ວິທະຍຸສາກົນ ແຫ່ງ ສປ ຈີນ, ເວັບໄຊ ປະທານາທິບໍດີຣັດເຊຍ ອອກຖະແຫລງການວ່າ: ທ່ານ ວາລະດີເມຍ ປູຕິນ, ປະທານາທິບໍດີຣັດເຊຍ ຕົກລົງວ່າ: ໃນໄລຍະລະນຶກສົງຄາມຮັກຊາດຄັ້ງໃຫຍ່ ຄົບຮອບ 80 ປີ, ເລີ່ມແຕ່ ວັນທີ 8-11 ເດືອນພຶດສະພານີ້, ຣັດເຊຍ ຈະປະຕິບັດການຢຸດຍິງຊົ່ວຄາວ. ໃນໄລຍະນີ້ຈະຢຸດການເຄື່ອນໄຫວທາງການທະຫານທຸກຢ່າງ. ຖະແຫລງການລະບຸວ່າ: ຣັດເຊຍ ເຫັນວ່າອູແກຣນ ຄວນຕອບສະໜອງຄືນມາດຕະການນີ້. ຖ້າຫາກອູແກຣນ ຝ່າຝືນກັບມາດຕະການຢຸດຍິງ, ກອງທັບຣັດເຊຍ ຈະຕອບໂຕ້ຄືນຢ່າງມີປະສິດທິພາບ.ຖະແຫລງການ ຍັງລະບຸວ່າ: ຣັດເຊຍ ກ່າວເນັ້ນຕື່ມວ່າ: ຍິນດີດຳເນີນການເຈລະຈາສັນຕິພາບໂດຍບໍ່ມີເງື່ອນໄຂ, ເພື່ອແກ້ໄຂສາເຫດຕົ້ນຕໍ ຂອງວິກິດການອູແກຣນ ແລະ ດຳເນີນການຕິດຕໍ່ພົວພັນທີ່ມີລັກສະນະສ້າງສັນກັບ ເພື່ອນມິດສາກົນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ