ພິທີຍ່າງເພື່ອສຸຂະພາບສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 139 ປີ ວັນທີ 1 ພຶດສະພາ 2025 ໄດ້ຈັດຂຶ້ນໃນວັນທີ 1 ພຶດສະພານີ້ ທີ່ປະຕູໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຜູ້ນຳພັກ-ລັດ, ຄະນະບໍລິຫານງານສູນກາງສະຫະພັນກຳ ມະບານລາວ (ສກລ), ຜູ້ຕາງໜ້າອົງການຈັດຕັ້ງສາກົນຕ່າງໆປະຈຳລາວ, ພະນັກງານ-ລັດຖະກອນ, ສະ ມາຊິກກໍາມະບານ, ກໍາມະກອນ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.

ທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານລາວ ກ່າວວ່າ: ວັນທີ 1 ພຶດສະພາໄດ້ກາຍເປັນວັນບຸນໃຫຍ່ທີ່ມີຄວາມໝາຍສຳຄັນຢ່າງຍິ່ງຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນບຸນມະຫາສາມັກຄີທີ່ຊົນຊັ້ນກຳມະກອນໄດ້ສະແດງພະລັງແຮງເຂັ້ມແຂງຂອງຕົນ ແລະ ມີການສະເຫຼີມສະຫຼອງຢ່າງຄຶກຄື້ນໃນແຕ່ລະປີຢູ່ຫຼາຍປະເທດທົ່ວໂລກ. ສະນັ້ນ, ສກລ ຈຶ່ງໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ທັງເປັນການໂຮມຊຸມນຸມລະນຶກເຖິງວັນທີ່ມີຄວາມໝາຍສຳຄັນດັ່ງກ່າວ. ກິດຈະກຳຍ່າງເພື່ອສຸຂະພາບໃນຄັ້ງນີ້ໄດ້ມີສະມາຊິກກໍາມະບານ, ກໍາມະກອນ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມປະມານ 10 ພັນກວ່າຄົນ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນກໍາມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 139 ປີທີ່ມີຄວາມໝາຍສໍາຄັນນີ້, ສກລ ຮຽກຮ້ອງມາຍັງການຈັດຕັ້ງພັກ-ລັດ, ການຈັດຕັ້ງກໍາມະບານແຕ່ລະຂັ້ນ, ຫົວໜ່ວຍແຮງງານ ແລະ ສັງຄົມຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ຕໍ່ການສຶກສາອົບຮົມ, ຊ່ວຍເຫຼືອ, ກໍ່ສ້າງ ແລະ ພັດທະນາຊົນຊັ້ນກໍາມະກອນລາວ, ຜູ້ອອກແຮງງານລາວໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ໃນການເຊື່ອມໂຍງເຂົ້າກັບສາກົນໃນໄລຍະໃໝ່ ແລະ ຈົ່ງພ້ອມກັນເຫັນຄຸນຄ່າຂອງແຮງງານກໍາມະກອນ, ຜູ້ອອກແຮງງານລາວ ແລະ ປົກປ້ອງສິດຜົນປະໂຫຍດ ອັນຊອບທໍາຂອງເຂົາເຈົ້າ ດ້ວຍການໃຫ້ກຽດສັກສີ, ຄວາມສະເໜີພາບ, ລາຍຮັບທີ່ເປັນທຳ ແລະ ການອອກແຮງງານທີ່ປອດໄພ; ຮຽກຮ້ອງມາຍັງກໍາມະກອນ ແລະ ຜູ້ອອກແຮງງານລາວຈົ່ງສາມັກຄີ, ປຸ້ມລຸມກັນເຂົ້າຢູ່ອ້ອມຂ້າງ ພັກ-ລັດຖະບານ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນກຳລັງແຮງງານທີ່ມີລະບຽບວິໄນ ໃນການອອກແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີເລີດ, ທາດແທ້, ມູນເຊື້ອອັນດີງາມຂອງຊົນຊັ້ນກໍາມະກອນລາວ ແລະ ກາຍເປັນກໍາລັງຫຼັກແຫຼ່ງໃນຂະບວນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ.