Home ຂ່າວໜ້າໜຶ່ງ ຄຳໝາຍໝັ້ນສາຍສຳພັນສູ້ຮົບ ຮ່ວມທຸກຮ່ວມສຸກ ຮ່ວມເປັນຮ່ວມຕາຍ ຮ່ວມກັນເອກອ້າງທະນົງໃຈໃນວັນແຫ່ງໄຊຊະນະ

ຄຳໝາຍໝັ້ນສາຍສຳພັນສູ້ຮົບ ຮ່ວມທຸກຮ່ວມສຸກ ຮ່ວມເປັນຮ່ວມຕາຍ ຮ່ວມກັນເອກອ້າງທະນົງໃຈໃນວັນແຫ່ງໄຊຊະນະ

0

ໄລຍະເວລາແຫ່ງຄວາມປຶ້ມປິຕິຊົມຊື່ນ ແລະ ພາກພູມໃຈຫາສິ່ງໃດປຽບບໍ່ໄດ້ຂອງຊາວຫວຽດນາມທັງຊາດໄດ້ມາເຖິງ ໃນວັນທີ 30 ເມສາ 2025 ນີ້, ແມ່ນວັນຄົບຮອບ 50 ປີ ປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ແມ່ນເຫດການສຳຄັນພິເສດ, ບໍ່ພຽງແຕ່ສຳລັບ ປະຊາຊົນ ຫວຽດນາມ ເທົ່ານັ້ນ, ຫາກຍັງມີຄວາມໝາຍສຳຄັນຢ່າງເລິກເຊິ່ງຕໍ່ ພັກ-ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ກໍຄື ກ້ອນກຳລັງຂອງກອງທັບປະຊາຊົນລາວ ທີ່ໄດ້ຮ່ວມສະເຫຼີມສະຫຼອງ ວັນແຫ່ງໄຊຊະນະດັ່ງກ່າວຢ່າງຍິ່ງໃຫຍ່ ແລະ ສະຫງ່າຜ່າເຜີຍ ທີ່ ນະຄອນໂຮຈີ່ມິນ, ດັ່ງຄຳໝາຍໝັ້ນສາຍສຳພັນສູ້ຮົບ “ຮ່ວມທຸກ ຮ່ວມສຸກ ຮ່ວມເປັນຮ່ວມຕາຍ ຮ່ວມກັນເອກອ້າງທະນົງໃຈໃນວັນແຫ່ງໄຊຊະນະ”.

ສາຍສໍາພັນສູ້ຮົບ ລາວ-ຫວຽດນາມ ບໍ່ເຄີຍເສື່ອມຫາຍໃນຍຸກໃດສະໄໝໃດການນໍາຂອງສອງປະເທດ ກໍຄື ປະຊາຊົນລາວ ແລະ ປະຊາຊົນຫວຽດນາມບັນດາເຜົ່າ ຍາມໃດກໍຮ່ວມທຸກຮ່ວມສຸກ ຮ່ວມເປັນຮ່ວມຕາຍນຳກັນ ຕີສັດຕູໂຕດຽວ ດ້ວຍກໍາລັງ ແລະ ຍຸດໂທປະກອນໜ້ອຍກວ່າ ແລະ ຫຼ້າຫລັງກວ່າ ຍູ້ແຮງໃຫ້ບັ້ນຮົບຕ່າງໆທັງຢູ່ຫວຽດນາມ ແລະ ລາວ ໂດຍສະເພາະບັ້ນຮົບພາກໃຕ້ຫວຽດນາມ ຍາດໄດ້ໄຊຊະນະຢ່າງສະຫງ່າຜ່າເຜີຍ. ໃນໄລຍະແຫ່ງການປົດປ່ອຍປະເທດຊາດ ສາຍໃຈຮັກຂອງສອງຊາດອ້າຍນ້ອງ ລາວ-ຫວຽດນາມຍັງງົດງາມຜ່ອງໃສດັ່ງຮຸ່ງອະລຸນໃນຍາມເຊົ້າ, ຮ່ວມສາຍພູ, ຮ່ວມແມ່ນໍ້າ, ຮ່ວມຊາຕາກໍາອັນດຽວກັນ, ປະຊາຊົນສອງຊາດ ລາວ-ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່່ຮ່ວມສ້າງໜ້າປະຫວັດສາດອັນສະຫງ່າລາສີໃນຍຸກສະໄໝຕໍ່ສູ້ປົດປ່ອຍຊາດ ກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມກັນເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດຂອງສອງຊາດ ເຊິ່ງແມ່ນປະທານໂຮ່ຈິມິນ, ປະທານໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ເປັນຜູ້ລິເລີ່ມ, ພ້ອມກັບບັນດາການນໍາຮຸ່ນຕ່າງໆ ຂອງສອງປະເທດ ກໍຄື ປະຊາຊົນສອງຊາດພ້ອມກັນປົກປັກຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຂຶ້ນຢ່າງບໍ່ຢຸດຢັ້ງ.

ການສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ໃນຄັ້ງນີ້, ກອງທັບປະຊາຊົນລາວ ໄດ້ຕາງໜ້າໃຫ້ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມພິທີ ສວນສະໜາມສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ທີ່ນະຄອນ ໂຮ່ຈິມິນ ສສ ຫວຽດນາມ ເຊິ່ງແມ່ນ ກອງພັນໃຫຍ່ 11 ໄດ້ຮັບການມອບໝາຍຈາກກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.

ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານກອງພັນໃຫຍ່ 11, ຫົວໜ້າຄະນະຊີ້ນໍາກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວ ໄດ້ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບຄໍາສັ່ງຈາກ ກະຊວງປ້ອງກັນປະເທດ ກໍຄື ກົມໃຫຍ່ເສນາທິການກອງທັບ, ກົມອົບຮົມສູ້ຮົບ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ, ຈັດຕັ້ງເຊື່ອມຊືມ ເພື່ອກະກຽມປະຕິບັດຕາມແຜນການຂັ້ນເທິງມອບໝາຍໃຫ້, ໃນນັັ້ນ ໄດ້ກະກຽມທາງດ້ານບຸກຄະລາກອນໄດ້ຕາມມາດຕະຖານທີ່ຂັ້ນເທິງກຳນົດ. ຈາກນັ້ນ ກໍໄດ້ຈັດຕັ້ງມອບໝາຍໜ້າທີ່ໃຫ້ບັນດາອະນຸກຳມະການຮັບຜິດຊອບນຳພາ-ຊີ້ນຳກ້ອນກຳລັງຫັດແອບຈົນສຳເລັດ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງໃນມື້ນີ້ ດ້ວຍຄວາມພາກພູມໃຈ.

ສະຫາຍ ຮ້ອຍເອກ ສົມຈິດ ແກ້ວອິນທຸມ ຊ່ວຍວຽກຂະແໜງອົບຮົມກອງພັນໃຫຍ່ 11 ໄດ້ກ່າວວ່າ: ໃນນາມພະນັກງານ-ນັກຮົບ ກອງທັບປະຊາຊົນລາວ ຮ່ວມກັບເພື່ອນສະຫາຍ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບກຽດຈາກ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ມອບໝາຍໜ້າທີ່ເຂົ້າຮ່ວມ ສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ, ໃນນາມພະນັກງານ-ນັກຮົບ ກອງທັບປະຊາຊົນລາວ ພ້ອມດ້ວຍໝູ່ຄະນະ ມີຄວາມເອກອ້າງທະນົງໃຈຕໍ່ສາຍສຳພັນສູ້ຮົບ ລາວ-ຫວຽດນາມ ທີ່ການນຳຮຸ່ນຕ່າງໆຂອງສອງປະເທດໄດ້ສ້າງໄວ້, ພວກເຮົາຂໍຈົດຈໍາວິລະກຳອັນລໍ່າເລີດ ແລະ ຈະນໍາເອົາບົດຮຽນອັນລໍ່າຄ່າສາຍສໍາພັນສູ້ຮົບ ຮ່ວມຄຽງບ່າຄຽງໄຫລ່ກັບ ສະຫາຍ ຫວຽດນາມ ເຂົ້າໃນວຽກງານ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຂອງສອງປະເທດ ໃຫ້ໝັ້ນຄົງສີວິໄລ ຊົ່ວກາລະນານ.

ໂດຍ: ພັນຕີ ໂຊເລ້ ບຸນເຮືອງ (ໜັງສືພິມກອງທັບ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version