ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ຜູ້ເກົ່າ ແລະ ທ່ານ ພອນສຸກ ອິນທະວົງ ປະທານຄະນະກຳມະການປົກຄອງແຂວງຫົວພັນ ຜູ້ໃໝ່ ຈັດຂຶ້ນໃນວັນທີ 18 ທັນວາ 2025 ທີ່ຫ້ອງວ່າການແຂວງຫົວພັນ ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພຸດພັນ ແກ້ວວົງໄຊ ເລຂາຄະນະບໍລິຫານງານພັກ ແຂວງຫົວພັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ການນຳຂັ້ນແຂວງ, ການນຳ 10 ເມືອງທົ່ວແຂວງ, ພະແນກການອ້ອມແຂວງ, ອົງການທຽບເທົ່າ ແລະ ພັກນັກງານ-ລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ຄະນະຈັດຕັ້ງໄດ້ຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 30/ກມສພ, ລົງວັນທີ 10 ພະຈິກ 2025 ແລະ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 807/ນຍ, ລົງວັນທີ 9 ທັນວາ 2025 ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເຈົ້າແຂວງຫົວພັນ ອອກພັກການ-ຮັບອຸດໜູນບຳນານ ແລະ ດຳລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 813/ນຍ, ລົງວັນທີ 10 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ພອນສຸກ ອິນທະວົງ ເປັນປະທານຄະນະກຳມະການປົກຄອງແຂວງຫົວພັນຜູ້ໃໝ່.
ໃນພິທີ ຍັງໄດ້ມີການເຊັນບົດບັນທຶກມອບຮັບໜ້າທີ່ ລະຫວ່າງເຈົ້າແຂວງຫົວພັນ ຜູ້ເກົ່າ ແລະ ປະທານຄະນະກຳມະການປົກຄອງແຂວງ ຜູ້ໃໝ່ ຢ່າງເປັນທາງການ.