Home ຂ່າວຕ່າງປະເທດ ສສ ຫວຽດນາມ ຮັບດຳລົງບົດບາດເປັນປະທານໝູນວຽນ ຄະນະກຳມະການ ອາຊຽນ

ສສ ຫວຽດນາມ ຮັບດຳລົງບົດບາດເປັນປະທານໝູນວຽນ ຄະນະກຳມະການ ອາຊຽນ

0

ວິທະຍຸກະຈາຍສຽງຫວຽດນາມ ວັນທີ 19 ມີນາ, ທ່ານ ນາງ ໂງມິງງວຽດ, ເອກອັກຄະລັດຖະທູດຫວຽດນາມ ປະຈຳອາກຊັງຕິນ, ດ້ວຍຖານະເປັນປະທານໝູນວຽນຄະນະກຳມະການອາຊຽນ ປະຈຳນະຄອນຫລວງ Buenos Aires, ໄດ້ເປັນປະທານ ກອງປະຊຸມສະໄໝສາມັນ ຄັ້ງທີ 42 ຢູ່ສຳນັກງານສະຖານທູດຫວຽດນາມ. ຈາກນັ້ນເອກອັກຄະລັດຖະທູດຫວຽດນາມ ພ້ອມດ້ວຍເອກອັກຄະລັດຖະທູດອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ເອກອັກຄະລັດຖະທູດໄທ ໄດ້ປຶກສາຫາລື ກ່ຽວກັບແຜນການຄາດຄະເນຈະຜັນຂະຫຍາຍໃນໄລຍະຈະມາເຖິງແນໃສ່ສົ່ງເສີມ, ໂຄສະນາພາບພົດ ແລະ ທີ່ຕັ້ງຂອງບັນດາປະເທດອາຊຽນ ຢູ່ອາກຊັງຕິນ. ບັນດາເອກອັກຄະລັດຖະທູດອາຊຽນ ກໍເຫັນດີຕໍ່ ບັນດາຂໍ້ສະເໜີຂອງ ສສ ຫວຽດນາມ, ຊຸກຍູ້ການເຮັດວຽກ ກັບບັນດາອົງການ ອຳນາດການປົກຄອງ, ປະຊາຄົມວິສາຫະກິດ ເພື່ອຍູ້ແຮງການເຊື່ອມຕໍ່, ເປີດກວ້າງ ແລະ ຍົກສູງປະສິດທິຜົນ ການຮ່ວມມື ດ້ານເສດຖະກິດ-ການເມືອງ.ໄປຄຽງຄູ່ກັບ ການຈັດ ບັນດາການເຄື່ອນໄຫວຂອງ ອາຊຽນ ຢ່າງເປັນທາງການຄື ເຫດການ ອາຊຽນ ຢູ່ ສະພາແຫ່ງຊາດ ອາກຊັງຕິນ, ສະຖານທູດ ຫວຽດນາມ ປະຈຳ ອາກຊັງຕິນ ກໍຈະເປັນປະທານ ບັນດາການເຄື່ອນໄຫວ ພົວພັນແລກປ່ຽນ ໃນວັນຄອບຄົວ ອາຊຽນ ຢູ່ນະຄອນຫລວງ Buenos Aires ຂອງ ອາກຊັງຕິນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version