Home ຂ່າວຕ່າງປະເທດ ກຳປູເຈຍ ເປີດແຜນການບິນແຫ່ງຊາດເປົ້າໝາຍຜູ້ໂດຍສານ 25 ລ້ານຄົນພາຍໃນ 10 ປີ

ກຳປູເຈຍ ເປີດແຜນການບິນແຫ່ງຊາດເປົ້າໝາຍຜູ້ໂດຍສານ 25 ລ້ານຄົນພາຍໃນ 10 ປີ

0

ສຳນັກຂ່າວເອເອຟພີ, ວັນທີ 7ເມສານີ້, ກຳປູເຈຍ ຕັ້ງເປົ້າໝາຍນະໂຍບາຍການບິນຂົນສົ່ງຜູ້ໂດຍສານ 25 ລ້ານຄົນ ແລະ ສິນຄ້າ 205.000 ໂຕນ ພາຍໃນປີ 2035 ຫລັງຈາກຄະນະລັດຖະມົນຕີກຳປູເຈຍ ໄດ້ປຶກສາຫາລືເຖິງນະໂຍບາຍການບິນແຫ່ງຊາດ 2025-2035. ເປົ້າ​ໝາຍດັ່ງກ່າວ ​ຮຽກຮ້ອງ​ໃຫ້​ມີນະ​ໂຍບາຍ​ລະດັບ​ຊາດ​ເຊັ່ນ: ​ການ​ເປີດ​ເສລີ​ດ້ານ​ສິດທິ​ການ​ສັນຈອນທາງ​ອາກາດ. ເປົ້າໝາຍເສັ້ນທາງ ແລະ ຄວາມອາດສາມາດໃນການຂົນສົ່ງ ພ້ອມທັງຄວາມເປັນເຈົ້າຂອງ ແລະ ການຄວບຄຸມສາຍການບິນ. ນອກນີ້ນັກລົງທຶນຕ່າງປະເທດ ໄດ້ຮັບອະນຸຍາດໃຫ້ຖືກຫຸ້ນ ແລະ ບໍລິຫານຈັດການສາຍການບິນ ໂດຍກົງໄດ້ເຖິງ 100%.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version