Home ຂ່າວຕ່າງປະເທດ ທ່ານເລຂາທິການໃຫຍ່ UN ເຕືອນບໍ່ມີຜູ້ຊະນະໃນສົງຄາມການຄ້າ

ທ່ານເລຂາທິການໃຫຍ່ UN ເຕືອນບໍ່ມີຜູ້ຊະນະໃນສົງຄາມການຄ້າ

0

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ສະເຕຟານ ດູຈາຣິກ ໂຄສົກຂອງທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ(UN)ໄດ້ອ້າງອີງເຖິງຄຳເຕືອນຂອງທ່ານ ກູເຕີເຣັສ ທີ່ລະບຸວ່າບໍ່ມີຜູ້ຊະນະໃນສົງຄາມການຄ້າໃນຂະນະທີ່ຕອບຄຳຖາມກ່ຽວກັບຄຳເຫັນຂອງທ່ານເລຂາທິການໃຫຍ່ UNກ່ຽວກັບນະໂຍບາຍພາສີສະບັບຫຼ້າສຸດຂອງທຳນຽບຂາວ.

ທ່າມກາງກະແສການຄັດຄ້ານຢ່າງແຜ່ຫຼາຍ, ທ່ານ ໂດນັລ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ລົງນາມໃນຄຳສັ່ງບໍລິຫານກ່ຽວກັບ “ພາສີເພີ່ມເພື່ອຕອບໂຕ້” ໃນວັນທີ 2 ເມສາ ຜ່ານມາ ໂດຍກຳນົດອັດຕາພາສີຂັ້ນຕ່ຳ 10% ແລະ ອັດຕາພາສີສູງຂຶ້ນສຳລັບຄູ່ຮ່ວມການຄ້າບາງປະເທດ.

ທ່ານ ດູຈາຣິກ ກ່າວວ່າ: ຄວາມກັງວົນຂອງພວກເຮົາໃນປັດຈຸບັນແມ່ນບັນດາປະເທດທີ່ອ່ອນແອທີ່ສຸດ ຊຶ່ງມີເຄື່ອງມືໜ້ອຍທີ່ສຸດເພື່ອຮັບມືກັບສະຖານະການປັດຈຸບັນ, ທ່ານຍັງຊີ້ອອກວ່າ:ເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດຈະໄດ້ຮັບຜົນສະທ້ອນບໍ່ດີຈາກສົງຄາມການຄ້າໂລກ.

ທັງນີ້, ກອງປະຊຸມສຸດຍອດຂອງອົງການສະຫະປະຊາຊາດ ວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ໄດ້ອອກຖະແຫຼງການກ່າວເຕືອນໃນວັນທີ 4 ເມສາ ຜ່ານມາວ່າ: ອັດຕາພາສີຂອງ ສະຫະລັດ ອາເມຣິກາ ກຳນົດນັ້ນຈະສົ່ງຜົນສະທ້ອນບໍ່ດີຕໍ່ບັນດາປະເທດທີ່ອ່ອນແອ. ທ່ານກ່າວຕື່ມວ່າ, ລະບົບການຄ້າທົ່ວໂລກພວມເຂົ້າສູ່ວິກິດການຊຶ່ງເປັນໄພຂົ່ມຂູ່ຕໍ່ການເຕີບໂຕ, ການລົງທຶນແລະ ຄວາມກ້າວໜ້າຂອງການພັດທະນາ ໂດຍສະເພາະແມ່ນບັນດາເສດຖະກິດທີ່ອ່ອນແອທີ່ສຸດ ໃນຂະນະທີ່ບັນດາປະເທດເສດຖະກິດໃຫຍ່ກຳລັງກຳນົດພາສີໃໝ່ຄັ້ງໃຫຍ່.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version