝກວ່າກຳລັງພວກເຮົາ ເຊິ່ງພວກເຂົາໄດ້ຮັບການສະໜັບສະໜູນໂດຍກອງທັບອາເມຣິກາ ແຕ່ສຸດທ້າຍພວກເຂົາກໍປະລາໄຊ. ໄຊຊະນະບັ້ນຮົບລາມເຊິນ 719 ທາງເບື້ອງຫວຽດນາມ ແລະ ໄຊຊະນະເສັ້ນທາງເລກ 9 ພາກໃຕ້ຂອງລາວ ໄດ້ສະແດງໃຫ້ເຫັນວິໄສທັດຍຸດທະສາດ ແລະ ນະໂຍບາຍທີ່ຖືກຕ້ອງ, ມີໄຫວພິກ ແລະ ມີສະຕິປັນຍາອັນສະຫຼາດສ່ອງໃສຂອງສູນກາງພັກ ລາວ ແລະ ຫວຽດນາມໃນເມື່ອກ່ອນ. ໄຊຊະນະເສັ້ນທາງເລກ 9 ໄດ້ເປັນຂີດໝາຍຄວາມໝັ້ນຄົງທີ່ໃຫຍ່ຫຼວງຂອງກອງທັບຂອງພວກເຮົາໃນການເຄື່ອນໄຫວຮ່ວມສາມັກຄີສູ້ຮົບ ຄຽງບ່າຄຽງໄຫຼ່ກັບເພື່ອນຫວຽດນາມໃນຍຸກປົດປ່ອຍຊາດຂອງສອງປະເທດ. ໝາກຜົນແຫ່ງໄຊຊະນະດັ່ງກ່າວ ແມ່ນສັນຍະລັກອັນສົດໃສ, ແມ່ນນ້ຳໃຈສາມັກຄີແບບພິເສດ ລະຫວ່າງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

50 ປີທີ່ສົງຄາມຜ່ານພົ້ນໄປ, ບົດຮຽນອັນລ້ຳຄ່າຈາກໄຊຊະນະເສັ້ນທາງເລກ 9 ພາກໃຕ້ຂອງລາວ ແລະ ບັ້ນຮົບລາມເຊິນ 719 ຍັງສືບຕໍ່ເສີມຂະຫຍາຍມູນເຊື້ອພິລະອາດຫານ ຂອງກອງທັບສອງຊາດ ລາວ-ຫວຽດນາມ, ເປັນບົດຮຽນອັນລ້ຳເລີດໃນການເຊີດຊູພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດທັງສອງປະເທດກ້າວສູ່ໄລຍະໃໝ່.

50 ປີແຫ່ງໄຊຊະນະບັ້ນຮົບໂຮ່ຈີມິນປົດປ່ອຍຫວຽດນາມໃຕ້ ແລະ ປົດປ່ອຍໄຊງ່ອນໄດ້ຢ່າງສົມບູນໃນວັນທີ 30 ເມສາ 1975, ຫວຽດນາມເໜືອ-ຫວຽດນາມໃຕ້ໄດ້ລວມເຂົ້າເປັນປະເທດໜຶ່ງດຽວ. ໄຊຊະນະບັ້ນຮົບເສັ້ນທາງເລກ 9 ພາກໃຕ້ຂອງລາວ ແມ່ນໄຊຊະນະຢ່າງຟົດຟື້ນພາຍຫຼັງ 50 ວັນຂອງການບຸກໂຈມຕີສັດຕູຢ່າງເນື່ອງນິດລຽນຕິດນັ້ນ, ແມ່ນໄຊຊະນະທີ່ມີຄວາມໝາຍຍຸດທະສາດຮັດແໜ້ນຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານຂອງສອງພັກ, ສອງລັດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ບໍ່ວ່າຢູ່ໃນສະໜາມຮົບ ແລະ ຢູ່ໃນຍຸກສັນຕິພາບ ກໍລ້ວນແຕ່ຄຽງບ່າຄຽງໄຫຼ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ພ້ອມກັນປົກປັກຮັກສາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ນັບມື້ຈະເລີນງອກງາມຂຶ້ນຢ່າງບໍ່ຢຸດຢັ້ງ.

ໂດຍ: ຊ ຊາຕີ ແດນມະນີໂຄດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version