Home ຂ່າວໜ້າໜຶ່ງ ເປີດວາງສະແດງຮູບພາບ ສະຫລອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ

ເປີດວາງສະແດງຮູບພາບ ສະຫລອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ

0

ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດງານວາງສະແດງຮູບພາບ ເນື່ອງໃນໂອກາດສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ ຄົບຮອບ 50 ປີ (30/4/1957-30/4/2025) ໃນວັນທີ 30 ເມສາ ຫາ 2 ພຶດສະພາ 2025 ທີ່ຫໍວັດທະນະທຳແຫ່ງຊາດ ເພື່ອໃຫ້ບັນດາມວນຊົນ, ນັກທ່ອງທ່ຽວ ສາມາດເຂົ້າມາຢ້ຽມຊົມ, ສຶກສາເຖິງປະຫວັດຄວາມໝາຍ ສຳຄັນຂອງວັນດັ່ງກ່າວ.

ໃນພິທີ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ວັນທີ 30 ເມສາ ແມ່ນວັນທີ່ມີຄວາມໝາຍສຳຄັນທີ່ສຸດທາງປະຫວັດສາດ, ເປັນວັນທີ່ປະຊາຊົນຫວຽດນາມ ມີຄວາມປິຕິຊົມຊື່ນເປັນພິເສດ ເພາະເປັນວັນປົດປ່ອຍພາກໃຕ້ຫວຽດນາມ, ເປັນວັນແຫ່ງການທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ແລະ ເປັນມະຫາໄຊລະດູບານໃໝ່ ປີ 1975 ເຊິ່ງມາຮອດປີນີ້ ຄົບຮອບ 50 ປີ. ການຈັກງານວາງສະແດງຄັ້ງນີ້, ເພື່ອເປັນການປະກອບສ່ວນສະເຫລີມສະຫລອງ ແລະ ໂຄສະນາເຜີຍແຜ່ຄວາມໝາຍຄວາມສຳຄັນປະ ຫວັດ ຄວາມເປັນມາ 50 ປີແຫ່ງໄຊຊະນະບັ້ນຮົບໂຮ່ຈີ່ມິງ ປົດປ່ອຍຫວຽດນາມໃຕ້ ແລະ ປົດປ່ອຍໄຊງ່ອນໄດ້ຢ່າງສົມບູນ ໃນວັນທີ 30 ເມສາ 1975 ເຮັດໃຫ້ຫວຽດນາມເໜືອ-ຫວຽດນາມໃຕ້ ໄດ້ລວມເຂົ້າເປັນປະເທດໜຶ່ງດຽວ. ພ້ອມກັນນີ້, ຍັງໄດ້ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນດູດດື່ມຂອງສອງປະເທດລາວ-ຫວຽດນາມ ບໍ່ວ່າຍາມໃດ, ໄລຍະໃດ ບັນດາສະຫາຍອະດີດການນຳຂັ້ນສູງ, ບັນດານັກຊ່ຽວຊານ, ທະຫານອາສາສະໝັກ ກໍຄື ປະຊາຊົນ ສອງຊາດລາວ-ຫວຽດນາມ ໄດ້ມີການພົບປະໄປມາຫາສູ່ແລກປ່ຽນ, ຖອດຖອນບົດຮຽນທີ່ດີຮ່ວມກັນ ໃນການພັດທະນາສ້າງສາປະເທດຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ໃນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ ພ້ອມທັງການທະ ຫານ ໃຫ້ມີມີຄວາມເຂັ້ມແຂງ ໃນການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ.

ຮູບພາບທີ່ນຳມາສະແດງໃນຄັ້ງນີ້, ມີຫລາຍກວ່າ 100 ຮູບ ທີ່ສະແດງໃຫ້ເຫັນເຖິງ ເຫດການ ສໍາຄັນອີກເຫດການໜຶ່ງ ທີ່ໄດ້ຖືກຈາລຶກໄວ້ໃນ ປະຫວັດສາດຂອງໂລກ, ແມ່ນຂີດໝາຍປະຫວັດສາດອັນສະຫວ່າງສະໄຫວຂອງ ພັກກອມມູນິດຫວຽດນາມ ທີ່ໄດ້ນຳພາປະເທດຊາດ ແລະ ປະຊາຊົນກ້າວເຂົ້າສູ່ສັງກາດໃໝ່ແຫ່ງເອກະລາດ, ເອກະພາບ ແລະ ສັງຄົມນິຍົມ ເຊິ່ງໄຊຊະນະດັ່ງກ່າວ, ບໍ່ພຽງແຕ່ແມ່ນໄຊຊະນະຂອງກອງທັບ ແລະ ປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນ ໄຊຊະນະລວມແຫ່ງກ້ອນກຳລັງສາມັກຄີ, ຮ່ວມສຳພັນສູ້ຮົບແບບພິເສດ ລາວ-ຫວຽດນາມ ກໍຄື ໄຊຊະນະລວມຂອງ ສາມປະເທດອ້າຍນ້ອງ, ປະຊາຊົນສາມຊາດອິນດູຈີນ ລາວ-ຫວຽດນາມ-ກຳປູເຈຍ.

ຜົນສຳເລັດຈາກໄຊຊະນະດັ່ງກ່າວ, ໄດ້ເຮັດໃຫ້ ສສ ຫວຽດນາມ ມີຄວາມສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະຊາຊົນມີຊີວິດການເປັນຢູ່ທີ່ມີຄຸນນະພາບທີ່ດີຂຶ້ນເລື່ອຍໆ, ປະເທດຊາດມີຄວາມ ເຂັ້ມແຂງ, ປອດໄພ ແລະ ສະຫງົບສຸກ. ດັ່ງທີ່ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ແຫ່ງ ສປປ ລາວ ທີ່ກ່າວໄວ້ວ່າ “ໄຊຊະນະດັ່ງກ່າວ ກໍເປັນເໝືອນດັ່ງໄຊຊະນະຂອງຕົນເອງ ເພາະວ່າໄຊ ຊະນະດັ່ງກ່າວ ໄດ້ກາຍເປັນກຳລັງໃຈອັນແຮງກ້າໃຫ້ພວກຂ້າພະເຈົ້າ ໃນການນຳພາພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຂອງຕົນ” ໄດ້ສະແດງໃຫ້ເຫັນວ່າ ພັກ-ລັດແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍສຳພັນມິດຕະພາບທີ່ດີຂອງສອງຊາດ ລາວ-ຫວຽດ ນາມ ໃຫ້ເຂົ້າສູ່ລວງເລິກ, ຮອບດ້ານໃນທຸກທົ່ວຂົງເຂດ ເພື່ອຮັບປະກັນການຮ່ວມມືໃຫ້ມີການແຕກ ດອກອອກຜົນຢ່າງ ບໍ່ຢຸດຢັ້ງມາສູ່ປະຊາຊົນສອງຊາດ.

ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄືພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງສອງ ພັກ-ລັດ ແລະ ປະຊາຊົນຊົນສອງຊາດລາວ-ຫວຽດນາມ ໄດ້ກາຍເປັນມູນມໍລະດົກລວມອັນລໍ້າຄ່າ ທີ່ສືບທອດກັນມາຈົນເຖິງລູກຫລານ ໃນປັດຈຸບັນ ແລະ ຈະສືບຕໍ່ຂະຫຍາຍການພົວພັນຢ່າງແໜ້ນແຟ້ນຂຶ້ນຢ່າງບໍ່ຢຸດຢັ້ງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version