ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 6 ເມສາ ຜ່ານມາ, ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍໄດ້ກ່າວຄັດຄ້ານອັດຕາພາສີອາກອນຂອງ ສະຫະລັດ ອາເມຣິກາ ແລະ ໃຫ້ຮູ້ວ່າ ປະເທດນີ້ຈະບໍ່ຈັດວາງພາສີໂຕ້ຕອບ. ທ່ານ ອັນວາ ອິບຣາຮິມ ກ່າວວ່າ:ມາເລເຊຍ ຈະຮັກສາການພົວພັນຢ່າງຕັ້ງໜ້າ ແລະ ກ້າວໜ້າກັບບັນດາຄູ່ຄ້າ, ສືບຕໍ່ຮ່ວມມືກັບ ສະຫະລັດ ອາເມຣິກາ ເພື່ອປົກປ້ອງສິດສຳຜັດກັບຕະຫຼາດສຳຄັນ, ຮັກສາຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນ ແລະ ຮັບປະກັນມີໝາກຜົນຢ່າງຍຸຕິທຳໃຫ້ບັນດານັກສົ່ງອອກຂອງຕົນ.
ອິນໂດເນເຊຍ ກໍມີທັດສະນະເຊັ່ນດຽວກັນກັບ ມາເລເຊຍຢືນຢັນວ່າ:ຈະບໍ່ໂຕ້ຕອບຂໍ້ຕົກລົງຂອງທ່ານປະທານາທິບໍດີ ສະຫະລັດ ອາເມຣິກາ ທີ່ຈັດວາງອັດຕາພາສີສຳລັບພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ທ່ານ ແອລານກາ ຮາຕາໂຕ ລັດຖະມົນຕີປະສານງານເສດຖະກິດ ອິນໂດເນເຊຍ ກ່າວວ່າ:ປະເທດນີ້ເດີນຕາມເສັ້ນທາງການທູດ ແລະ ເຈລະຈາ ເພື່ອຊອກຫາບັນດາມາດຕະການແກ້ໄຂທີ່ສ້າງຜົນປະໂຫຍດໃຫ້ແກ່ທັງ 2 ຝ່າຍ.