ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ປິດລົງ ດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງ ດຳເນີນມາແຕ່ວັນທີ 17-20 ມີນາ 2025 ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໂດຍມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ບັນດາການນຳ ພັກ-ລັດ, ອະດີດການນຳ ພັກ-ລັດ, ພ້ອມດ້ວຍ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດ ປີດກອງປະຊຸມ ຢ່າງເປັນທາງການ ໂດຍມີເນື້ອໃນບາງຕອນວ່າ: ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ, ຮັບຮອງ ເອົາເນື້ອໃນສໍາຄັນຈໍານວນໜຶ່ງ ເປັນຕົ້ນ ໄດ້ພິຈາລະນາ ແລະ ຮັບຮອງເອົາ ລັດຖະທໍາມະນູນ ສະບັບປັບປຸງປີ 2025 ເຊິ່ງການປັບປຸງລັດຖະທໍາມະນູນ ປີ 2025 ນີ້, ເປັນການສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກ ທີ່ວາງອອກໃນແຕ່ລະໄລຍະ ໃຫ້ເປັນອັນລະອຽດ ເຂົ້າໃສ່ເນື້ອໃນຂອງ ລັດຖະທໍາມະນູນ ເຊິ່ງເປັນກົດໝາຍ ພື້ນຖານສໍາຄັນຂອງຊາດ, ເປັນເຄື່ອງມືສໍາຄັນຂອງລັດ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງພັກກຳອຳນາດ, ການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມດ້ວຍກົດໝາຍ. ການປັບປຸງລັດຖະທໍາມະນູນ ຄັ້ງນີ້, ແນໃສ່ການປັບປຸງລະບົບອໍານາດແຫ່ງລັດ ປະຊາທິປະໄຕ ປະຊາຊົນ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສາມາດເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແນໃສ່ສ້າງພື້ນຖານທາງດ້ານກົດໝາຍ ກໍຄື ນິຕິກໍາທີ່ວາງອອກໃນຕໍ່ໜ້າ ໃຫ້ຮັບປະກັນຄວາມສອດຄ່ອງກັບແນວທາງການເມືອງຂອງພັກ, ທັງຈະເປັນການຊ່ວຍໃຫ້ການຄຸ້ມຄອງ-ບໍລິຫານລັດ ດ້ວຍກົດໝາຍໃນໄລຍະໃໝ່ໃຫ້ມີຄຸນນະພາບສູງຂຶ້ນເລື້ອຍໆ; ກອງປະຊຸມ ຍັງໄດ້ສະເໜີໃຫ້ຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ ຮີບຮ້ອນ ຮຽບຮຽງ, ປັບປຸງເນື້ອໃນຕາມບັນດາຄໍາຄິດຄໍາເຫັນ ຂອງກອງປະຊຸມ ເພື່ອນໍາສະເໜີຂໍການພິຈາລະນາລົງລາຍເຊັນ ຈາກປະ ທານສະພາແຫ່ງຊາດ. ຫລັງຈາກນັ້ນ, ນໍາສະເໜີຂໍການພິຈາລະນາ ຈາກທ່ານປະທານປະເທດ ໃນການອອກລັດຖະດໍາລັດ ປະກາດນໍາໃຊ້ ຢ່າງເປັນທາງການໃນມໍ່ໆນີ້.

ພ້ອມນີ້, ກອງປະຊຸມ ຍັງໄດ້ພິຈາລະນາ, ຮັບຮອງເອົາການປັບປຸງກົດໝາຍ ຈໍານວນ 2 ສະບັບຄື: ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເພື່ອໃຫ້ສອດຄ່ອງກັບມະຕິຂອງພັກ, ການປັບປຸງກົງຈັກການຈັດຕັ້ງ ແລະ ສອດຄ່ອງກັບລັດຖະທໍາມະນູນ ສະບັບປັບປຸງ ປີ 2025 ທັງເປັນການປະກອບສ່ວນສໍາຄັນໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ກອງປະຊຸມ ມອບໃຫ້ຄະນະຮັບຜິດຊອບ ນໍາເອົາເນື້ອໃນຂອງຮ່າງໄປຮຽບຮຽງໃຫ້ຄົບຖ້ວນ ສົມບູນ ເພື່ອໄດ້ປະກາດໃຊ້ໂດຍໄວ ແລະ ນໍາໄປສູ່ການຈັດຕັ້ງປະຕິບັດ ໃຫ້ມີປະສິດພາບ ແລະ ປະສິດທິຜົນເປັນຢ່າງດີ. ພ້ອມນັ້ນ, ຍັງໄດ້ພິຈາລະນາ ແລະ ຮັບຮອງເອົາຄໍາສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການປັບປຸງກົງຈັກການ ຈັດຕັ້ງຂອງ ກະຊວງ-ອົງການ ຈໍານວນໜຶ່ງ ເຊິ່ງກອງປະຊຸມໄດ້ສະແດງຄວາມຊົມເຊີຍທີ່ລັດຖະບານ ໄດ້ມີຄວາມຕັດສິນໃຈສູງໃນການປັບປຸງກົງຈັກການຈັດຕັ້ງ ຕາມທິດກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ, ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ, ທັງເປັນການຍົກສູງປະສິດທິພາບຂອງການນໍາພາ-ຊີ້ນໍາ ແລະ ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃນເງື່ອນໄຂໃໝ່, ທັງເປັນການເພີ່ມຄວາມເຂັ້ມແຂງ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນໃຫ້ສູງຂຶ້ນ. ກອງປະຊຸມມີຄວາມເຊື່ອໝັ້ນວ່າ ລັດຖະບານ ຈະສຸມໃສ່ການປັບປຸງຂັ້ນກະຊວງ-ອົງການໃຫ້ສໍາເລັດ ພາຍໃນເດືອນພຶດສະພາ 2025 ແລະ ການປັບປຸງການຈັດຕັ້ງສາຍຕັ້ງ ຢູ່ທ້ອງຖິ່ນ ໃຫ້ສໍາເລັດພາຍໃນເດືອນກໍລະກົດ 2025 ເພື່ອກ້າວສູ່ການປັບປຸງກົງຈັກ ໃນຂອບເຂດທົ່ວປະເທດ ແລະ ສ້າງບັນຍາກາດ ໃໝ່ໃຫ້ແກ່ການສ້າງຜົນງານຕ້ອນຮັບ 3 ວັນປະຫວັດສາດ ແລະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ກ້າວໄປສູ່ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໃນຕໍ່ໜ້າ.
ກອງປະຊຸມ ຍັງໄດ້ພິຈາລະນາ ແລະ ຮັບຮອງເອົານະໂຍບາຍສົ່ງເສີມພິເສດ ສະເພາະໃຫ້ຜູ້ລົງທຶນ ໃນນິຄົມອຸດສາຫະກໍາອະມະຕະ ຕາມການສະເໜີຂອງລັດຖະບານ ກ່ຽວກັບການຍົກເວັ້ນອາກອນກໍາໄລ ໄລຍະ 30 ປີ (ສະ ເພາະຜູ້ທີ່ມາລົງທຶນພາຍໃນ 7 ປີທໍາອິດ ຂອງການດໍາເນີນນິຄົມດັ່ງກ່າວ) ທີ່ຈະລົງທຶນໃນ 4 ກິດຈະກໍາສົ່ງເສີມພິເສດ ຄື: ອຸດສາຫະກໍາຜະລິດ, ປະກອບເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການກະເສດ, ອຸດສາຫະກໍາຝຸ່ນຊີວະພາບ, ເຄມີ ແລະ ການຜະລິດອາຫານສັດ, ອຸດສາຫະກໍາຜະລິດແຜງຊິ້ນສ່ວນພະລັງງານແສງອາທິດ ແລະ ພະລັງງານທົດແທນ, ອຸດສາຫະກໍາຜະລິດລົດ ແລະ ອາໄຫລ່, ອຸດສາຫະກໍາຜະລິດອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ.
ຜ່ານການພິຈາລະນາດ້ວຍເຫດຜົນ ແລະ ເຫັນໄດ້ຄວາມຈໍາເປັນ ໃນການດຶງດູດເອົາການລົງທຶນມາພັດທະ ນາເຂດທຸລະການດານ, ພື້ນຖານໂຄງລ່າງບໍ່ທັນມີຄວາມສະດວກນັ້ນ, ຜູ້ແທນກອງປະຊຸມໄດ້ມີຄວາມເຫັນເປັນເອກະພາບ ເຫັນດີ ຮັບຮອງເອົາ ນະໂຍບາຍສົ່ງເສີມພິເສດ ສະເພາະໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກໍາອະມະຕະ ເຊິ່ງຈະເປັນເງື່ອນໄຂສໍາຄັນໃນການສົ່ງເສີມ ແລະ ດຶງດູດເອົາການລົງທຶນຂອງຕ່າງປະເທດ ເຊິ່ງສອດຄ່ອງກັບທິດທາງໃນການພັດທະນາເຂດເສດຖະກິດຂອງປະເທດເຮົາ, ສ້າງການຫັນປ່ຽນໂຄງປະກອບເສດຖະກິດ ທີ່ຈະສົ່ງເສີມການຜະລິດອຸດສາຫະກໍາ, ການຜະລິດເພື່ອສົ່ງອອກ ແທນການຂຸດຄົ້ນ ແລະ ຂາຍຊັບພະຍາກອນທໍາມະຊາດດັ່ງຜ່ານມາ ແລະ ປັດຈຸບັນ.
ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ຄຸ້ມຄອງວຽກງານນິຄົມອຸດສາຫະກໍາດັ່ງກ່າວ, ໃຫ້ປະຕິບັດຕາມລະບຽບ, ກົດໝາຍຢ່າງເຂັ້ມງວດ, ຊຸກຍູ້ໃຫ້ນັກລົງທຶນມີການປະກອບສ່ວນພັດທະນາທ້ອງຖິ່ນ, ມີການຖ່າຍທອດບົດຮຽນ-ເຕັກນິກວິຊາການໃຫ່ແກ່ຄົນລາວ ແລະ ມີການສ້າງວຽກເຮັດງານທໍາໃຫ້ປະຊາຊົນໃນທ້ອງຖິ່ນໃຫ້ນັບມື້ຫລາຍຂຶ້ນ.
ຜົນສໍາເລັດຂອງກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້, ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX ເຂົ້າສູ່ວຽກງານຕົວຈິງ, ເປັນໝາກຜົນລວມສູນສະຕິປັນຍາ, ການສະແດງອອກສິດປະຊາທິປະໄຕ ກໍຄື ຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການທີ່ກ່ຽວຂ້ອງ ທີ່ມີຄວາມພະຍາຍາມ ແລະ ມີມາດຕະການຕົວຈິງໃນການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ໃຫ້ຕົກໄປເທື່ອລະກ້າວ, ມີການປັບປຸງບັນດາເອກະສານນິຕິກໍາທີ່ສໍາຄັນ ນັບທັງຄວາມຕັດສິນໃຈໃນການປັບປຸງກົງຈັກການຈັດຕັ້ງ ເພື່ອສ້າງໃຫ້ມີການຫັນປ່ຽນໃໝ່ຢ່າງເລິກເຊິ່ງເພື່ອສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນໍາພາຂອງພັກ ແລະ ລັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.