Home ຂ່າວຕ່າງປະເທດ ທ່ານ ອາເລັກຊານເດີ ລູກາເຊນໂກ ເຂົ້າຮັບຕຳແໜ່ງປະທານາທິບໍດີ ເບລາຣຸດຊີ ຄົນໃໝ່ ຢ່າງເປັນທາງການ

ທ່ານ ອາເລັກຊານເດີ ລູກາເຊນໂກ ເຂົ້າຮັບຕຳແໜ່ງປະທານາທິບໍດີ ເບລາຣຸດຊີ ຄົນໃໝ່ ຢ່າງເປັນທາງການ

0

ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 25 ມີນານີ້, ພິທີເຂົ້າຮັບຕຳແໜ່ງ ປະທານາທິບໍດີ ເບລາຣຸດຊີ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ມິນິກ, ທ່ານ ອາເລັກຊານເດີ ລູກາເຊນໂກ ເຂົ້າຮັບຕຳແໜ່ງ ປະທານາທິບໍດີ ເບລາຣຸດຊີ ຄົນໃໝ່ ຢ່າງເປັນທາງການ. ໃນໂອກາດນີ້ ທ່ານ ອາເລັກຊານເດີ ລູກາເຊນໂກ ກ່າວເນັ້ນວ່າ: ເບລາຣຸດຊີ ຈະສືບຕໍ່ ເພີ່ມທະວີ ການຮ່ວມມືກັບ ຣັດເຊຍ ແລະ ສປ ຈີນ ພ້ອມດ້ວຍ ສະຫະພັນ ລັດເອກະລາດ ແລະ ອົງການ ບຣິກສ໌ ເຊິ່ງເປັນປະເທດ ແລະ ອົງການຈັດຕັ້ງສ່ວນຫລາຍໃນໂລກ. ພາຍຫລັງ ຜົນນັບຄະແນນ ຂອງການເລືອກຕັ້ງ ປະທານາທິບໍດີ ຄັ້ງສຸດທ້າຍ ທີ່ຄະນະກຳມະການ ເລືອກຕັ້ງ ສູນກາງ ເບລາຣຸດຊີ ປະກາດ ສະແດງໃຫ້ເຫັນວ່າ: ທ່ານ ອາເລັກຊານເດີ ລູກາເຊນໂກ ປະທານາ ທິບໍດີຄົນ ປັດຈຸບັນ ໄດ້ຮັບການສະໜັບ ສະໜູນ ຈາກປະຊາຊົນ ຜູ້ມີສິດເລືອກຕັ້ງ ຈຳນວນ 86,82% ແລະ ໄດ້ຮັບເລືອກໃຫ້ເປັນ ປະທານາທິບໍດີ ເບລາຣຸດຊີ ຄົນໃໝ່ ຢ່າງເປັນທາງການ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version