Home ຂ່າວຕ່າງປະເທດ ຜູ້ນຳຣັດເຊຍ ປະກາດຈະຢຸດຍິງໃນເດືອນພຶດສະພານີ້

ຜູ້ນຳຣັດເຊຍ ປະກາດຈະຢຸດຍິງໃນເດືອນພຶດສະພານີ້

0

ວິທະຍຸສາກົນ ແຫ່ງ ສປ ຈີນ, ເວັ​ບ​ໄຊ ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ​ອອກ​ຖະ​ແຫລງ​ການ​ວ່າ: ທ່ານ ​ວາ​ລະ​ດີ​ເມຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ​ຕົກ​ລົງ​ວ່າ: ໃນ​ໄລ​ຍະ​ລະ​ນຶກ​ສົງ​ຄາມຮັກ​ຊາດຄັ້ງ​ໃຫຍ່ ​ຄົບ​ຮອບ 80 ປີ, ​ເລີ່ມແຕ່ ວັນ​ທີ 8-11 ເດືອນພຶດ​ສະ​ພາ​ນີ້​, ຣັດ​ເຊຍ ຈະ​ປະ​ຕິ​ບັດ​ການ​ຢຸດ​ຍິງຊົ່ວຄາວ. ໃນ​ໄລ​ຍະ​ນີ້ຈະ​ຢຸດການ​ເຄື່ອນ​ໄຫວທາງ​ການ​ທະ​ຫານ​ທຸກ​ຢ່າງ​. ຖະ​ແຫລງ​ການ​ລະ​ບຸ​ວ່າ: ຣັດ​ເຊຍ ​ເຫັນ​ວ່າອູ​ແກ​ຣນ ​ຄວນ​ຕອບ​ສະ​ໜອງຄືນ​ມາດ​ຕະ​ການ​ນີ້. ຖ້າ​​ຫາກອູ​ແກ​ຣນ ​ຝ່າ​ຝືນ​ກັບມາດ​ຕະ​ການຢຸດ​ຍິງ, ກອງ​ທັບຣັດ​ເຊຍ​ ຈະ​ຕອບ​ໂຕ້​ຄືນຢ່າງ​ມີ​ປະ​ສິດ​ທິ​ພາບ.ຖະ​ແຫລງ​ການ ​ຍັງລະ​ບຸ​ວ່າ: ຣັດ​ເຊຍ​ ກ່າວ​ເນັ້ນຕື່ມ​ວ່າ: ຍິນ​ດີ​ດຳ​ເນີນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບໂດຍ​ບໍ່​ມີ​ເງື່ອນ​ໄຂ, ເພື່ອ​ແກ້​ໄຂ​ສາ​ເຫດ​ຕົ້ນ​ຕໍ ຂອງວິ​ກິດ​ການອູ​ແກ​ຣນ ແລະ ​​ດຳ​ເນີນ​ການຕິດ​ຕໍ່ພົວ​ພັນ​​ທີ່​ມີ​ລັກ​ສະ​ນະສ້າງ​ສັນ​ກັບ ເພື່ອນ​ມິດສາ​ກົນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version