Home Uncategorized ຮອງນາຍົກລັດຖະມົນຕີ ຕ້ອນຮັບຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທ

ຮອງນາຍົກລັດຖະມົນຕີ ຕ້ອນຮັບຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທ

0

ໃນວັນທີ 7 ເມສາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍຄື ຄອບຄົວ ສີພັນດອນ ແລະ ປະຊາຊົນລາວ ບັນດາເຜົ່າ ຕ້ອນຮັບ ທ່ານ ສຸຣິຍະ ຈຶ່ງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະ ຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ, ຕາງໜ້າໃຫ້ລັດຖະບານ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ເດີນທາງມາເຂົ້າຮ່ວມພິທີຊາປະນະກິດ ລະດັບຊາດ ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງທ່ານ ສຸຣິຍະ ຈຶ່ງຣຸ່ງເຣືອງກິດ ແລະ ຜ່ານທ່ານ ໄປຍັງ ພະບາດສົມເດັດ ເຈົ້າຊີວິດໄທ, ກົມສົມເດັດພະເທບ ແລະ ບັນດາການນໍາຂັ້ນສູງ ແຫ່ງ ຣາຊະອານາຈັກໄທ ທີ່ໄດ້ມີພະມະຫາກະລຸນາທິຄຸນ ວາງພວງ ມາລາ ແລະ ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງບັນດາການນໍາຂັ້ນສູງ ແຫ່ງ ສປປ ລາວ ໂດຍສະເພາະ ຄອບຄົວ ສີພັນດອນ ກໍຄື ການເດີນທາງມາໄວ້ອາໄລ ແລະ ຮ່ວມພິທີຊາປະນະກິດ ລະດັບຊາດ ໃນຄັ້ງນີ້ ພ້ອມທັງ ໄດ້ຫວນຄືນບັນດາຜົນງານການເຄື່ອນໄຫວອັນພົ້ນເດັ່ນຂອງ ທ່ານ ພົນເອກ ຄໍາໄຕ ສີພັນດອນ ຊຶ່ງເປັນໜຶ່ງໃນບັນດາການນໍາຮຸ່ນທໍາອິດ ຂອງ ສປປ ລາວ ທີ່ໄດ້ອຸທິດຕົນເອງ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ແລະ ຍັງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນທໍາອິດທີ່ເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ໃນວັນທີ 19 ກຸມພາ 1992 ແລະ ເຂົ້າຮ່ວມພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທໍາອິດ ໃນວັນທີ 8 ເມສາ 1994 ຮ່ວມກັບນາຍົກ ລັດຖະມົນຕີສາມປະເທດ ລາວ-ອົດສະຕຣາລີ-ໄທ, ເປັນຜູ້ລິເລີ່ມສ້າງຕັ້ງບັນດາກົນໄກການຮ່ວມມື ລາວ-ໄທ, ໄທ-ລາວ ໂດຍສະເພາະ ຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ແລະ ອື່ນໆ ເຊິ່ງທັງໝົດນັ້ນ ໄດ້ເປັນພື້ນຖານອັນເຂັ້ມແຂງໃຫ້ແກ່ການຟື້ນຟູສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ໄທ ໃຫ້ຈະເລີນງອກງາມ ແລະ ຂະ ຫຍາຍຕົວ ມາຈົນເຖິງປັດຈຸບັນ. ພ້ອມນີ້, ຍັງໄດ້ຖືໂອກາດດັ່ງກ່າວ ຕີລາຄາສູງຕໍ່ການພົວພັນ ແລະ ຮ່ວມມື ລາວ-ໄທ ທີ່ມີໝາກຜົນເປັນຮູບປະທໍາ ຕະຫລອດໄລຍະ 75 ປີຜ່ານມາ ໂດຍສະເພາະ ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ການເຊື່ອມໂຍງເຊື່ອມຈອດພື້ນຖານໂຄງລ່າງ, ຂົວ, ທາງ, ລາງ ແລະ ອື່ນໆ ພ້ອມທັງຢືນຢັນຄວາມໝາຍໝັ້ນທີ່ຈະສືບທອດ ແລະ ເສີມຂະຫຍາຍພາລະກິດ, ອຸດົມການທີ່ ທ່ານ ພົນເອກ ຄໍາໄຕ ສີພັນດອນ ໄດ້ສ້າງໄວ້ຮ່ວມກັບ ລັດຖະບານ ແລະ ປະຊາຊົນໄທ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ດີທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ໄທ ໃນຖານະຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກ ແລະ ໝັ້ນຄົງຂະນົງແກ່ນຕະຫລອດໄປ.

ໃນຂະນະດຽວກັນ, ທ່ານ ສຸຣິຍະ ຈຶ່ງຣຸ່ງເຣືອງກິດ ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາ ຊົນ ແຫ່ງ ຣາຊະອານາຈັກໄທ ສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະ ຄອບຄົວ ສີພັນດອນ ທີ່ໄດ້ສູນເສຍຜູ້ນໍາທີ່ເຄົາລົບຮັກ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນລາວ ກໍຄື ຄອບ ຄົວ ສີພັນດອນ ຈະຜ່ານຜ່າຄວາມທຸກໂສກອັນໃຫຍ່ຫລວງນີ້ໂດຍໄວ ແລະ ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃຫ້ນັບມື້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version