Home ຂ່າວໜ້າໜຶ່ງ ສໍາມະນາກ່ຽວກັບການຄຸ້ມຄອງການເກັບຊື້, ປຸງແຕ່ງ ແລະ ສົ່ງອອກມັນຕົ້ນ

ສໍາມະນາກ່ຽວກັບການຄຸ້ມຄອງການເກັບຊື້, ປຸງແຕ່ງ ແລະ ສົ່ງອອກມັນຕົ້ນ

0

ກອງປະຊຸມສໍາມະນາກ່ຽວກັບການຄຸ້ມຄອງ-ເກັບຊື້, ການປຸງແຕ່ງ ແລະ ການສົ່ງອອກມັນຕົ້ນ ຈັດຂຶ້ນໃນວັນທີ 6 ມີນາ 2025 ທີ່ໂຮງແຮມຈໍາປາສັກແກຣນ, ນະ ຄອນປາກເຊ, ແຂວງຈໍາປາສັກ ໂດຍການຮ່ວມມືລະຫວ່າງກະຊວງກະສິກໍາ ແລະ ປ່າ ໄມ້ ກັບ ກະຊວງອຸດສາຫະກໍາ ແລະ ການຄ້າ. ໃຫ້ກຽດເປັນປະທານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົົ່ງຂັັ້ນສູນກາງ.

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ມີຄໍາເຫັນວ່າ: ສະພາບການຜະລິດມັນຕົ້ນຢູ່ ສປປ ລາວ ໃນໄລຍະຜ່ານມາ ເຫັນວ່າຊາວກະສິ ກອນຫັນມາປູກມັນຕົ້ນຢ່າງເປັນຂະບວນການຟົດຟື້ນຫຼາຍຂື້ນແບບກ້າວກະໂດດ, ຜົນຜະລິດມັນຕົ້ນ ມີອັດຕາສ່ວນຫຼາຍກວ່າບັນດາພືດເປັນສິນຄ້າອື່ນໆ ແລະ ມູນຄ່າການສົ່ງອອກຢູ່ໃນລະດັບຕົ້ນໆ. ໃນປີ 2024 ມີເນື້ອທີ່ 295,000 ກວ່າເຮັກຕາ, ຜົນຜະລິດ 7.4 ລ້ານໂຕນ. ແຂວງທີ່ປູກມັນຕົ້ນຫຼາຍ ປະກອບມີ: ແຂວງ ໄຊຍະບູລີ, ສາ ລະວັນ, ເຊກອງ, ຈໍາປາສັກ, ບໍລິຄໍາໄຊ ແລະ ແຂວງວຽງຈັນ.

ມາຮອດປັດຈຸບັນ ມີໂຮງງານປຸງແຕ່ງແປ້ງມັນຕົ້ນ ທັງໝົດ 22 ແຫ່ງ, ກໍາລັງການຜະລິດແປ້ງມັນຕົ້ນ ປະມານເກືອບ 1 ລ້ານໂຕນ/ປີ (0.98 ລ້ານ ໂຕນ) ແລະ ຕ້ອງການມັນຕົ້ນດິບເພືີ່ອປ້ອນໂຮງງານ ປະມານ 3.7 ລ້ານໂຕນ/ປີ.

ສໍາລັບການສົ່ງອອກມັນຕົ້ນ ມີທ່າອ່ຽງເພີີ່ມຂຶ້ນ. ໃນປີ 2024 ສາມາດສົົ່ງອອກມັນຕົ້ນໄດ້ປະມານ 2.4 ລ້ານ ໂຕນ, ມູນຄ່າສົ່ງອອກ 440 ລ້ານກວ່າ ໂດລາສະຫາລັດ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານນະໂຍບາຍການຊຸກຍູ້ສົ່ງເສີມການຜະລິດ, ປຸງແຕ່ງ ແລະ ການສົ່ງອອກມັນຕົ້ນ, ການຄຸ້ມຄອງ ແລະ ພັດທະນາອຸດສາຫະກໍາມັນຕົ້ນ; ການແກ້ໄຂບັນຫາຝຸ່ນລະອອງຈາກການຄ່ຽນຖ່າຍມັນຕົ້ນ ; ການຄຸ້ມຄອງໂຮງ ງານແປ້ງ ແລະ ການສົ່ງອອກມັນຕົ້ນ ແລະ ການເຈລະຈາສົ່ງອອກມັນຕົ້ນ; ການຄົ້ນຄວ້າແນວພັນ ແລະ ເຕັກນິກການປູກມັນຕົ້ນເພື່ອຄວາມຍືນຍົງ ລວມທັງ ລະບົບຕິດຕາມການນໍາເຂົ້າ-ສົ່ງອອກ ສິນຄ້າກະສິກໍາ.

ພ້ອມນີ້, ໄດ້ປຶກສາຫາລືແລກປ່ຽນບົດຮຽນກ່ຽວກັບວຽກງານການປູກ, ການເກັບຊື້, ການປຸງແຕ່ງ ແລະ ການສົ່ງອອກມັນຕົ້ນ, ວຽກງານສົ່ງເສີມໂຮງງານແປ້ງມັນຕົ້ນ, ສະເໜີທິດທາງໃນການຫຼຸດຜ່ອນຂັ້ນຕອນໃນການສົ່ງອອກສິນຄ້າກະສິກໍາ ຕື່ມອີກ.

ໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ກຽດໂອ້ລົມ ຊື່ງໄດ້ສະເໜີໃຫ້ 2 ກະຊວງ ເອົາໃຈໃສ່ ໂດຍສະເພາະມາດຕະການໃນການແກ້ໄຂໄລຍະສັ້ນ-ໄລຍະຍາວ ເປັນຕົ້ນແມ່ນ ວຽກງານການກໍານົດຂອບເຂດເນື້ອທີ່ ທີ່ສາມາດປູກມັນຕົ້ນ ແລະ ເຂດທີ່ສາມາດສ້າງໂຮງງານໃຫ້ມີຄວາມລະອຽດ ເພື່ອຫຼຸດຜ່ອນຜົນກກະທົບທີ່ຈະຕາມມາ; ກໍານົດໂຄງສ້າງລາຄາສິນຄ້າໃຫ້ມີຄວາມຊັດເຈນ ໂດຍການສຶກສາລາຄາສິນຄ້າຂອງຕະຫຼາດ ເພື່ອລີກລ່ຽງຜົນກະທົບດ້ານລາຄາສິນຄ້າ ຕິດພັນກັບການ ປັບປຸງລະບົບການຂົນສົ່ງສິນຄ້າ ເພື່ອໃຫ້ທຸກພາກສ່ວນສາມາດໄດ້ຮັບຜົນປະໂຫຍດ ໃນຕໍ່ໜ້າ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງຕື່ມອີກ.

ຂ່າວ: ກະຊວກະສິກໍາ ແລະ ປ່າໄມ້

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version