ໃນຕອນເຊົ້າ ວັນທີ 25 ເມສາ 2025 ນີ້, ຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ສສ ຫວຽດນາມ) ນໍາໂດຍ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ທີ່ ພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດທີ່ ສະຫາຍ ເລືອງ ເກືອງ ພ້ອມຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ແຕ່ວັນທີ 24-25 ເມສາ 2025.
ການເຂົ້າວາງກະຕ່າດອກໄມ້ຄັ້ງນີ້, ກໍເພື່ອເປັນການສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຜູ້ນໍາພາພາລະກິດປະຕິວັດຢູ່ລາວ ຊຶ່ງປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພາສຸວົງ ໄດ້ຮ່ວມກັນກັບ ປະທານ ໂຮ່ຈິມິນ ແລະ ບັນດາການນໍາປະຕິວັດຂອງລາວ ແລະ ຫວຽດນາມ ໄດ້ວາງຮາກຖານໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາດີເດັ່ນ, ເປັນນັກປະຕິວັດທີ່ແຂງແກ່ນ, ເປັນລູກຊາຍດີເດັ່ນຂອງການປະຕິວັດລາວ ແລະ ເປັນນັກຕໍ່ສູ້ທີ່ແຂງແກ່ນຂອງຂະບວນການກອມມູນິດສາກົນ ແລະ ຂະບວນການກຳມະກອນ; ເພິ່ນເປັນເພື່ອນມິດທີ່ຍິ່ງໃຫຍ່ ແລະ ສະໜິດສະໜົມຂອງພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ; ປະທານ ໄກສອນ ພົມວິຫານ ເປັນຜູ້ໜຶ່ງທີ່ມີບົດບາດສູງເດັ່ນ, ການນໍາພາການປະຕິວັດຂອງເພິ່ນ ໄດ້ປະກອບສ່ວນສຳຄັນໃນການປົດປ່ອຍ ແລະ ທ້ອນໂຮມປະເທດຊາດຫວຽດນາມ ຊຶ່ງຍາມໃດເພິ່ນກໍໄດ້ປະກອບສ່ວນສຳຄັນ, ເປັນຜູ້ເອົາໃຈໃສ່ໃນການກໍ່ສ້າງ ແລະ ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອແບບພິເສດ ໜຶ່ງດຽວໃນໂລກ ສາຍພົວພັນລາວ-ຫວຽດນາມ ເຂັ້ມແຂງກວ່າສາຍພູ ແລະ ເລິກກວ່າແມ່ນໍ້າ.