Home ຂ່າວໜ້າໜຶ່ງ ສະຫລອງວັນສ້າງຕັ້ງກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ

ສະຫລອງວັນສ້າງຕັ້ງກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ

0

ພິທີສະເຫລີມສະຫລອງ ວັນສ້າງຕັ້ງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຄົບ ຮອບ 60 ປີ (3 ພຶດສະພາ 1965-3 ພຶດສະພາ 2025) ຈັດຂຶ້ນໃນວັນທີ 2 ພຶດສະພາ 2025 ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງ ປກສ, ມີການນຳກົມໃຫຍ່, ພະນັກງານປະຕິວັດອາວຸໂສບຳນານ, ນາຍຕຳຫລວດກົມກອງອ້ອມຂ້າງກົມໃຫຍ່ການເມືອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ພົຕ ສຸວັນນີ ສີສຸພາບມີໄຊ ຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ໃຫ້ຮູ້ວ່າ: ວັນທີ 3 ພຶດສະພາ ເປັນວັນໜຶ່ງທີ່ສໍາຄັນ ແລະ ມີຄວາມໝາຍໃນປະຫວັດສາດຂອງຊາດ, ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ເປັນວັນແຫ່ງການກຳເນີດ ກໍຄື ວັນສ້າງຕັ້ງກົມໃຫຍ່ການເມືອງປ້ອງ ກັນຄວາມສະຫງົບ ຂອງພວກເຮົາ ປີນີ້ແມ່ນຄົບຮອບ 60 ປີ. ກົມໃຫຍ່ການ ເມືອງປ້ອງກັນຄວາມສະຫງົບ ບໍ່ວ່າເວລາໃດ ກໍເປັນກໍາລັງທີ່ມີພາລະບົດບາດ ທີ່ສໍາຄັນທີ່ສຸດ ເຊິ່ງເຮັດໜ້າທີ່ເປັນເສນາທິການໃຫ້ແກ່ ກະຊວງປ້ອງກັນຄວາມສະຫງົບ ໃນຂົງເຂດວຽກງານໂຄສະນາອົບຮົມ, ວຽກງານພັກ-ພະນັກງານ, ວຽກງານການເມືອງ ແນໃສ່ຮັບປະກັນການປັບປຸງ-ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ມີລະ ບຽບແບບແຜນທັນສະໄໝ.

ພາລະບົດບາດ, ໜ້າທີ່ ແລະ ຜົນງານຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ເວລາໃດກໍຕິດພັນກັບການນໍາພາ-ຊີ້ນໍາ ໂດຍກົງ, ເດັດຂາດ, ຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ ກໍຄືອົງ ຄະນະພັກ ກະຊວງປ້ອງກັນຄວາມສະຫງົບໃນແຕ່ລະໄລຍະຂອງການປະຕິວັດ, ໃນການຕໍ່ສູ້ປົດປ່ອຍຊາດ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ມີບົດບາດໜ້າທີ່ສໍາຄັນໃນການເປັນເສນາທິການດ້ານການເມືອງ ຢ່າງໜັກແໜ້ນ, ການນໍາພາອັນສະຫລາດສ່ອງໃສ ແລະ ປີຊາສາມາດ ຂອງພັກປະຊາ ຊົນປະຕິວັດລາວ ແລະ ເດັດດ່ຽວ-ເດັດຂາດ ປະຕິບັດໜ້າທີ່ມີຜົນສໍາເລັດດ້ວຍຄວາມເອກອ້າງທະນົງໃຈ, ສັດຊື່ບໍລິສຸດຕໍ່ພັກ, ຕໍ່ຊາດ, ຕໍ່ປະຊາຊົນຢ່າງສຸດໃຈ.

ໃນທ່າມກາງການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕົວຈິງ ຕະຫລອດໄລຍະຜ່ານມາ, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະ ເຕັມໄປ ດ້ວຍນໍ້າໃຈເສຍສະລະະອັນສູງສົ່ງ ຍ້ອນເຫັນໄດ້ຜົນງານ-ໄຊຊະນະ ແລະ ການເຄື່ອນໄຫວນັ້ນການຈັດຕັ້ງຂັ້ນເທິງໄດ້ຍ້ອງຍໍສັນລະເສີນ ແລະ ຊົມເຊີຍຕໍ່ກົມກອງລວມໝູ່ ແລະ ບຸກຄົນດ້ວຍຮູບການຕ່າງໆ ເປັນຕົ້ນ ຍ້ອງຍໍກົມກອງລວມໝູ່ມີ: ຫລຽນໄຊອິດສະຫລະ ຊັ້ນ II ຈໍານວນ 2 ໜ່ວຍ, ຫລຽນໄຊພິລະອາດຫານຊັ້ນ II ຈໍານວນ 2 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ I ຈໍານວນ 1 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 3 ໜ່ວຍ, ຫລຽນໄຊແຮງງານ ຊັ້ນ III ຈໍານວນ 1 ໜ່ວຍ, ຍ້ອງຍໍຂັ້ນຕ່າງໆຈຳນວນໜຶ່ງ. ຍ້ອງຍໍບຸກຄົນມີຄື: ໄດ້ນາມມະຍົດເປັນວິລະຊົນແຫ່ງຊາດ 1 ທ່ານ, ຫລຽນໄຊພິລະອາດຫານ ຊັ້ນ III ຈໍານວນ 7 ໜ່ວຍ, ຫລຽນໄຊອິດສະຫລະຊັ້ນ II ຈໍານວນ 7 ໜ່ວຍ, ຫລຽນໄຊອິດສະ ຫລະ ຊັ້ນ III ຈໍານວນ 14 ໜ່ວຍ, ຫລຽນໄຊແຮງງານ ຊັ້ນ I ຈໍານວນ 10 ໜ່ວຍ, ຫລຽນໄຊແຮງງານ ຊັ້ນ II ຈໍານວນ 239 ໜ່ວຍ, ຫລຽນໄຊແຮງງານ ຊັ້ນ III ຈໍານວນ 305 ໜ່ວຍ, ຫລຽນກາແຮງງານ ຈໍານວນ 655 ໜ່ວຍ, ຫລຽນກາລະນຶກກອງທັບ ຈໍານວນ 258 ໜ່ວຍ, ຫລຽນກາລະນຶກ ປກສ ຈໍານວນ 750 ໜ່ວຍ, ໃບຍ້ອງຍໍຂັ້ນຕ່າງໆ ຈໍານວນ 1.420 ໃບ.

ເພື່ອເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ກົມໃຫຍ່ການ ເມືອງປ້ອງກັນຄວາມສະຫງົບ ຈະສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ໃນການຕັ້ງໜ້າເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫລວດ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ, ສຸມໃສ່ປັບປຸງເນື້ອໃນ, ວິທີການ, ຂັ້ນຕອນສຶກສາອົບຮົມໃຫ້ແທດເໝາະກັບໜ້າທີ່ການເມືອງໃນແຕ່ລະໄລຍະ, ສ້າງເງື່ອນໄຂໃຫ້ພະນັກງານນໍາພາ ຂັ້ນຍຸດທະສາດ, ພະນັກງານຫລັກແຫລ່ງແຕ່ລະຂັ້ນໄປບຳລຸງ-ກໍ່ສ້າງທາງດ້ານທິດສະດີການເມືອງ, ຮັບຮູ້-ກຳແໜ້ນພື້ນຖານທິດສະດີປະຕິວັດ, ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອຂອງກໍາລັງປ້ອງກັນຄວາມສະຫງົບ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນຮັບໃຊ້ພັກ, ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາ ຊົນຢ່າງແທ້ຈິງ; ປັບປຸງກໍ່ສ້າງພັກໃນກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບສູງ, ສ້າງສະມາຊິກພັກໃຫ້ໄດ້ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ; ປັບປຸງແບບແຜນການນໍາພາ, ແບບແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາ ແຕ່ສູນກາງຮອດທ້ອງຖິ່ນ ໃຫ້ເຂົ້າສູ່ລະບົບກົນໄກທັນສະໄໝຢ່າງມີວິທະຍາສາດ.

ຂ່າວ-ພາບ: ໜັງສືພິມຄວາມສະຫງົບ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version