ສະຖານທູດຢີ່ປຸ່ນປະຈໍາລາວ ຈັດງານລ້ຽງສົ່ງນັກສຶກສາລາວ ໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ໃນວັນທີ 20 ມີນາ 2025 ພາຍໃຕ້ທຶນການສຶກສາ ຂອງກະຊວງ ສຶກສາ, ວັດທະນະທຳ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຢີ (MEXT) ຍີ່ປຸ່ນ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ມີພະນັກງານຈາກອົງການທີ່ກ່ຽວຂ້ອງ ແລະ ອະດີດນັກສຶກສາລາວທີ່ເຄີຍໄປສຶກສາຢູ່ປະເທດຍີ່ປຸ່ນ ເຂົ້າຮ່ວມ. ໃນປີນີ້, ມີນັກສຶກສາຈາກລາວ ຈໍານວນ 12 ຄົນທີ່ໄດ້ຮັບທຶນການສຶກສາ ລະດັບ ປະລິນຍາໂທ, ປະລິນຍາເອກ, ລະດັບຊັ້ນສູງຫລັກສູດເຕັກໂນໂລຊີ ແລະ ຊັ້ນສູງທົ່ວໄປ ຢູ່ປະເທດຍີ່ປຸ່ນ.
ໂອກາດນີ້, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ແນະນຳນັກສຶກສາທີ່ຈະເດີນທາງໄປສຶກສາຢູ່ປະເທດຍີ່ ປຸ່ນມີການແລກປ່ຽນບົດຮຽນ, ຄວາມ, ວັດທະນະທໍາກັບຄົນຍີ່ປຸ່ນໃຫ້ຫລາຍໆເພື່ອນໍາມາເປັນບົດຮຽນ ແລະ ນຳສະເໜີມົນສະເໜ່ຂອງປະເທດລາວໃຫ້ຄົນຍີ່ປຸ່ນ ໄດ້ຮັບຮູ້. ພ້ອມກັນນີ້, ທ່ານ ທູດຍັງໄດ້ສະແດງຄວາມຫວັງວ່າ ນັກສຶກສາລາວ ຈະໄດ້ຮັບປະສົບການ, ຄວາມຮູ້ ແລະ ທັກສະທີ່ລ້ຳຄ່າຢູ່ປະເທດຍີ່ປຸ່ນ ແລະ ນໍາມາໝູນໃຊ້ໃຫ້ເກີດຜົນປະໂຫຍດ, ປະກອບສ່ວນໃນການພັດທະນາປະເທດຊາດ ແລະ ພາກພື້ນໃນອະນາຄົດ.
ໃນໂອກາດດຽວກັນ, ນາງ ມີນູ່ ພັກດີ, ອາຍຸ 24 ປີ ທີ່ໄດ້ຮັບທຶນການສຶກສາ ໄປສຶກສາຕໍ່ໃນລະດັບປະລິນ ຍາໂທ ຢູ່ຍີ່ປຸ່ນ ໄດ້ຕາງໜ້າໃຫ້ແກ່ນັກສຶກສາລາວ ມີຄໍາເຫັນສະແດງຄວາມຂອບໃຈມາຍັງ ລັດຖະບານຍີ່ປຸ່ນ ທີ່ໃຫ້ທຶນການສຶກສາ ໃຫ້ນັກສຶກສາໃນຄັ້ງນີ້, ພ້ອມທັງສະແດງຄວາມຢືນຢັນວ່າ ຈະຕັ້ງໜ້າສຶກສາ, ຄົ້ນຄວ້າຮ່ຳຮຽນ ໃຫ້ດີ ແລະ ປະສົບຮັບຜົນສໍາເລັດກັບຄືນມາຢ່າງແນ່ນອນ.
ໃນພິທີລ້ຽງສົ່ງນັກສຶກສາລາວ ໃນຄັ້ງນີ້, ຍັງມີອະດີດນັກສຶກສາລາວທີ່ຈົບຈາກ ປະເທດຢີ່ປຸ່ນ ມາແບ່ງປັນປະສົບການ ແລະ ໃຫ້ຄຳແນະນຳຜູ້ໄດ້ຮັບທຶນໃໝ່ ໃນການໃຊ້ໂອກາດຄັ້ງນີ້ໃຫ້ເກີດຜົນປະໂຫຍດສູງສຸດ ຕື່ມອີກ.