Home ຂ່າວຕ່າງປະເທດ ໝອກຄວັນສົງຄາມການຄ້າຍັງບໍ່ຈາງຫາຍ

ໝອກຄວັນສົງຄາມການຄ້າຍັງບໍ່ຈາງຫາຍ

0

ໝອກຄວັນພາຍໃຕ້ຄວາມເຄັ່ງຕືງຈາກສົງຄາມການຄ້າ ຍັງບໍ່ມີທ່າທີອ່ຽງກ້າວໄປຫາສັນຍານບວກ ເມື່ອ ທ່ານ ໂດໂນທຣໍາ ປະທານາທິບໍດີສະຫະລັດອາເມລິກາຍັງປ່າວຂ່າວອ້າງ ຄໍາເວົ້າຫລອກລວງເອີ້ນວ່າ “ ຕົວະແຂກລົງເຮືອນ ” ຜ່ານສື່ມວນ​ຊົນຕ່າງໆວ່າຕົນເອງໄດ້ຍົກໂທລະສັບໂອ້ລົມ ແລະ ເຈລະຈາ ກັບ ທ່ານ ຜູ້ນໍາຈີນແລ້ວ ຂະນະທີ່ ຈີນ​ປະຕິເສດຕໍ່ຄໍາກ່າວອ້າງຂອງຜູ້ນໍາສະຫະລັດວ່າບໍ່ມີມູນຄວາມຈິງຈົນເຖິງປັດຈຸບັນນີ້ຍັງບໍ່ມີການເຈລະຈາໃດເລີຍກັບຜູ້ນໍາສະຫະລັດ.

ຕາມແຫລ່ງຂ່າວຂອງສໍານັກຂ່າວຊິນຮົວໄດ້ລາຍງານໃນວັນທີ 28 ເມສາ 2025 ນີ້ວ່າ: ໂຄສົກກະຊວງການຕ່າງປະເທດຈີນ, ທ່ານ ກົວ ເຈຍຄຸນໄດ້ຖະແຫລງຂ່າວຢືນຢັນວ່າຍັງບໍ່ມີການສົນທະນາຜ່ານທາງໂທລະສັບໃດໆທັງນັ້ນລະຫວ່າງຜູ້ນໍາຈີນກັບສະຫະລັດ ແລະ ຍັງສະແດງຈຸດຢືນຂອງຈີນກ່ຽວກັບສົງຄາມການຄ້າ-ການກີດກັ້ນພາສີຢ່າງຈະແຈ້ງວ່າ “ ຈະບໍ່ມີຜູ້ຊະນະໃນສົງຄາມກີດກັ້ນພາສີ ແລະ ສົງຄາມການຄ້າ”, ຖ້າຫາກການເຈລະຈາເປັນສິ່ງທີ່ສະຫະລັດຕ້ອງ ການຈິງນັ້ນຄວນຢຸດຕິຂົ່ມຂູ່ໃນການສວຍໂອກາດລັກຊັບຂອງຈີນແບບໜ້າຕາເສີຍໆ ແລະ ການເຈລະຈານັ້ນຕ້ອງຢູ່ບົນພື້ນຖານຄວາມເທົ່າທຽມ, ຄວາມເຄົາລົບ ແລະ ຜົນປະໂຫຍດຮ່ວມກັນ.

ນັກວິເຄາະເສດຖະກິດໃຫ້ຄໍາເຫັນໃນແງ່ມູມແຕກຕ່າງກັນວ່າ: ຄວາມຈິງແລ້ວສົງ ຄາມການຄ້າ ບໍ່ໄດ້ເກີດຂຶ້ນໃນໄລຍະທີ່ ທ່ານ ໂດໂນທຣໍາ ເປັນປະທານາທິບໍດີສະໄໝທີ 2 ນີ້ແຕ່ຫາກເກີດຂຶ້ນມາແຕ່ລາວເປັນປະທານາທິບໍດີສະໄໝທີ 1 ທີ່ຫລາຍທ່ານອາດຮູ້ດີໃນເວລານັ້ນຄື “ການວາງລະເບີດລູກທໍາອິດ” ໂຈມຕີບໍລິສັດຂອງຈີນກ່ຽວກັບການທໍາລາຍທຸລະກິດການບໍລິການ ແລະ ສະໜອງອຸປະກອນໂທລະຄົມ ເຊິ່ງໄດ້ໃສ່ຮ້າຍປ້າຍສີຕ່າງໆນາໆ, ຕໍ່ມາແນວຄວາມຄິດ ແລະ ມໍລະດົກຕົກທອດ ຂອງ ທ່ານ ທຣໍາໄດ້ສ້າງໄວ້ແລ້ວສົ່ງຕໍ່ໃຫ້ ທ່ານ ໂຈໄບເດັນ ອະດີດປະທານາທິບໍດີສະຫະລັດ ສືບຕໍ່ ປະຕິບັດມາຈົນເຖິງປັດຈຸບັນນີ້ຢ່າງບໍ່ລົດລະຄວາມພະຍາຍາມໃນການມ້າງເພທໍາລາຍຈີນ. ສະຫະລັດອາເມລິກາບໍ່ວ່າຍຸກໃດສະໄໝໃດຈະບໍ່ຍອມລົດລະ ແລະ ບໍ່ປ່ອຍວາງອໍານາດທີ່ມີຢູ່ໃນກໍາມືຄືເຂົາເຈົ້າຄິດວ່າ “ ມະຫາອໍານາດນໍາເບີ 1 ຂອງໂລກ ” ເຖິງແມ່ນຈະມີການປ່ຽນແປງຜູ້ນໍາການເມືອງຈາກພັກໜຶ່ງໄປຫາອີກພັກໜຶ່ງກໍຕາມ ແຕ່ຄວາມເປັນມະຫາອໍານາດຕາເວັນຕົກຍັງແຊກແຊງ ແລະ ສ່ອງແສງໃຫ້ເຫັນນະໂຍບາຍແຕກຕ່າງກັນຢ່າງຈະແຈ້ງ,ໃນນັ້ນບາງຄັ້ງອາດພົບເຫັນບາງປະທານາທິບໍດີຂອງສະຫະລັດອາດມຸ່ງເນັ້ນການເຮັດສົງຄົມແຜ່ລາມໄປທົ່ວໂລກໃນຮູບແບບຍ່ອມໆ ຫລື ສົງຄາມຕົວແທນ ເມື່ອໝົດວາລະປະທານາທິບໍດີຄົນເກົ່າແລ້ວປ່ຽນຜູ້ໃໝ່ກໍອາດມຸ່ງເນັ້ນໄປຫາຮູບແບບອື່ນໆທີ່ເປັນການບັນທອນ ຫລື ຕັດກໍາລັງຄູ່ແຂ່ງຂອງຕົນເອງ ຕົວຢ່າງ ສົງຄາມການຄ້າທີ່ພວມລຸກເປັນໄຟໃນປັດຈຸບັນນີ້ກໍເປັນໄປຕາມວິທີການປົກຄອງຂອງທຶນນິຍົມແບບເສລີປະຊາທິປະໄຕຂອງສະຫະລັດນັ້ນເອງ.

ທ່ານ ອະພິສິດ ເວດຊາຊີວະ, ອະດີດນາຍົກລັດຖະມົນຕີຂອງໄທໃຫ້ສໍາພາດຜ່ານສື່ວອດດອກຊາແນວ ( WATCHDOG CHANNEL)ໃນວັນທີ 27 ເມສາ 2025 ຜ່ານມານີ້: ນັບແຕ່ສົງຄາມເຢັນມານີ້ສະຫະລັດຮູ້ສຶກວ່າຕົນເອງເປັນມະຫາອໍານາດເປັນພຽງໜຶ່ງດຽວ ແຕ່ວ່າການເຕີບໂຕເສດຖະກິດຂອງຈີນພວມໄລ່ຈີ້ສະຫະລັດເຂົ້າມາເບິ່ງຄືວ່າ: ການພັດທະນານັ້ນໄດ້ນໍາໜ້າສະຫະລັດໃນບາງເລື່ອງ ແລະ ໄດ້ສ້າງຄວາມວິຕົກກັງວົນໃຫ້ສະຫະລັດຢ່າງຕໍ່ເນື່ອງ. ພ້ອມດຽວນີ້, ຂະໜາດເສດຖະກິດຂອງຈີນກໍໄລ່ບຽດຂຶ້ນມາເລື້ອຍໆບວກກັບລະບົບການເມືອງສະຫະລັດກັບຈີນບໍ່ເໝືອນກັນເຮັດໃຫ້ອາເມລິກາລະແວງວ່າຈີນໃຊ້ອໍານາດເສດຖະກິດນີ້ມາສະແຫວງຫາພັນທະມິດ ແລະ ແບ່ງໂລກອອກເປັນ 2 ຂົ້ວເປັນແບບສົງຄາມເຢັນຄືກັບສະຫະລັດຜະເຊີນກັບອະດີດສະຫະພາບໂຊຫວຽດ. ດ້ວຍເຫດທີ່ວ່ານັ້ນເຮັດໃຫ້ສະຫະລັດເລີ່ມສະກັດກັ້ນຈີນມາຕະຫລອດ ຖ້າເຮັດລັກສະນະແບບນັ້ນສິ່ງທີ່ສັງເກດເຫັນໄດ້ຈາກ ທ່ານ ທຣໍາເປັນປະທານາທິບໍດີສະໄໝທໍາອິດຕໍ່ເນື່ອງມາເຖິງ ທ່ານ ໄບເດັນກໍມຸ່ງເນັ້ນປະຕິບັດລັກ ສະນະແບບນີ້ມາຕະຫລອດ ຖ້າເບິ່ງແບບທໍາມະດາກໍລະນີການຂາດດູນການຄ້າຂອງສະຫະລັດກັບຈີນໜ້າຈະຫລຸດລົງ ເພາະເຫດຜົນໃດ? ຈີນກໍຍ້າຍຖານການຜະລິດມາຢູ່ອາຊຽນ ແລະ ເກືອບທຸກປະເທດເກີນດູນກັບສະຫະລັດ ກໍເປັນທີ່ມາວ່າພໍໄດ້ເປັນປະທາ ນາທິບໍດີກໍເລີຍຕັດສິນໃຈກວດລ້າງ ເຊິ່ງຖືວ່າເປັນອັນຕະລາຍຢ່າງຍິ່ງ ແຕ່ທີ່ນີ້ຖາມວ່າຜົນກະທົບຈະເກີດຂຶ້ນໃນສິ່ງທີ່ຈະຕ້ອງທໍາໃນແງ່ຂອງການຕອບສະໜອງ “ ຂ້ອຍເຄີຍໃຫ້ ຄໍາເຫັນຕໍ່ສື່ມວນຊົນ ຜ່ານມາແລ້ວວ່າ ຖ້າທຸກປະເທດເບິ່ງວ່າເລື່ອງນີ້ເປັນເລື່ອງຂອງຕົນເອງ ແລະ ຄິດພຽງແຕ່ວ່າເຮົາຈະເອົາຕົວລອດ ແບບໃດ?ນັ້ນຄົງຈະຕ້ອງແລ່ນໄປ ຫາສະຫະລັດແລ້ວກໍນໍາສະເໜີວ່າຈະໃຫ້ຫຍັງກັບສະຫະລັດເພື່ອແລກປ່ຽນກັບການທີ່ຈະຫລຸດອັດຕາພາສີລົງມາ. ຖ້າທຸກປະເທດ ເຮັດແບບນັ້ນສິ່ງຈະຕາມມາຄື: ອັນທີ 1 ລະບົບການຄ້າໂລກທີ່ເຄີຍມີມານັ້ນ ຈະວຸ້ນວາຍຮຸນແຮງຍິ່ງຂຶ້ນ,ເພາະຂ້ອຍສົມມຸດວ່າໄທ, ຫວຽດນາມ ຫລື ສະມາຊິກອາຊຽນໄປສະເໜີຫລຸດບາງສິ່ງບາງຢ່າງໃຫ້ກັບສະຫະລັດມັນກໍ່ໃຫ້ເກີດສິດຕາມກະຕິກາ(ກົດລະບຽບ,ລະບຽບການປະຕິບັດ)ຂອງການຄ້າໂລກສໍາລັບປະເທດອື່ນທີ່ຈະມາຮຽກຮ້ອງໃຫ້ເຂົາເຈົ້າຈະຕ້ອງໄດ້ສິດນັ້ນເຊັ່ນດຽວກັນ, ອັນທີ 2 ຂ້ອຍຂໍໃຊ້ຄໍາເວົ້ານີ້: ຄົນທີ່ຄິດຈະເອົາຕົວລອດ ແລະ ຈະບໍ່ມີໃຜ ລອດ, ເຮັດໄປເຮັດມາຕໍ່ໄປນີ້ລະບົບການຄ້າຈະບໍ່ເວົ້າກະຕີກາແລ້ວໃຜໃຫຍ່ກວ່າກໍມາຕໍ່ລອງ ແລະ ມາບີບຄົນທີ່ນ້ອຍກວ່າ ສະນັ້ນມີບາງປະເທດຈິ່ງອອກມາໃຊ້ຖອຍຄໍາຂ້ອນຂ້າງຮຸນແຮງວ່າຍຸກນີ້ເປັນຍຸກເຖື່ອນບໍ່ມີຂື່ບໍ່ແປ ບໍ່ມີກົດບໍ່ມີກະ​ຕິກາບໍ! ດ້ວຍເຫດຜົນທີ່ວ່ານັ້ນ ການໄປເຈລະຈາເຖິງແມ່ນວ່າເປັນເລື່ອງຈໍາເປັນ ຂ້ອຍຄິດວ່າຕ້ອງລະມັດ ລະວັງຢ່າໃຫ້ທຸກຄົນ ເປັນສ່ວນໜຶ່ງຂະບວນການທໍາລາຍລະບຽບການຄ້າໂລກ ນີ້ແມ່ນທັດສະນະລວມ”.

ຕາມແຫລ່ງຂ່າວຂອງຊີເອັນເອັນໄດ້ລາຍງານຜົນຂອງການສໍາຫລວດຄະແນນຄວາມນິຍົມຂອງປະທານາທິບໍດີສະຫະລັດ ພາຍຫລັງຂຶ້ນຮັບຕໍາແໜ່ງ 100 ວັນຄັ້ງທໍາອິດໃນຮອບ 70 ປີພົບວ່າ: ຄວາມນິຍົມຂອງ ທ່ານໂດໂນທຣໍາ, ປະທານາທິບໍດີສະຫະລັດໄດ້ຮັບຄະແນນພຽງ 41% ເທົ່ານັ້ນ ເຊິ່ງຖືວ່າເປັນອັດຕາສ່ວນໜ້ອຍທີ່ສຸດ ຖ້ານັບຖອຍຫລັງແຕ່ຍຸກອະດີດປະທານາທິບໍດີ ຄະໄວ ໄອເຊັນຮາວເປັນຕົ້ນມາ. ຂະນະດຽວກັນນັ້ນ ຜົນສໍາຫລວດຍັງອ້າງອີງວ່າ: ຊາວສະຫະລັດໃຫ້ຄະແນນການເຮັດວຽກຂອງ ທ່ານ ທຣໍາຫລຸດລົງເກືອບທຸກປະເດັນ. ທັງໝົດນັ້ນເປັນຜົນມາຈາກການແກ້ໄຂບັນຫາຂອງ ທ່ານ ທຣໍາໃຊ້ມາດຕະການຕັ້ງກໍາແພງພາສີກີດກັ້ນການຄ້າຈົນເຮັດໃຫ້ຕະຫລາດຫຸ້ນປັ່ນປວນ, ຜູ້ບໍລິໂພກມີຄວາມກັງວົນວ່າລາຄາສິນຄ້າຈະແພງຂຶ້ນ, ເງິນເຟີ້ເພີ່ມຂຶ້ນ ແລະ ອື່ນໆ.

ແຕ່ເຖິງແນວໃດກໍດີ ບັນດານັກວິເຄາະສົງຄາມການຄ້າທົ່ວໂລກໄດ້ສະຫລຸບວ່າ: ການກໍ່ສົງຄາມຈະບໍ່ ເປັນຮູບແບບການໃຊ້ອາວຸດ​ສົງຄາມ ແລະ ໃຊ້ເສດຖະກິດໂຈມຕີກັນນັ້ນລ້ວນແຕ່ສົ່ງຜົນກະທົບ ແລະ ບໍ່ເປັນຜົນດີເພາະວ່າ “ ການເອົານໍ້າສາດຫົດກັນຈະເຮັດໃຫ້ຕ່າງຝ່າຍກໍຕ່າງປຽກ ພຽງແຕ່ວ່າໃຜຈະປຽກຫລາຍ ຫລື ໜ້ອຍເທົ່ານັ້ນ” ແຕ່ຜູ້ເຈັບປວດ ແລະ ໜ້າສົງສານທີ່ສຸດຄືປະຊາຊົນຜູ້ຫາເຊົ້າກິນຄໍ່າທີ່ມີລາຍໄດ້ໜ້ອຍຈະໄດ້ຮັບຜົນກະທົບຫລາຍທີ່ສຸດ ຈາກບັນຫາປາກທ້ອງຄ່າຄອງຊີບແພງ, ໄພເງິນເຟີ້, ການວ່າງງານ ແລະ ອື່ນໆ. ສະນັ້ນທຸກໆຝ່າຍຄວນລະມັດລະວັງ ແລະ ໃຊ້ວິທີອວ່າຍໜ້າເຂົ້າຫາກັນໃນການປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນຮ່ວມກັນ, ໃຊ້ຊ່ອງທາງເຈລະຈາ ແລະ ຫລຸດຜ່ອນຢ່ອນຍານດ້ວຍເຫດ ຜົນໂດຍຖືເອົາການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ມີຄວາມຍຸຕິທໍາ, ໂປ່ງໃສ, ບໍ່ຂົ່ມເຫັງບໍ່ເອົາປຽບກັນ ແລະ ສາມາດຮັກສາໄດ້ຄວາມສະຫງົບເປັນຢ່າງດີ.

ໂດຍ: ສອດສ່ອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version