Home ຂ່າວພາຍໃນ ເຊີນຮ່ວມກິດຈະກໍາສະຫລອງປີໃໝ່ລາວ ຢຸ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ

ເຊີນຮ່ວມກິດຈະກໍາສະຫລອງປີໃໝ່ລາວ ຢຸ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ

0

ເຊີນຊວນພໍ່ແມ່ພີ່ນ້ອງ ປະຊາຊົນລາວບັນດາເຜົ່າ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມກິດຈະກໍາສະເຫລີມສະຫລອງບຸນປີໃໝ່ລາວ ປະຈໍາປີ ພສ 2568 ທີ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ແຂວງບໍ່ແກ້ວ.

ກິດຈະກໍາດັ່ງກ່າວ, ຈະຈັດຂຶ້ນໃນວັນພຸດ ທີ 9 ເມສາ 2025 ໃນນັ້ນ, ຈະມີພິທີໃສ່ບາດຕາມປະເພນີ ໂດຍມີພະສົງ ຈໍານວນ 29 ອົງ ຢູ່ທີ່ຂົວສ່ວນສາທາລະນະແກ້ວມະນີຕະຫລາດນໍ້າ ເລີ່ມເວລາ 6:30 ໂມງ, ຫລັງຈາກນັ້ນ ຈະຈັດພິທີບາສີສູ່ຂວັນ ແລະ ຊົມສິລະປະການສະແດງ, ຟ້ອນລໍາວົງລາວ ພ້ອມທັງຫົດນໍ້າ ອວຍພອນເຊິ່ງກັນ ແລະ ກັນ ຢ່າງເບິກບານມ່ວນຊື່ນ.

ນອກຈາກນັ້ນ, ຈະມີການສະແດງດົນຕີ, ສະແດງສິລະປະ ແລະ ຫົດນໍ້າ ຕະຫລອດເທສະການປີໃໝ່ລາວ ໃນລະຫວ່າງວັນທີ 9-16 ເມສາ 2025 ທີ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version