Home ຂ່າວໜ້າໜຶ່ງ ເຈາະຈີ້ມ 3 ຈຸດສຳຄັນ ໃຫ້ ສສຊ ປະກອບຄໍາເຫັນຕໍ່ການຄົ້ນຄວ້ານະໂຍບາຍສົ່ງເສີມພິເສດ

ເຈາະຈີ້ມ 3 ຈຸດສຳຄັນ ໃຫ້ ສສຊ ປະກອບຄໍາເຫັນຕໍ່ການຄົ້ນຄວ້ານະໂຍບາຍສົ່ງເສີມພິເສດ

0

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ໃຫ້ຄໍາຖາມເຈາະຈີ້ມ ຕໍ່ກັບບົດລາຍງານ ກ່ຽວກັບການຄົ້ນຄວ້ານະໂຍບາຍສົ່ງເສີມພິເສດ ໃຫ້ນິຄົມອຸດສາຫະກຳ ອາມະຕະ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍໄດ້ເຈາະຈີ້ມ 3 ຈຸດສໍາຄັນ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄໍາເຫັນ ຕໍ່ການສະເໜີການຄົ້ນຄວ້ານະໂຍບາຍດັ່ງກ່າວ ຂອງລັດຖະບານ ໂດຍແມ່ນ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າລັດຖະບານຂຶ້ນລາຍງານ.

ໃນຈຸດທີ 1: ປະທານ ສະພາແຫ່ງຊາດ ໄດ້ເຈາະຈີ້ມໃນວັກທີ 4, ມາດຕາ 64 ຂອງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ສະບັບ ປັບປຸງ ປີ 2024 ສາມາດກໍານົດນະໂຍບາຍສູງກວ່າກົດໝາຍກ່ຽວຂ້ອງກໍານົດ ຊຶ່ງລັດຖະບານ ໄດ້ຄົ້ນຄວ້າສະເໜີຂໍການຍົກເວັ້ນອາກອນກຳໄລ ໄລຍະ 30 ປີ ໃຫ້ນິຄົມອຸດສາຫະກໍາ ອາມະຕະ; ເຫັນວ່າສູງກວ່າກົດໝາຍກຳນົດ 15 ປີ, ເພື່ອຄວາມເປັນເອກະພາບ ບັນດາທ່ານ ສສຊ ເຫັນວ່າ ການຄົ້ນຄວ້ານະໂຍບາຍດັ່ງກ່າວ ແມ່ນມີຄວາມເໝາະສົມ ແລະ ແທດເໝາະ ກັບຈຸດພິເສດຂອງ ສປປ ລາວ ກໍຄືທ້ອງຖິ່ນ ຄືແນວໃດ?, ເພື່ອຮັບປະກັນ ການຊຸກຍູ້ສົ່ງເສີມດຶງດູດເອົາການລົງທຶນ ເຂົ້າມາພັດທະນາປະເທດ ຄຽງຄູ່ກັບຜົນປະໂຫຍດຂອງ ປະຊາຊົນ ແລະ ບໍ່ສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃນໄລຍະຍາວ.

ຈຸດທີ 2: ສໍາລັບກິດຈະການສົ່ງເສີມພິເສດ 4 ກິດຈະການ ຕາມມາດຕາ 9 ຂອງຮ່າງດໍາລັດ ວ່າດ້ວຍນິຄົມອຸດສາຫະກໍາອໍາມະຕະ ທີ່ຈະໄດ້ຮັບການຍົກເວັ້ນອາກອນກຳໄລ ໄລຍະ 30 ປີນັ້ນ, ບັນດາທ່ານ ສສຊ ເຫັນວ່າ ກິດຈະການດັ່ງກ່າວ ມີຄວາມເໝາະສົມແລ້ວບໍ່ ຫຼື ຄວນມີກິດຈະການອື່ນເພີ່ມຕື່ມ ຄືແນວໃດ?.

ຈຸດທີ 3: ເພື່ອຮັບປະກັນການລົງທຶນ ໄປຄຽງຄູ່ກັບການພັດທະນາທ້ອງຖິ່ນ ຕິດພັນກັບການດໍາລົງຊີວິດຂອງປະຊາຊົນ ລວມທັງຊຸກຍູ້ສົ່ງເສີມໃຫ້ມີການນໍາໃຊ້ແຮງງານພາຍໃນ ໂດຍສະເພາະແຮງງານຈາກທ້ອງຖິ່ນ ທີ່ນິຄົມອຸດສາຫະກຳຕັ້ງຢູ່, ບັນດາ ສສຊ ເຫັນຄວນໃຫ້ຜູ້ພັດທະນາ ແລະ ຜູ້ລົງທຶນ ມີພັນທະປະກອບສ່ວນຕໍ່ບັນຫາດັ່ງກ່າວ ຄືແນວໃດ?.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version