Home ຂ່າວໜ້າໜຶ່ງ ພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

ພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

0

ພິທີໂຮມຊຸມນຸມໃຫຍ່ລະດັບຊາດ ສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (ພັກ ປປ ລາວ) ຈັດຂຶ້ນໃນວັນທີ 22 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ອະດີດການນຳຂັ້ນສູງ ພັກ, ລັດ, ພະນັກງານປະຕິວັດອາວຸໂສ, ການນຳບັນດາກະຊວງ, ພະນັກງານອະວຸໂສ-ບຳນານ, ພະນັກງານທະຫານ-ຕຳ ຫລວດ, ພະນັກງານ-ລັດຖະກອນ ພ້ອມດ້ວຍ ຊາວໜຸ່ມ, ເຍົາ ວະຊົນ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດ ໂດຍ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອແຫ່ງການຕໍ່ສູ່ປົດປ່ອຍປະເທດຊາດ ຂອງນັກຮົບປະຕິວັດ, ມູນ ເຊື້ອແຫ່ງການນຳພາ-ຊີ້ນຳ ອັນສະຫລາດສ່ອງໃສ ຂອງພັກ ປປ ລາວ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955

ເມື່ອທົບທວນ ແລະ ຫວນຄືນເສັ້ນທາງແຫ່ງການຕໍ່ສູ້ອັນລະ ອິດລະອ້ຽວ, ທໍລະຫົດອົດທົນ, ເຕັມໄປດ້ວຍການເສຍສະລະອັນໃຫຍ່ຫລວງ ແລະ ມີໄຊສະຫງ່າງາມ ຂອງຊາດເຮົາ ພາຍໃຕ້ການນໍາພາ ອັນເດັດດ່ຽວ, ປະດິດສ້າງ ຂອງພັກປະຊາຊົນ ປະຕິວັດລາວນັ້ນ, ພວກເຮົາມີຄວາມເອກອ້າງ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າພັກເຮົາ ສາມາດສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນອົງອາດກ້າແກ່ນຂອງຊາດລາວ, ຄົນລາວວິລະຊົນ ໃຫ້ກ້າວຂຶ້ນສູ່ຍອດສູງໃໝ່. ພັກຍາມໃດກໍຈົງຮັກພັກດີຢ່າງສຸດຊຶ້ງ ຕໍ່ຜົນ ປະໂຫຍດຂອງຊາດ ແລະ ຂອງປະຊາຊົນ, ຍາມໃດກໍສະໜິດຕິດ ພັນກັບມະຫາຊົນ, ເອົາມະຫາຊົນເປັນກຳລັງແຮງທີ່ບໍ່ເຫືອດແຫ້ງຂອງພັກ, ຍາມໃດກໍມີຄວາມສາມັກຄີ, ເອ ກະພາບເປັນປຶກແຜ່ນແໜ້ນໜາ, ເຊີດຊູຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ມີຄວາມຄິດປະດິດສ້າງ ໃນການວາງແນວທາງ, ແຜນນະໂຍບາຍ ແລະ ນໍາພາ-ຊີ້ນຳ ພາລະກິດປະຕິວັດ ຢູ່ປະເທດເຮົາຢ່າງຕໍ່ເນື່ອງຕະຫລອດມາ.

ຕະຫລອດໄລຍະ 70 ປີ ແຫ່ງການກໍ່ຕັ້ງ ແລະ ຝຶກຝົນຫລໍ່ ຫລອມ, ຊຸບຫລໍ່ ໂດຍຜ່ານຂະບວນການທົດສອບນາໆປະການໃນແປວໄຟປະຕິວັດ, ພັກປະຊາຊົນປະຕິວັດລາວ ໄດ້ນຳພາການປະຕິວັດຊາດ-ປະຊາທິປະໄຕ, ເຮັດໃຫ້ຂະບວນການຕໍ່ສູ້ກູ້ຊາດ, ຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນ ແລະ ພວກລູກມື ໄດ້ມີບາດກ້າວເຕີບໃຫຍ່, ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ມີໄຊຊະນະຢ່າງຕໍ່ເນື່ອງ ແລະ ກ້າວໄປເຖິງໄຊຊະນະອັນຍິ່ງໃຫຍ່, ສາມາດລຶບລ້າງລະບອບສັກດິນາ-ຂຸນເສິກ ແລະ ສະຖາປະນາ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ນັບແຕ່ນັ້ນມາ ປະຊາຊົນລາວບັນດາເຜົ່າ ໄດ້ກາຍເປັນເຈົ້າຂອງທີ່ແທ້ຈິງ ຂອງປະເທດຊາດ ທີ່ມີເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ. ປະເທດຊາດ ຂອງພວກເຮົາ ໄດ້ກ້າວເຂົ້າສູ່ສັງກາດໃໝ່, ສັງກາດແຫ່ງການສ້າງສາພັດທະນາ ເພື່ອນໍາເອົາຄວາມຈະເລີນວັດທະນາ ແລະ ຄວາມຮັ່ງມີຜາສຸກ ມາສູ່ປະເທດຊາດ ແລະ ປະຊາຊົນ ຂອງພວກເຮົາ.

ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກເຮົາ ໄດ້ກາຍເປັນພັກກໍາອໍານາດ, ເປັນແກນນໍາໃນລະບົບການເມືອງ ແລະ ນໍາພາທົ່ວສັງຄົມ ປະຕິບັດ 2 ໜ້າທີ່ຍຸດທະສາດ. ປະເທດເຮົາ ເຖິງວ່າໄດ້ປະສົບກັບຄວາມຫຍຸ້ງຍາກ ແລະ ການທົດສອບອັນຂ້ຽວຂາດ, ສັບສົນນາໆປະການ ເຊິ່ງເກີດມາຈາກການມ້າງເພທຳລາຍຢ່າງ ຮອບດ້ານ ແລະ ລຽນຕິດ ຂອງບັນດາອິດທິກຳລັງປໍລະປັກ ທີ່ຫວັງຈະດັບມອດລະບອບໃໝ່, ບວກກັບຈຸດເລີ່ມຕໍ່າ, ຄວາມຫລ້າຫລັງໃນຫລາຍດ້ານ, ແຕ່ພວກເຮົາສາມາດປົກປັກ ຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ການເມືອງມີສະຖຽນລະພາບອັນໜັກແໜ້ນ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມໄດ້ໂດຍພື້ນຖານ; ອຳນາດການປົກຄອງແຕ່ລະຂັ້ນ ໄດ້ຮັບການສ້າງຕັ້ງ ແລະ ປັບປຸງ, ບູລະນະນັບມື້ນັບໜັກແໜ້ນ ແລະ ເປັນລະບົບຄົບຊຸດ ແຕ່ສູນກາງລົງເຖິງທ້ອງຖິ່ນ-ຮາກຖານ; ກຳລັງແຮງຂອງຊາດ ໄດ້ຮັບການເສີມ ຂະຫຍາຍ ດ້ວຍຂະບວນການພັດທະນາທີ່ມີຊີວິດຊີວາ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ ຮັບການປັບປຸງຍົກລະດັບຂຶ້ນຢ່າງຈະແຈ້ງ, ການພົວພັນຮ່ວມມືກັບວົງຄະນາຍາດສາກົນ ໄດ້ຮັບການເປີດກວ້າງອອກ, ຖານະບົດ ບາດອິດທິພົນ ຂອງພັກ ແລະ ປະເທດເຮົາ ໄດ້ມີທີ່ຕັ້ງອັນສົມ ກຽດ ແລະ ຮັບການເຊີດຊູສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version