Home ຂ່າວໜ້າໜຶ່ງ ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ

ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ

0

ວັນທີ 30 ເມສາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫ່ຍ, ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ພັກ-ລັດຂັ້ນສູງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ (30 ເມສາ 1975-30 ເມສາ 2025) ທີ່ຈັດ ຂື້ນຢ່າງເປັນທາງການທີ່ ນະຄອນໂຮ່ຈິມີນ ສສ ຫວຽດນາມ, ໃນພິທີ ມີສະຫາຍ ໂຕເລິມ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະຫາຍ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາການນຳພັກ-ລັດຂັ້ນສູງ ແລະ ອະດີດການນຳພັກ-ລັດ, ແນວໂຮມປະເທດຊາດຫວຽດນາມ, ບັນດາພະນັກງານປະຕິວັດອາວຸໂສບຳນານ, ແມ່ຫວຽດນາມວິລະຊົນ, ນັກຮົບວິລະຊົນກໍາລັງປະກອບອາວຸດ ແລະ ນັກວິລະຊົນແຮງງານ; ການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ໂຕເລິມ ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ ໄດ້ກ່າວສູນທອນພົດເຊິ່ງມີເນື້ອໃນບາງຕອນວ່າ: ພວກເຮົາ ສະແດງຄວາມອາໄລຫາ ແລະ ຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ ຜູ້ນໍາທີ່ແສນເຄົາລົບຮັກ-ຜູ້ນໍາທີ່ປີຊາສາມາດຂອງພັກ ແລະ ຊາດເຮົາ, ເປັນຜູ້ນຳທີ່ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳຂອງໂລກ, ນັກຮົບທີ່ດີເດັ່ນຂອງຂະບວນການກອມມູນິດ ແລະ ຊາວຜູ້ອອກແຮງງານ ສາກົນ-ດ້ວຍຄວາມຄາດຫວັງຢາກປົດປ່ອຍພາກໃຕ້, ທ້ອນໂຮມ ປະເທດຊາດ ເປັນເອກະພາບ, ດ້ວຍຄວາມເຊື່ອໝັ້ນຕໍ່ໄຊຊະນະຢ່າງແນ່ນອນ “ເຖິງປະສົບຄວາມຫຍຸ້ງຍາກລໍາບາກພຽງໃດ, ປະຊາຊົນເຮົາ ຈະໄດ້ຮັບໄຊ ຊະນະຢ່າງສົມບູນແນ່ນອນ. ປະເທດຊາດເຮົາ ຈະທ້ອນໂຮມ ເປັນເອກະພາບຢ່າງແນ່ນອນ. ພີ່ນ້ອງຮ່ວມຊາດ ພາກໃຕ້-ພາກເໜືອ ຈະໂຮມເຂົ້າເປັນອັນໜຶ່ງອັນດຽວ.

ພວກເຮົາ ຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ສຸດອົກສຸດໃຈ, ສັດຊື່ບໍລິສຸດຂອງບັນດາສະຫາຍອ້າຍນ້ອງ ແລະ ເພື່ອນມິດສາກົນ, ບັນດາກໍາລັງກ້າວໜ້າ ແລະ ປະຊາຊົນຮັກຫອມສັນຕິພາບໂລກ, ຕໍ່ພາລະກິດຕໍ່ສູ້ປົດປ່ອຍ, ທ້ອນໂຮມປະເທດຊາດເປັນເອກະພາບຂອງປະຊາຊົນຫວຽດນາມ.

ສະຫາຍ ນາງ ຮວິ່ງແມ້ງເຟືອງ ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມນະຄອນໂຮ່ຈິມິນ ຕາງໜ້າການນຳລຸ້ນໜຸ່ມໄດ້ກ່າວຄຳເຫັນໂດຍ ໃຫ້ຮູ້ວ່າ: “ຈາກບັນດາໜ້າປະຫວັດສາດ, ຮູບເງົາ, ປຶ້ມ, ໜັງສືພິມ, ບັນດາບົດເພງປະຕິວັດ, ພວກຫຼານໄດ້ຮຽນ, ໄດ້ອ່ານ, ໄດ້ຊົມ, ໄດ້ຟັງ, ພວກຫຼານ ຍິ່ງຮູ້ສຶກເອກອ້າງທະນົງໃຈ ແລະ ຮູ້ໄດ້ຄຸນຄ່າຂອງສັນຕິພາບ, ຮູ້ບຸນຄຸນ ແລະ ເຄົາລົບຮັກບັນດາການນຳລຸ້ນກ່ອນຢ່າງສຸດໃຈ” ນີ້ແມ່ນອະນາຄົດຂອງຄົນລຸ້ນໃໝ່, ໄວໜຸ່ມພວກຫຼານ ໃຫ້ຄໍາໝັ້ນສັນຍາວ່າ: ຈະສຶກສາຮໍ່າຮຽນ, ເປັນເຈົ້າວິທະຍາສາດ ແລະ ເຕັກໂນໂລຢີ, ນໍາໜ້າໃນການຫັນເປັນດີຈີຕອນແຫ່ງຊາດ, ເປັນເຈົ້າການຕັ້ງໜ້າໃນການດຳເນີນທຸລະກິດ, ປ່ຽນແປງໃໝ່,ປະດິດສ້າງ, ພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ມີຄວາມໝັ້ນໃຈຕົນເອງກ້າວອອກສູ່ໂລກດ້ວຍຄວາມຮູ້ອັນກວ້າງຂວາງ, ກໍາລັງແຮງກາຍ ແລະ ຈິດໃຈທີ່ເຕັມໄປດ້ວຍສີສັນວັດທະນະທໍາຫວຽດນາມ.

ສະຫາຍ ພົນຈັດຕະວາ ເຈິ່ນຫງອັກໂຖ ອະດີດເສນາທິການ ທະຫານເຂດ 7, ຕາງໜ້າໃຫ້ບັນດາກໍາລັງເຂົ້າຮ່ວມບັ້ນຮົບໂຮ່ຈີມິນ, ກ່າວຄໍາເຫັນທີ່ພິທີວ່າ: ຈາກການຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດ, ໄດ້ດຳລົງຊີວິດຢູ່ໃນປະເທດ ແຫ່ງສັນຕິພາບ, ເອກະລາດ, ເອກະພາບ, ທົ່ວປະເທດກ້າວຂຶ້ນສູ່ສັງຄົມ ນິຍົມ, ພວກຂ້າພະເຈົ້າ ຮູ້ສຶກດີໃຈ ແລະ ເອກອ້າງທະນົງໃຈທີ່ສຸດ ຕໍ່ບັນດາຜົນງານອັນໃຫຍ່ຫຼວງຂອງປະເທດ ພາຍຫຼັງເກືອບ 40 ປີ ແຫ່ງ ການປະຕິບັດພາລະກິດປ່ຽນແປງໃໝ່ ໂດຍ ພັກເປັນຜູ້ລິເລີ່ມ ແລະ ນໍາພາ, ຂ້າພະເຈົ້າ ຮູ້ສຶກພາກພູມໃຈ ແລະ ຢືນຢັນວ່າ: ປະຕິບັດສຳເລັດພາລະກິດຕໍ່ສູ້, ກູ້ຊາດ, ຍາດເອົາໄຊຊະນະ, ທ້ອນໂຮມປະເທດຊາດເປັນອັນໜຶ່ງອັນ ດຽວ ແລະ ສ້າງປະຖົມປັດໄຈໃຫ້ແກ່ປະເທດພັດທະນາ. ພວກຂ້າພະເຈົ້າ ເຊື່ອວ່າລຸ້ນໜຸ່ມໃນປັດຈຸບັນ ແລະ ໃນອານາຄົດ ຈະສືບທອດ ແລະ ເສີມຂະຫຍາຍມູນເຊື້ອຂອງຊາດ, ມູນເຊື້ອເດັດຂາດສູ້ຮົບ-ເດັດຂາດ ມີໄຊ ຂອງກອງທັບປະຊາຊົນຫວຽດນາມ, ນໍາເອົາສະຕິປັນຍາຂອງຕົນ ເພື່ອກໍ່ສ້າງປະເທດຫວຽດນາມ ໃຫ້ນັບມື້ນັບຮັ່ງມີສວຍງາມ, ຈະເລີນຮຸ່ງເຮືອງ ແລະ ຜາສຸກ, ນໍາພາປະເທດຊາດ ກ້າວເຂົ້າສູ່ສັງກາດໃໝ່, ຄຽງບ່າຄຽງໄຫຼ່ກັບບັນດາປະເທດເພື່ອນມິດຍຸດທະສາດ, ຄືດັ່ງຄວາມມຸ່ງມາດປາດຖະໜາຂອງປະ ທານໂຮ່ຈີມິນ.

ໃນພິທີ ສະຫາຍ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍການນໍາພັກ-ລັດຂັ້ນສູງຫວຽດນາມໄດ້ຮັບຊົມການເດີນສວນສະໜາມຂອງບັນດາກ້ອນກຳລັງສວນສະໜາມກອງທັບແຕ່ລະປະເທດ ໃນນັ້ນມີ ກ້ອນກຳລັງສວນສະໜາມກອງທັບປະຊາຊົນຫວຽດນາມ, ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ, ກ້ອນກໍາລັງສວນສະໜາມກອງທັບ ສປ ຈີນ ແລະ ກ້ອນກໍາລັງສວນສະໜາມກອງທັບຣາຊາອາຈັກກຳປູເຈຍ ຕື່ມອີກ.

ຂ່າວ: ມິກກີ້ ແກ້ວສຸວັນ (ໂທລະພາບກອງທັບ), ຮູບພາບ: ໜັງສືພິມກອງທັບ ຫວຽດນາມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version