ພິທີເຊັນສັນຍາ ພັດທະນາໂຄງການໄຟຟ້າພະລັງງານລົມ ກໍາລັງຕິດຕັ້ງ 450 MW ຢູ່ເມືອງສິງ ແລະ ເມືອງລອງ ແຂວງຫລວງນໍ້າທາ ແລະ ໂຄງການໄຟຟ້າພະລັງງານລົມ ກໍາລັງຕິດຕັ້ງ 106 MW ຢູ່ເມືອງໄຊ ແຂວງອຸດົມໄຊ ຂອງໂຄງການຖານເຊື່ອມຕໍ່ພະລັງງານສະອາດ ພາກເໜືອລາວ ໄລຍະທີ II ລະຫວ່າງ ລັດຖະບານລາວ ກັບ ບໍລິສັດຊີຈີເອັນເອເນີຈີເຕັກໂນໂລຊີ (ລາວ) ຈໍາກັດ ຈັດຂຶ້ນໃນວັນທີ 20 ມີນາ 2025 ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫວາງຊາງ ອຸປະທູດ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ.
ໂຄງການໄລຍະທີ II ໂຄງການໄຟຟ້າພະລັງງານລົມ ແມ່ນຈະຊ່ວຍເສີມໂຄງການໄລຍະທີ I ໂຄງການໄຟຟ້າພະລັງງານແສງຕາເວັນ 1.000 MW ທີ່ໄດ້ເລີ່ມດຳເນີນການກໍ່ສ້າງແລ້ວ ໂດຍຈະຊ່ວຍເພີ່ມປະສິດທິພາບ ໃນການນຳໃຊ້ລະບົບສາຍສົ່ງໄຟຟ້າ ແລະ ພັດທະນາຖານພະລັງງານສະອາດ ແບບປະສົມປະສານຂະໜາດໃຫຍ່ ໃຫ້ເຂັ້ມແຂງອີກກ້າວໜຶ່ງ.
ທ່ານ ໂພໄຊ ໄຊຍະສອນ ໄດ້ມີຄໍາເຫັນໃນພິທີວ່າ: ໂຄງການຖານເຊື່ອມຕໍ່ພະລັງງານສະອາດ ຂອງບໍລິສັດຊີຈີເອັນ ຢູ່ພາກເໜືອຂອງລາວ ເປັນໜຶ່ງຜົນສຳເລັດອັນໃຫຍ່ຂອງສອງປະເທດ ໃນການລົງເລິກການຮ່ວມມືຕົວຈິງ ແລະ ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ສືບຕໍ່ຈາກໂຄງການທາງລົດໄຟລາວ-ຈີນ. ນອກນັ້ນ, ຍັງເປັນໂຄງການພະລັງງານຍຸດທະສາດ ເພິ່ງພາອາໄສກັນກັບໂຄງການສາຍສົ່ງລາວ-ຈີນ 500 kV. ຫວັງວ່າບໍລິສັດຊີຈີເອັນລາວ ຈະສືບຕໍ່ຮັກສາມູນເຊື້ອການຈັດຕັ້ງປະຕິບັດວຽກງານທີ່ດີຄືດັ່ງຜ່ານມາ, ປະກອບສ່ວນເຂົ້າໃນການພັດທະນາສັງຄົມຢ່າງຕັ້ງໜ້າ, ສະໜັບສະໜູນວຽກງານຂົງເຂດການສຶກສາ, ສາທາລະນະສຸກ, ສ້າງພື້ນຖານໂຄງລ່າງ ແລະ ອື່ນໆ ໃຫ້ຫລາຍຂຶ້ນກວ່າເກົ່າ ເພື່ອສ້າງຄວາມຜາສຸກໃຫ້ແກ່ຊຸມຊົນເຂດໂຄງການຕັ້ງຢູ່; ເພື່ອເພີ່ມທະວີການພົວພັນຮ່ວມມື ກັບບັນດາອົງການລັດ, ຊຸກຍູ້ໂຄງການພະລັງງານສະອາດ ໃຫ້ກາຍເປັນຮູບປະທຳຫລາຍຂຶ້ນ, ກໍ່ສ້າງໂຄງການພະລັງງານສະອາດ ພາກເໜືອຂອງລາວ ເພື່ອເປັນຕົ້ນແບບໃຫ້ແກ່ໂຄງການພະລັງງານສະອາດ ໃນເຂດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ເປັນການຂະຫຍາຍການເຊື່ອມຕໍ່ເຄືອຂ່າຍໄຟຟ້າ ແລະ ການແລກປ່ຽນກະແສໄຟຟ້າ ລະຫວ່າງລາວ ກັບປະ ເທດເພື່ອນບ້ານ, ສົ່ງເສີມໃຫ້ປະເທດລາວ ກາຍເປັນສູນກາງການເຊື່ອມຕໍ່ ແລະ ແລກປ່ຽນພະລັງງານໄຟຟ້າ ທີ່ສຳຄັນຂອງພາກພື້ນ; ໃຫ້ຄວາມສຳຄັນຕໍ່ກັບການຕອບສະໜອງຄວາມຕ້ອງການ ດ້ານພະລັງງານໄຟຟ້າໃນ ສປປ ລາວ ທີ່ນັບມື້ນັບຫລາຍຂຶ້ນ, ເພື່ອເປັນການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມລາວ ແລະ ເປັນການປະ ກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການສ້າງ-ຍົກລະດັບ ຄູ່ຮ່ວມຊາຕາກຳຂອງສອງຊາດ ລາວ-ຈີນ ໃຫ້ມີມາດຕະ ຖານ ແລະ ຄຸນນະພາບທີ່ສູງຂຶ້ນ.
ທ່ານ ຈ່າງຊາວສຸນ ປະທານບໍລິຫານບໍລິສັດຈີຊີເອັນ ພະລັງງານສາກົນ ໄດ້ກ່າວວ່າ: ການພົວພັນ ລາວ-ຈີນ ພວມຢູ່ໃນຈຸດເລີ່ມຕົ້ນປະຫວັດສາດໃໝ່ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຄຸນນະພາບສູງ ແລະ ສ້າງ “ຄູ່ຮ່ວມຊາຕາກຳລາວ-ຈີນ” ໄດ້ກາຍເປັນຄວາມເຫັນດີເຫັນພ້ອມ ທີ່ສຳຄັນຂອງສອງພັກ ແລະ ສອງປະເທດ. ບໍລິສັດຈີຊີເອັນ ຈະສືບຕໍ່ຍຶດໝັ້ນໃນຫລັກການ “ຮ່ວມຄິດຮ່ວມສ້າງຮ່ວມແບ່ງປັນ” ແລະ ເພື່ອເປັນການຊຸກຊຸກຍູ້ ການພັດ ທະນາ-ການກໍ່ສ້າງໂຄງການຖານເຊື່ອມຕໍ່ພະລັງງງານສະອາດ ພາກເໜືອຂອງລາວ ໃຫ້ມີຄຸນນະພາບສູງໂດຍຍຶດໝັ້ນແນວທາງການເຮັດວຽກ: “ເຄັ່ງຄັດເຂັ້ມງວດ, ລະມັດລະວັງ, ລະອຽດຮອບຄອບ, ເຮັດແທ້ທໍາຈິງ, ນໍາໃຊ້ຄວາມໄດ້ປຽບຂອງພະລັງງານສົ່ງເສີມກັນ ແລະ ກັນ, ປະສົມປະສານການພັດທະນາພະລັງງານປະເພດຕ່າງໆເຊັ່ນ: ພະລັງແສງຕາເວັນ, ພະລັງງານລົມ, ພະລັງງານຊີວະມວນ ແລະ ອື່ນໆ ເພື່ອຫລຸດຜ່ອນຄວາມກົດດັນຕໍ່ຕາຂ່າຍໄຟຟ້າ ແລະ ປັບປຸງຜົນປະໂຫຍດທາງດ້ານເສດຖະກິດໂດຍລວມ. ລົງເລິກການປະສານສົມທົບຂອງຕ່ອງໂສ້ອຸດສາຫະກຳ, ສະໜອງຄວາມໄດ້ປຽບດ້ານອຸປະກອນພະລັງງານໃໝ່, ເຕັກໂນໂລຊີ ແລະ ການບໍລິການ, ຊ່ວຍ ສປປ ລາວ ພັດທະນາຂະແໜງພະລັງງານສະອາດ ແລະ ບຸກຄະລາກອນໃນທ້ອງຖິ່ນ, ຕັ້ງໜ້າຕອບສະໜອງຄໍາສະເໜີຂອງລັດຖະບານລາວ, ຈັດຕັ້ງໂຄງການພະລັງງານສະອາດ ທີ່ເໝາະສົມກັບການຊົມໃຊ້ໃນທ້ອງຖິ່ນ, ຕາມຄວາມຕ້ອງການພະລັງງານຂອງທ້ອງຖິ່ນ ແລະ ເງື່ອນໄຂການກໍ່ສ້າງຕາຂ່າຍ, ປະສົມປະສານເຂົ້າໃນລະບົບຖານພະລັງງານສະອາດຂະໜາດໃຫຍ່, ຊ່ວຍພັດທະນາເສດຖະກິດ ແລະ ສັງຄົມພາຍໃນຂອງລາວ.