Home ສຶກສາ ເປີດແຂ່ງຂັນເວົ້າພາສາຍີ່ປຸ່ນ ຄັ້ງທີ 22

ເປີດແຂ່ງຂັນເວົ້າພາສາຍີ່ປຸ່ນ ຄັ້ງທີ 22

0

ການແຂ່ງຂັນເວົ້າພາສາຍີ່ປຸ່ນຄັ້ງທີ 22 ຈັດຂຶ້ນໃນວັນທີ 1 ມີນາ 2025 ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ, ນະຄອນຫລວງວຽງຈັນ, ມີ ທ່ານ ປອນເມກ ດາລາລອຍ ອະດີດປະທານສະມາຄົມ ມິດ ຕະພາບລາວ-ຍີ່ປຸ່ນ, ທ່ານ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຜູ້ເຂົ້າແຂ່ງຂັນ ເຂົ້າຮ່ວມ. ທັງນີ້, ກໍເພື່ອເປີດໂອກາດໃຫ້ຜູ້ທີ່ຮຽນພາສາຍີ່ປຸ່ນ ໄດ້ສະແດງທັກສະຄວາມສາມາດໃນການເວົ້າພາສາຍີ່ປຸ່ນ ຕໍ່ໜ້າມວນຊົນ, ທັງເປັນ ການຍົກລະດັບທັກສະການສື່ສານ ແລະ ການເວົ້າໃນທີ່ສາທາລະນະ.

ການແຂ່ງຂັນເວົ້າພາສາຍີ່ປຸ່ນ ຈັດຂຶ້ນທຸກໆປີນັບແຕ່ປີ 2004 ເປັນຕົ້ນມາ ເຊິ່ງການແຂ່ງຂັນປີນີ້, ມີຜູ້ເຂົ້າແຂ່ງຂັນ ປະເພດອ່ານບົດເລື່ອງ 17 ຄົນ, ປະເພດບົດເວົ້າ 1 ນາທີ 14 ຄົນ ແລະ ປະເພດບົດເວົ້າ 3 ນາທີ 9 ຄົນ.

ຜ່ານການແຂ່ງຂັນ ປະເພດບົດເວົ້າ 3 ນາທີ ແມ່ນ ນາງ ນິລັນດາ ຊົມພູທະວີບ ສາມາດຍາດໄດ້ ອັນດັບທີ 1 ໃນຫົວຂໍ້ “ລອງເຮັດດ້ວຍຄວາມໝັ້ນໃຈ”, ອັນດັບທີ 2 ນາງ ເລ່ຍ ຢ່າງ ໃນຫົວຂໍ້ “ການສຶກສາຂອງແມ່ຍິງເຜົ່າມົ້ງ”, ອັນດັບທີ 3 ທ້າວ ອ່າງຄຳ ວົງລະຈິດ ໃນຫົວຂໍ້ “ການປ່ຽນແປງຕົວເອງ”. ສ່ວນປະເພດບົດເວົ້າ 1 ນາທີ ແມ່ນ ນາງ ວິລັດດາ ເພຍຄຳ ສາມາດຍາດໄດ້ອັນດັບທີ 1 ໃນຫົວຂໍ້ “ປຶ້ມບັນທຶກຂອງຂ້ອຍ”, ອັນດັບທີ 2 ທ້າວ ສຸລິເດດ ຄຳມະນີ ໃນຫົວຂໍ້ “ຄວາມຝັນຂອງຂ້ອຍ”, ອັນດັບທີ 3 ນາງ ເຄືອເງິນ ຈັນລິວົງ ໃນຫົວຂໍ້ “ຄວາມຊົງຈຳຂອງຂ້ອຍ”. ສ່ວນປະເພດ ອ່ານບົດເລື່ອງ ແມ່ນບໍ່ໄດ້ຈັດອັນດັບ ຜູ້ທີ່ເຂົ້າຮ່ວມແມ່ນໄດ້ຮັບໃບຍ້ອງຍໍທຸກຄົນ.

ໂອກາດນີ້, ທ່ານ ຊຶໂຕມຸ ໂຄອິຊຶມິ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳລາວ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາຜູ້ທີ່ໄດ້ເຮັດວຽກ ເພື່ອຍົກລະດັບຄຸນະພາບ ການສຶກສາພາສາຍີ່ປຸ່ນໃນລາວ ເຊິ່ງສະ ຖານທູດຍີ່ປຸ່ນ ຍິນດີສະໜັບສະໜູນນັກຮຽນທຸກຄົນ ໃນການສຶກສາຮ່ຳຮຽນພາສາຍີ່ປຸ່ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version