Home ຂ່າວຕ່າງປະເທດ ປະເທດສະມາຊິກອາຊຽນຈະປຶກສາຫາລືບັນຫາການເພີ່ມພາສີເທົ່າທຽມກັນຂອງ ສະຫະລັດ ອາເມຣິກາ

ປະເທດສະມາຊິກອາຊຽນຈະປຶກສາຫາລືບັນຫາການເພີ່ມພາສີເທົ່າທຽມກັນຂອງ ສະຫະລັດ ອາເມຣິກາ

0

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ເພື່ອຮັບມືກັບບັນຫາການເພີ່ມພາສີເທົ່າທຽມກັນຕໍ່ສິນຄ້າຫຼາຍປະເທດໃນໂລກທີ່ທ່ານໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາໄດ້ປະກາດໃນວັນທີ 2 ເມສາ ຜ່ານມາ, ທ່ານອັນວາອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍຢືນຢັນຕໍ່ສື່ມວນຊົນໃນວັນທີ 4 ເມສາ ຜ່ານມາວ່າ: ຈະປຶກສາຫາລືກັບບັນດາປະເທດສະມາຊິກອາຊຽນ ເພື່ອສົ່ງເສີມຫຼັກການຍຸຕິທຳຂອງການຄ້າສາກົນ.

ໃນທ້າຍອາທິດ ຜ່ານມາ, ກະຊວງການລົງທຶນ ການຄ້າ ແລະ ອຸດສາຫະກຳມາເລເຊຍ ໄດ້ອອກຖະແຫຼງການວ່າ: ລັດຖະມົນຕີກະຊວງການລົງທຶນ ການຄ້າ ແລະ ອຸດສາຫະກຳມາເລເຊຍ ຈະເປັນປະທານກອງປະຊຸມພິເສດຂອງລັດຖະມົນຕີເສດຖະກິດອາຊຽນໃນວັນທີ 10 ເມສານີ້.

ເນື້ອໃນຖະແຫຼງການດັ່ງກ່າວ ລະບຸວ່າ: ກອງປະຊຸມຄັ້ງນີ້ຄາດວ່າຈະປຶກສາຫາລືກ່ຽວກັບຜົນກະທົບຕໍ່ ການຄ້າ, ການລົງທຶນ ແລະ ຄວາມໝັ້ນຄົງທາງດ້ານເສດຖະກິດຂອງພາກພື້ນຍ້ອນມາດຕະການທີ່ກ່ຽວຂ້ອງຂອງ ສະຫະລັດ ອາເມຣິກາ, ເພື່ອພະຍາຍາມປົກປັກຮັກສາຜົນປະໂຫຍດດ້ານເສດຖະກິດຂອງພາກພື້ນ ແລະ ລະບົບການຄ້າທີ່ເປີດກວ້າງ, ຍຸຕິທຳ ແລະ ຕາມລະບຽບການ.

ກະຊວງການລົງທຶນ ການຄ້າ ແລະ ອຸດສາຫະກຳມາເລເຊຍ ຍັງໄດ້ປະຕິເສດບໍ່ຮັບຮອງເອົາການກ່າວຫາຂອງ ສະຫະລັດ ອາເມຣິກາທີ່ວ່າ ມາເລເຊຍເກັບພາສີ 47% ຕໍ່ສິນຄ້າທີ່ນຳເຂົ້າຈາກ ສະຫະລັດ ອາເມຣິກາແລະເຫັນວ່າ: ນະໂຍບາຍທີ່ລັດຖະບານສະຫະລັດ ອາເມຣິກາປະກາດນັ້ນບໍ່ສອດຄ່ອງກັບຫຼັກການ ການຄ້າເສລີ ແລະ ຍຸຕິທຳ ທີ່ກຳນົດໂດຍອົງການການຄ້າໂລກ, ມາເລເຊຍຈະສືບຕໍ່ສົນທະນາກັບອາເມຣິກາ ເພື່ອຊອກຫາວິທີແກ້ໄຂບັນຫາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version