ກຳມະກອນ ຫລື ຊາວຜູ້ອອກແຮງງານ ໃນທົ່ວປະເທດ ມີບົດບາດສຳຄັນ ຫລາຍດ້ານ ໃນການຂັບເຄື່ອນການພັດທະນາປະເທດຊາດ, ພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ທ່ານ ກົງໃຈ ຊຸມພົນພັກດີ ຜູ້ອຳນວຍການລັດວິສາຫະກິດໂຮງພິມແຫ່ງລັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 29 ເມສາ 2025 ເນື່ອງໃນໂອກາດວັນກຳມະກອນ ສາກົນ ຄົບຮອບ 139 ປີ ໂດຍທ່ານໄດ້ຍົກໃຫ້ເຫັນບົດບາດ ແລະ ຄວາມສຳຄັນ ຂອງກຳມະກອນ ກໍຄື ຊາວຜູ້ອອກແຮງງານ ໃນຂອບເຂດທົ່ວປະເທດ ຕໍ່ການພັດທະນາປະເທດຊາດໃນແຕ່ລະໄລຍະ ເຮັດໃຫ້ປະເທດຊາດໄດ້ຮັບການພັດ ທະນາ, ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ສະເພາະພະນັກງານກຳມະກອນ ພາຍໃນໂຮງພິມແຫ່ງລັດ ແມ່ນມີຄວາມຈູບຈ້າວຫ້າວຫັນ, ບຸກບືນ ສຸມທຸກກຳລັງແຮງ, ກຳລັງໃຈ ເຂົ້າໃນການ ຈັດຕັ້ງປະຕິບັດວຽກງານຕົວຈິງ ທີ່ໄດ້ຮັບມອບໝາຍ ເຮັດໃຫ້ການປະຕິບັດແຜນວຽກ ໃນແຕ່ລະມື້-ແຕ່ລະອາທິດ, ແຕ່ລະໜ້າວຽກ ສໍາເລັດຕາມກຳນົດເວລາ, ທັງຮັບປະກັນດ້ານປະລິມານ ແລະ ຄຸນນະພາບ ເຊິ່ງ ລັດວິສາຫະກິດໂຮງພິມແຫ່ງລັດ ມີພະນັກງານ-ກຳມະກອນ ທັງໝົດ 60 ກວ່າຄົນ, ເປັນພະນັກ ງານທີ່ມີປະສົບການ, ມີຄວາມຮູ້, ມີຄວາມຊຳນິຊຳນານ ໃນການດຳເນີນການເຮັດໃຫ້ໂຮງພິມ ມີຄວາມຍືນຍົງຄົງຕົວ ແລະ ສ້າງຜົນກຳໄລ ໃນແຕ່ລະປີ.

ທ່ານ ກົງໃຈ ຊຸມພົນພັກດີ ຍັງໃຫ້ຮູ້ອີກວ່າ: ຕະຫລອດໄລຍະຜ່ານມາ ຄະນະພັກ, ຄະນະນຳ ໂຮງພິມແຫ່ງລັດ ໄດ້ເອົາໃຈໃສ່ເບິ່ງແຍງດູແລ ພະນັກງານ-ກຳມະກອນ ຢູ່ພາຍໃນໂຮງພິມ ເປັນຢ່າງດີ ເປັນຕົ້ນ ພະນັກງານທຸກຄົນ ໄດ້ເຂົ້າເປັນສະມາຊິກປະກັນສັງຄົມ ແລະ ມີສະຫວັດດີການຕ່າງໆ ໂດຍສະເພາະ ໄດ້ມີການກວດພະຍາດ ໃຫ້ພະນັກງານ ເປັນປະຈຳໃນແຕ່ລະປີ, ມີນະໂຍບາຍອຸດໜູນເກີດລູກ ແລະ ເຈັບເປັນຕ່າງໆ ໂດຍທາງໂຮງພິມໄດ້ຈ່າຍໃຫ້ 100% ແລະ ອື່ນໆ. ພ້ອມນີ້, ໂຮງພິມ ຍັງເຫັນໄດ້ຄວາມສຳຄັນຕໍ່ວຽກງານພັດທະນາຊັບພະຍາກອນມະນຸດ ໂດຍໄດ້ຈັດຊຸດຝຶກອົບຮົມຕ່າງໆ, ພ້ອມທັງ ສົ່ງພະນັກງານ ໄປຝຶກອົບຮົມດ້ານຕ່າງໆ ຢູ່ທັງພາຍໃນ ແລະ ຕ່າງໆປະເທດ ເພື່ອເພີ່ມທັກສະ, ເພີ່ມຄວາມຮູ້ໃຫ້ພະນັກງານມີຄວາມເຂັ້ມແຂງ, ຮັບປະກັນໃຫ້ໄດ້ບຸກຄະລາກອນທີ່ມີຄວາມຮູ້, ຄວາມສາ ມາດ ເພື່ອມາພັດທະນາໂຮງພິມ ໃຫ້ມີຄວາມກ້າວໜ້າ ທັນຕາມຍຸກຕາມສະໄໝ ແລະ ອື່ນໆ.
ພ້ອມກັນນີ້, ທ່ານ ກົງໃຈ ຊຸມພົນພັກດີ ຍັງໄດ້ຍົກໃຫ້ເຫັນ ປະຫວັດແຫ່ງການກໍາເນີດ ວັນກໍາ ມະກອນສາກົນ ຄົບຮອບ 139 ປີ ເຊິ່ງເປັນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ສຳລັບຊົນຊັ້ນກຳມະ ກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນໄດ້ເຕົ້າໂຮມຄວາມສາມັກ ຄີກັນລຸກຮືຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານຂອງຕົນ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຈາກພວກນາຍທຶນ. ພ້ອມນີ້, ຍັງໄດ້ຮຽກຮ້ອງມາຍັງກໍາມະກອນ ແລະ ຊາວຜູ້ອອກ ແຮງງານລາວ ຈົ່ງມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ປະກອບ ສ່ວນເຂົ້າໃນການປະຕິບັດ ແຜນພັດທະນາເສດຖະກິດຂອງຊາດ, ສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນກຳລັງແຮງງານ ທີ່ມີລະບຽບວິໄນ ໃນການອອກແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີເລີດ, ທາດແທ້, ມູນເຊື້ອອັນດີງາມ ຂອງຊົນຊັ້ນກໍາມະກອນລາວ ແລະ ກາຍເປັນກໍາລັງຫລັກແຫລ່ງ ໃນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຍືນຍົງ ແລະ ໝັ້ນຄົງ.