Home ຂ່າວໜ້າໜຶ່ງ ທ່ານ ນາຍົກລັດຖະມົນຕີ ຊຸກຍູ້ ແລະ ຊີ້ນໍາວຽກງານ ຢູ່ແຂວງເຊກອງ

ທ່ານ ນາຍົກລັດຖະມົນຕີ ຊຸກຍູ້ ແລະ ຊີ້ນໍາວຽກງານ ຢູ່ແຂວງເຊກອງ

0

ໃນວັນທີ 9 ມີນາ 2025, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງເຊກອງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ, ເຈົ້າແຂວງໆເຊກອງ ພ້ອມດ້ວຍການນຳຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວເຮັດວຽກ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ໄປຢ້ຽມຢາມໂຮງງານປຸງແຕ່ງເຫຼົ້າວາຍ ຂອງບໍລິສັດອິນແປງ ການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ຢູ່ເມືອງທ່າແຕງ. ໂຮງງານດັ່ງກ່າວ ແມ່ນໄດ້ລິເລີ່ມຄົ້ນຄວ້າສູດປຸງແຕ່ງເຫຼົ້າວາຍ ໃນປີ 2005, ມາປີ 2008 ຈຶ່ງໄດ້ສ້າງຕັ້ງໂຮງງານ ໂດຍເລີ່ມປຸງແຕ່ງເຫຼົ້າວາຍ 4 ຊະນິດ ຄື: ເຫຼົ້າວາຍໝາກ ຂາມປ້ອມ, ເຫຼົ້າວາຍໝາກຈັນ, ເຫຼົ້າວາຍໝາກນອດ ແລະ ເຫຼົ້າວາຍໝາກກ້ວຍ. ຜ່ານການປຸງແຕ່ງ ແລະ ຈໍາໜ່າຍຜະລິດຕະພັນດັ່ງກ່າວ ແມ່ນໄດ້ຮັບຄວາມສົນໃຈ ແລະ ຕອບຮັບຈາກສັງຄົມເປັນຢ່າງດີ ຄຽງຄູ່ກັບຜະລິດຕະພັນ ທີ່ຮັບປະກັນຄຸນນະພາບ ຈິ່ງສາມາດໄດ້ຮັບການຢັ້ງຢືນ ເປັນສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ໃນຕົ້ນປີ 2017;​ ມາຮອດປີ 2023 ກໍ່ໄດ້ປຸງແຕ່ງເຫຼົ້າວາຍເພີ່ມຕື່ມ 2 ຊະນິດ ຄື: ເຫຼົ້າວາຍກາເຟ ແລະ ເຫຼົ້າວາຍໝາກຂາມປ້ອມພິເສດ. ປະຈຸບັນ ໂຮງງານດັ່ງກ່າວ ສາມາດຜະລິດ-ປຸງແຕ່ງເຫຼົ້າວາຍ ເພື່ອຈໍາໜ່າຍພາຍໃນປະເທດ ໄດ້ປະມານ 20,000 ຂວດ, ໃນນັ້ນ ຂວດຂະໜາດ 375 ມີລີລິດ ປະມານ 12,000 ຂວດ ແລະ ຂວດຂະໜາດ 750 ມີລີລິດ ປະມານ 8,000 ຂວດ.

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ໃນການຄົ້ນຄວ້າສູດ ແລະ ປຸງແຕ່ງເຫຼົ້າວາຍ ຢູ່ ສປປ ລາວ, ທັງເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບເປັນກ້າວໆ ເຊິ່ງໄດ້ປະກອບສ່ວນຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ, ສ້າງວຽກເຮັດງານທຳ ໃຫ້ປະຊາຊົນໃນທ້ອງຖິ່ນ ແລະ ນຳໃຊ້ໝາກໄມ້ພື້ນເມືອງທີ່ມີຂອງທ້ອງຖິ່ນ ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະ ແມ່ນການສ້າງມູນຄ່າເພີ່ມ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງເມືອງ, ຂອງແຂວງ. ອັນສຳຄັນ, ທ່ານ ໄດ້ເນັ້ນໜັກ ໃຫ້ເຈົ້າຂອງກິດຈະການດັ່ງກ່າວ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຍົກລະດັບມາດຕະຖານເຕັກນິກຂອງໂຮງງານ ໃຫ້ສູງຂຶ້ນເລື້ອຍໆ, ພ້ອມທັງ ຮັກສາມາດຕະຖານດ້ານຄຸນນະພາບ ຂອງເຫຼົ້າວາຍ ໃຫ້ມີຄວາມຕໍ່ເນື່ອງ ແລະ ເປັນເອກະລັກສະເພາະ; ພິຈາລະນາ ຈົດລິຂະສິດຜົນການສຶກສາຄົ້ນຄວ້າສູດການປຸງແຕ່ງເຫຼົ້າວາຍໄວ້ຄັກແນ່, ພ້ອມທັງ ຈັດເກັບຜະລິດຕະພັນໄວ້ ໃນສະຖານທີ່ ແລະ ອຸນນະພູມ ທີ່ເໝາະສົມ ເພື່ອໃຫ້ສາມາດເກັບຮັກສາຜະລິດຕະພັນໄວ້ໃນໄລຍະຍາວ; ສືບຕໍ່ຄົ້ນຄວ້າສູດ ແລະ ປຸງແຕ່ງເຫຼົ້າວາຍໝາກໄມ້ຊະນິດຕ່າງໆ ທີ່ປະເທດເຮົາມີທ່າແຮງ ໃຫ້ເພີ່ມຫຼາຍຂຶ້ນ; ພິຈາລະນາພັດທະນາເຂດທີ່ຕັ້ງໂຮງງານ ຕິດພັນກັບການບໍລິການດ້ານການທ່ອງທ່ຽວ ເປັນຕົ້ນ ໂຄງລ່າງພື້ນຖານການທ່ອງທ່ຽວ, ທີ່ພັກ, ຮ້ານອາຫານ, ສະຖານທີ່ວາງສະແດງ-ຈໍາໜ່າຍຜະລິດຕະພັນຂອງທ້ອງຖິ່ນ, ກິດຈະ ກຳການທ່ອງທ່ຽວ ແລະ ອື່ນໆ.

ຫຼັງຈາກນັ້ນ, ຄະນະຂອງທ່ານນາຍົກລັດຖະມົນຕີ ກໍ່ໄດ້ສືບຕໍ່ໄປຢ້ຽມຢາມໂຮງງານປຸງແຕ່ງມັນຕົ້ນ ຄູນມີໄຊ ຈຳກັດຜູ້ດຽວ ເຫັນວ່າ ໂຮງງານດັ່ງກ່າວ ໄດ້ເລີ່ມກໍ່ສ້າງໃນປີ 2018 ແລະ ສຳເລັດໃນປີ 2019 ໂດຍເລີ່ມຜະລິດແປ້ງມັນ ຕົ້ນ ໃນປີ 2020, ຄວາມສາມາດຂອງກໍາລັງການຜະລິດປຸງແຕ່ງມັນຕົ້ນດິບແມ່ນ 354 ໂຕນ/ມື້ ຫຼື ເທົ່າກັບແປ້ງມັນຕົ້ນ 80 ໂຕນ/ມື້; ເຊິ່ງໃນປີ 2024 ມີມັນຕົ້ນດິບປຸງແຕ່ງຜ່ານໂຮງງານ ປະມານ 152,000 ໂຕນ ແລະ ສົ່ງແປ້ງມັນຕົ້ນເພື່ອຈໍາໜ່າຍໄດ້ປະມານ 29,000 ໂຕນ, ດໍາເນີນການປຸງແຕ່ງ ສະເພາະໄລຍະທີ່ມີມັນຕົ້ນດິບ ສະໜອງໃຫ້ໂຮງງານ ຄື ໄລຍະເດືອນຕຸລາ ຫາເດືອນພຶດສະພາ. ປະຈຸບັນ ສາມາດເວົ້າໄດ້ວ່າ ໂຮງງານປຸງແຕ່ງແປ້ງມັນຕົ້ນແຫ່ງນີ້ ເປັນຜູ້ຮັບຊື້ມັນຕົ້ນດິບ ຈາກປະຊາ ຊົນ ແລະ ສົ່ງອອກແປ້ງມັນຕົ້ນ ຫຼາຍທີ່ສຸດພາຍໃນແຂວງເຊກອງ ເຊິ່ງຕະຫຼາດຈຳໜ່າຍຫຼັກ ແມ່ນສົ່ງອອກໄປຕ່າງປະເທດ; ສຳລັບການນຳໃຊ້ແຮງງານ ມີທັງໝົດ 170 ກວ່າຄົນ, ໃນນັ້ນ ແຮງງານລາວ 150 ກວ່າຄົນ. ໃນໂອກາດນີ້, ທ່ານນາຍົກ ລັດຖະມົນຕີ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນໜັກ ໃຫ້ເຈົ້າຂອງໂຮງງານ ເອົາໃຈໃສ່ຄຸ້ມຄອງບັນຫາດ້ານສິ່ງ ແວດລ້ອມຂອງໂຮງງານໃຫ້ດີ ເພື່ອບໍ່ໃຫ້ກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ, ພ້ອມທັງ ສະໜອງຂໍ້ມູນຄວາມຕ້ອງການມັນຕົ້ນດິບ ໃນແຕ່ລະໄລຍະ ໃຫ້ຂະແໜງການກ່ຽວຂ້ອງຂອງແຂວງ ເພື່ອກຳນົດແຜນການຜະລິດມັນຕົ້ນສະໜອງໃຫ້ໂຮງງານພຽງພໍ, ລວມທັງ ການຮັບປະກັນທາງດ້ານລາຄາ ໃຫ້ແກ່ປະຊາຊົນຜູ້ຜະລິດ; ໄດ້ສະເໜີໃຫ້ຂະແໜງການກ່ຽວຂ້ອງຂອງແຂວງ ສົມທົບກັບບໍລິສັດ ເພື່ອກວດກາຄືນ ບັນດາເອກະສານດຳເນີນກິດຈະການໂຮງງານດັ່ງກ່າວ ໃຫ້ຖືກຕ້ອງຕາມນິຕິກໍາທີ່ໄດ້ກໍານົດ, ລວມທັງ ການປະກອບສ່ວນພັນທະຕ່າງໆ ໃຫ້ຄົບຖ້ວນ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version