Home ຂ່າວໜ້າໜຶ່ງ ອົງຄະນະພັກແຂວງອຸດົມໄຊ ກໍານົດວິໄສທັດ-ຍຸດທະສາດ ແລະ ແຜນພັດທະນາແຂວງຕາາມທິດ 4 ໃຈກາງ

ອົງຄະນະພັກແຂວງອຸດົມໄຊ ກໍານົດວິໄສທັດ-ຍຸດທະສາດ ແລະ ແຜນພັດທະນາແຂວງຕາາມທິດ 4 ໃຈກາງ

0

ອົງຄະນະພັກແຂວງອຸດົມໄຊ ໄດ້ກໍານົດວິໄສທັດ ຍຸດທະສາດ ແລະ ແຜນການ ໃນການພັດທະນາແຂວງອຸດົມໄຊ ຕາມທິດ 4 ໃຈກາງ ຄື: ໃຈກາງທາງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໃຈກາງທາງດ້ານເສດຖະກິດ, ໃຈກາງທາງດ້ານວັດທະນະທໍາ-ສັງຄົມ ແລະ ໃຈກາງການບໍລິການ ແລະ ການທ່ອງທ່ຽວ ໂດຍສະເພາະດ້ານເສດຖະກິດ ແມ່ນໄດ້ສຸມໃສ່ ພັດທະນາຕາມ 4 ທ່າແຮງຫລັກຄື: ພັດທະນາດ້ານກະສິກໍາ ຕິດພັນກັບການປຸງແຕ່ງ ແລະ ການສົ່ງອອກ ພັດທະນາດ້ານອຸດສາຫະກໍາປຸງແຕ່ງ ແລະ ພະລັງງານສະອາດ, ພັດທະນາ ດ້ານການບໍລິ ການ-ການທ່ອງທ່ຽວ ແລະ ພັດທະນາ ດ້ານການຂົນສົ່ງທາງບົກ ເຊື່ອມຕໍ່ເສັ້ນທາງລົດໄຟ ລາວ-ຈີນ.

ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 6 ມັງກອນ 2026 ໃນຫົວຂໍ້: “ບົດຮຽນການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ຢູ່ແຂວງອຸດົມໄຊ” ໂດຍສະຫາຍ ໄດ້ຍົກໃຫ້ເຫັນຜົນງານ ແລະ ຜົນສຳເລັດ ທີ່ແຂວງອຸດົມໄຊ ຍາດມາໄດ້ຕະຫລອດໄລຍະ 5 ປີ (2021-2025) ຜ່ານມາ, ຊຶ່ງແຂວງອຸດົມໄຊ ໄດ້ສຸມໃສ່ຄົ້ນຄວ້າ, ກໍານົດນະໂຍບາຍຕ່າງໆ ຂອງແຂວງບົນພື້ນຖານກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ໄດ້ສ້າງເງື່ອນໄຂສະພາບແວດລ້ອມ ເອື້ອອໍານວຍຄວາມສະດວກ ໂດຍສະເພາະແມ່ນການສ້າງບັນຊີຮຽກການລົງທຶນ; ໄດ້ປັບປຸງ, ແກ້ໄຂພື້ນຖານໂຄງລ່າງເສັ້ນທາງຄົມມະນາຄົມ, ຕາຂ່າຍໄຟຟ້າທີ່ຈໍາເປັນ, ແກ້ໄຂບັນຫາທີ່ດິນເພື່ອຮອງຮັບໃຫ້ແກ່ການລົງທຶນ, ໄດ້ຈັດກອງປະຊຸມພົບປະພາກທຸລະກິດ ພາຍໃນ ແລະ ຕ່າງປະເທດ ເພື່ອເຜີຍແຜ່, ສະໜອງຂໍ້ມູນ, ແລກປ່ຽນຄໍາຄິດເຫັນດ້ານຕ່າງໆ ພ້ອມທັງລະດົມການລົງທຶນເປັນປົກກະຕິ (ປີລະ 2 ຄັ້ງ) ແລະ ໄດ້ປະສານສົມທົບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ຍາດແຍ່ງດຶງດູດການລົງທຶນລາຍໃຫຍ່ ຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ຢູ່ແຂວງອຸດົມໄຊ ໃນຂົງເຂດເສດຖະກິດ, ວັດທະນະທໍາ-ສັງຄົມ ໂດຍສະເພາະ ແມ່ນຕາມ 4 ທ່າແຮງຫລັກ ໄດ້ທັງໝົດ 501 ໂຄງການ, ມູນຄ່າການລົງທຶນທັງໝົດ 12.114,74 ຕື້ກີບ, ປະຕິບັດໄດ້ລື່ນແຜນ 4 ເທົ່າຕົວ ຂອງການລົງທຶນ. ພ້ອມກັນນີ້, ກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສໍາຫລວດ ແລະ ສຶກສາຄວາມເປັນໄປໄດ້ ໃນການລົງທຶນພັດທະນາດ້ານຕ່າງໆ ຢູ່ແຂວງອຸດົມໄຊ ຈໍານວນ 29 ໂຄງການ, ອັນພົ້ນເດັ່ນ ແມ່ນການລົງທຶນດ້ານການຜະລິດກະສິກຳ (ປູກ, ລ້ຽງ) ເປັນສິນຄ້າສະໜອງພາຍໃນ ແລະ ສົ່ງອອກ, ການລົງທຶນໂຄງການຂະໜາດໃຫຍ່ ໃນດ້ານອຸດສາຫະກຳປຸງແຕ່ງ, ພະລັງງານສະອາດ ແລະ ການຂົນສົ່ງ ຊຶ່ງການລົງທຶນດັ່ງກ່າວໄດ້ປະກອບສ່ວນຢ່າງໃຫຍ່ຫລວງແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ໂດຍສະເພາະແມ່ນ ສ້າງລາຍຮັບ, ສ້າງວຽກເຮັດງານທຳ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ຢ່າງຫລວງຫລາຍ, ໂຄງປະກອບເສດຖະ ກິດຂອງແຂວງມີການຫັນປ່ຽນຢ່າງຕັ້ງໜ້າ.

ຄຽງຄູ່ກັນນີ້, ຄະນະພັກ-ຄະນະກຳມະການປົກຄອງແຂວງອຸດົມໄຊ ຈະສຸມໃສ່ສ້າງສະພາບແວດລ້ອມດ້ານຕ່າງໆ, ເງື່ອນໄຂອໍານວຍຄວາມສະດວກແກ່ການລົງທຶນ ພາຍໃນ ແລະ ຕ່າງປະເທດ ໂດຍເລີ່ມຈາກປັບປຸງດ້ານນະ ໂຍບາຍຕ່າງໆຂອງແຂວງ ຕໍ່ກັບການລົງທຶນໃຫ້ສອດຄ່ອງ ບົນພື້ນຖານກົດໝາຍ ແລະ ລະບຽບການຂອງຂັ້ນເທິງວາງອອກ, ສືບຕໍ່ປັບປຸງກົນໄກຜ່ານປະຕູດຽວ, ແກ້ໄຂສິ່ງອັດຕັນໃຫ້ຄ່ອງຕົວ, ຫລຸດຜ່ອນຂັ້ນຂອດໃຫ້ໜ້ອຍລົງ, ສຸມໃສ່ແກ້ໄຂບັນຫາທີ່ດິນຮອງຮັບແກ່ການລົງທຶນ, ເລັ່ງກໍ່ສ້າງພື້ນຖານໂຄງລ່າງຖະໜົນຫົນທາງ ເປັນຕົ້ນ ທາງຫລວງແຫ່ງຊາດ 2E, 2W ເປັນທາງເຊື່ອມຕໍ່ຕາເວັນອອກຫາຕາເວັນຕົກ ທີ່ພວມປັບປຸງກໍ່ສ້າງໃຫ້ສໍາເລັດຕາມແຜນ ແຕ່ນີ້ຮອດປີ 2028, ປັບປຸງສ້ອມແປງທາງຫລວງແຫ່ງຊາດ 13 ເໜືອ, ທາງຫລວງທ້ອງຖິ່ນ ໃຫ້ຢູ່ໃນສະພາບທີ່ດີ ເພື່ອເຊື່ອມຕໍ່ກັບເສັ້ນທາງລົດໄຟ ລາວ-ຈີນ; ສືບຕໍ່ຍູ້ແຮງ, ຄຸ້ມຄອງຈັດຕັ້ງປະຕິບັດໂຄງການລົງທຶນຂະໜາດນ້ອຍ, ກາງ, ໃຫຍ່ ທີ່ພວມຈັດຕັ້ງປະຕິບັດ ໂດຍສະເພາະ ແມ່ນໂຄງການລົງທຶນຜະລິດກະສິກໍາ ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ໂຄງການພັດທະນາດ້ານອຸດສາຫະກໍາປຸງແຕ່ງ ແລະ ພະລັງງານສະອາດ ເຊັ່ນ: ໂຮງງານປຸງແຕ່ງຊີມັງອຸດົມໄຊຈຽງເກີ, ນິຄົມອຸດສາຫະກໍາທັນສະໄໝຂອງບໍລິສັດອໍາມະຕະຢູ່ເມືອງນາໝໍ້, ໂຄງການພະລັງງານສະອາດ ໄຟຟ້າແສງຕາເວັນ ແລະ ພະລັງງານລົມຂອງບໍລິສັດ CGN, ເຂື່ອນໄຟຟ້າແມ່ນໍ້າຂອງ ຢູ່ເມືອງປາກແບງ, ໂຄງການລົງທຶນ ພັດທະນາການບໍລິການ ແລະ ທ່ອງທ່ຽວ, ໂຄງການລົງທຶນ ພັດທະນາຂົນສົ່ງສິນຄ້າ ເຊື່ອມຕໍ່ເສັ້ນທາງລົດໄຟ ລາວ-ຈີນ ແລະ ອື່ນໆ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ພ້ອມທັງສຸມໃສ່ສ້າງ, ປັບປຸງບັນຊີຮຽກການລົງທຶນແຕ່ລະຂະແໜງການ, ຂົງເຂດວຽກງານ ໃຫ້ຈະແຈ້ງຕາມທິດທາງສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໂດຍສະເພາະແມ່ນ ຂົງເຂດເສດຖະກິດ ຕາມ 4 ທ່າແຮງຫລັກ ຄື: ດ້ານກະສິກໍາ ຕິດພັນກັບການປຸງແຕ່ງ, ດ້ານອຸດສະຫະກໍາປຸງແຕ່ງ ແລະ ພະລັງງານສະອາດ, ດ້ານການບໍລິການ ແລະ ການທ່ອງທ່ຽວ ແລະ ດ້ານການຂົນສົ່ງ ໃຫ້ຄົບຖ້ວນ ຈະ ແຈ້ງ. ພ້ອມທັງເຜີຍແຜ່, ໂຄສະນາຂໍ້ມູນຂ່າວສານ ດ້ວຍຫລາຍວິທີ ຜ່ານຊ່ອງທາງຂອງສື່ຕ່າງໆ ເພື່ອລະດົມ, ດຶງດູດການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ມາລົງທຶນຢູ່ແຂວງອຸດົມໄຊ ໃຫ້ນັບມື້ນັບຫລາຍຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version