ເພື່ອເປັນການປະກອບສ່ວນໃຫ້ສູນກາງແນວລາວສ້າງຊາດ (ສນຊ) ໃນການສະເຫຼີມສະຫຼອງ 3 ວັນ ປະຫວັດສາດປີ 2025 ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິງຫາ 2025) ໃຫ້ເປັນຂະບວນຟົດຟື້ນໃນວັນທີ 20 ມີນານີ້ ທີ່ ສນຊ ທ່ານ ລີຢຸດ ປະທານກຸ່ມບໍລິສັດ ຍິງເຟິງລາວ ຈຳກັດ ໄດ້ມອບເຄື່ອງກິລາຈຳນວນ 44 ຊຸດ ມູນຄ່າ 7,526,000 ກີບໃຫ້ ສນຊ ເປັນກຽດກ່າວຮັບໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານ ສນຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ,

ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງຍິ່ງ ຕໍ່ກຸ່ມບໍລິສັດຍິງເຟິງລາວ ຈຳກັດ ທີ່ໄດ້ອຸປະຖໍາເຄື່ອງໃນຄັ້ງນີ້; ພ້ອມທັງມອບໃບຍ້ອງຍໍໃຫ້ກຸ່ມບໍລິສັດ ຍິງເຟິງລາວ ຈຳກັດຕື່ມອີກ.
ຂ່າວ: ຈິດຕະພົງ, ພາບ: ລິຂິດ