ເມື່ອບໍ່ດົນມານີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນລາວ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເດີ່ນທາງໄປຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສສ ຫວຽດນາມ.
ໂອກາດນີ້, ສະຫາຍ ຟ້າມມິງຈິງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ດີຄາລາສູງຕໍ່ສະຫາຍ ພົນຕີ ສາຍໃຈ ກົມມະສິດ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ໃນຄັ້ງນີ້, ພ້ອມທັງສະເໜີໃຫ້ສອງກອງທັບ ຫວຽດນາມ-ລາວ ເພີ່ມທະວີການພົວພັນເຊິ່ງກັນ ແລະ ກັນ, ເປັນເສນາທິການໃຫ້ການ ນໍາຂັ້ນສູງຂອງສອງປະເທດ ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຜັນຂະຫຍາຍຜົນການພົບປະລະຫວ່າງຜູ້ນໍາຂອງ 3 ພັກ ແລະ ນາຍົກລັດຖະມົນຕີ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຢູ່ນະຄອນໂຮ່ຈີ່ມິງ ໃນເດືອນກຸມພາທີ່ຜ່ານມາ, ຮັດແໜ້ນນ້ຳໃຈສາມັກຄີແບບພິເສດ ລະຫວ່າງ 3 ປະເທດ ແລະ ປະຕິບັດກົນໄກຮ່ວມມືທີ່ມີຢູ່ແລ້ວ. ໃນນັ້ນ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະ ພົບປະແລກປ່ຽນລະຫວ່າງກອງທັບສອງຝ່າຍ; ຕັ້ງໜ້າຜັນຂະຫຍາຍວຽກງານບໍາລຸງກໍ່ສ້າງຊັບພະຍາກອນມະນຸດ; ຊຸກຍູ້ການຮ່ວມມືດ້ານຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ພະລາທິການເຕັກນິກ; ຍູ້ແຮງການຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນຫວຽດນາມ-ລາວ ໃຫ້ມີສັນຕິ ພາບ, ສະຖຽນລະພາບ, ພັດທະນາ ໃນນັ້ນ ມີການກໍ່ສ້າງກຸ່ມບ້ານ; ສູ້ຮົບ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດ ຢ່າງທັນການ; ເຂົ້າຮ່ວມການພັດທະນາເສດຖະກິດ, ກໍ່ສ້າງຮູບແບບເສດຖະກິດປ້ອງກັນຊາດ; ໂຄສະນາເຜີຍແຜ່, ສຶກສາອົບຮົມກ່ຽວກັບປະຫວັດສາດ, ຄວາມໝາຍຄວາມສຳຄັນຂອງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ແລະ ສອງກອງທັບຫວຽດນາມ-ລາວ ໃຫ້ຂຽວສົດງົດງາມຕະຫລອດໄປ.

ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ລາຍງານຜົນການພົບປະສອງຝ່າຍ ລະຫວ່າງກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບ ສຸມໃສ່ຊຸກຍູ້ການພົວພັນຮ່ວມມື ແລະ ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຢ່າງມີປະສິດທິຜົນ ຕາມຄວາມຮັບຮູ້ຮ່ວມຂອງການນຳຂັ້ນສູງ 2 ປະເທດ, ພິເສດແມ່ນສັນຍາຂັ້ນສູງຫວຽດນາມ-ລາວ ໃນ ປີ 2024 ແລະ ການພົບປະລະຫວ່າງການນຳ 3 ຝ່າຍ ຫວຽດນາມ-ລາວ-ກຳປູເຈຍ; ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນບັນດາບັນຫາຍຸດທະສາດ ຜ່ານການພົບປະຂັ້ນສູງ ແລະ ກົນໄກສົນທະນານະໂຍບາຍປ້ອງກັນປະເທດ; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາຍແດນ ລະຫວ່າງສອງປະ ເທດໃນນັ້ນມີການກໍ່ສ້າງກຸ່ມບ້ານ, ເອົາໃຈໃສ່ເຖິງການຮ່ວມມືດ້ານການບຳລຸງສ້າງຊັບພະຍາກອນມະນຸດ; ຊຸກຍູ້ການຮ່ວມມືດ້ານຄົມມະນາຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ, ອຸດສາຫະກຳປ້ອງກັນປະເທດ, ພັດທະນາເສດຖະກິດ ແລະ ສືບຕໍ່ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຫລາຍຝ່າຍ.
ຂໍ້ມູນ-ພາບ: ໜັງສືພິມກອງທັບ