Home ທຸລະກິດ ປີ 2025 ເມືອງວັງວຽງ ຈະສູ້ຊົນໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວ 2 ລ້ານເທື່ອຄົນ

ປີ 2025 ເມືອງວັງວຽງ ຈະສູ້ຊົນໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວ 2 ລ້ານເທື່ອຄົນ

0
default

ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນປີ 2025 ນີ້, ເມືອງວັງວຽງ ແຂວງວຽງຈັນ ຈະສູ້ຊົນດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວໃນເມືອງວັງວຽງ ໃຫ້ໄດ້ 2 ລ້ານເທື່ອຄົນ ແລະ ຄາດວ່າຈະສາມາດສ້າງລາຍຮັບທົ່ວສັງຄົມ ໄດ້ 1.700 ຕື້ກີບ.

ທ່ານ ອັັດສະຍາໄສ ມະນີວັນ ຫົວໜ້າຫ້ອງການ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງວັງວຽງ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ເມືອງວັງວຽງ ໄດ້ຕັ້ງເປົ້າໃນປີ 2025 ຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 2 ລ້ານເທື່ອຄົນ, ເຊິ່ງຈະສາມາດສ້າງລາຍຮັບທົ່ວສັງຄົມໄດ້ທັງໝົດ 1.700 ຕື້ກີບ (ສະເລ່ຍການໃຊ້ຈ່າຍ 850.000 ກີບຕໍ່ນັກທ່ອງທ່ຽວ 1 ຄົນ). ສະນັ້ນ, ເພື່ອບັນລຸເປົ້າໝາຍດັ່ງກ່າວ ຄະນະນຳເມືອງວັງວຽງ ກໍຄືຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ ໄດ້ສຸມໃສ່ການຊຸກຍູ້ສົ່ງເສີມ ໃຫ້ການຈັດກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວໃຫ້ລາຍຂຶ້ນຜ່ານກິດຈະກຳ ເທສະການຕ່າງໆຂອງເມືອງ ເປັນຕົ້ນ ເທສະການບຸນໝາກກ້ຽງຫວານ, ກິດຈະກຳອະນາໄມຂີ້ເຫຍື້ອແຄມນ້ຳຊອງ, ງານປະກວດນາງສັງຂານໃນປີໃໝ່ລາວ ແລະ ບຸນປະເພນີຕ່າງໆຢູ່ພາຍໃນເມືອງ ຕິດພັນກັບການປັບປຸງປົວແປງພື້ນຖານໂຄງລ່າງ ສິ່ງອຳນວຍຄວາມສະດວກ ໂດຍສະເພາະ ການປັບປຸງເສັ້ນທາງເຂົ້າແຫລ່ງທ່ອງທ່ຽວຕ່າງໆ, ປັບປຸງເສັ້ນທາງພາຍໃນເທສະບານເມືອງ, ຍົກລະດັບມາດຕະຖານຂອງສະຖານທີ່ພັກແຮມ, ການບໍລິການຂອງບັນດາຫົວໜ່ວຍທຸລະກິດ ດ້ວຍການຈັດຝຶກອົບຮົມ ຫລື ຈັດສຳມະນາ ເພື່ອຍົກລະດັບການບໍລິການ ຂອງແຕ່ລະຫົວໜ່ວຍທຸລະກິດ ໃຫ້ມີມາດຕະຖານທີ່ດີຂຶ້ນເລື້ອຍໆ.

ທ່ານ ອັັດສະຍາໄສ ມະນີວັນ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ເມືອງວັງວຽງ ມີສະຖານທີ່ພັກແຮມ 247 ຫົວໜ່ວຍ, ມີຫ້ອງນອນ 5.040 ຫ້ອງ, ມີຕຽງນອນລວມ 7.278 ຕຽງ, ສາມາດຮອງຮັບແຂກໄດ້ 13-14 ພັນຄົນຕໍ່ວັນ, ມີຮ້ານອາຫານ-ກິນດື່ມ 191 ແຫ່ງ, ມີສະຖານທີ່ທ່ອງທ່ຽວທໍາມະຊາດ 36 ແຫ່ງ, ມີບໍລິສັດທ່ອງທ່ຽວ 24 ບໍລິສັດ, ສາຂາບໍລິສັດ 3 ສາຂາ, ມີກິດຈະກຳດ້ານການທ່ອງທ່ຽວຄື: ມີກຸ່ມບໍລິການເຮືອກາຍັກ, ກຸ່ມບໍລິການກົງເບັງ, ກຸ່ມບໍລິການເຮືອຈັກຫາງຍາວ, ມີບໍລິການຂີ່ສະລິງ, ປີນຜາ, ຈຸດຊົມວິວ, ມີບອນລູນ, ພາລາໂມເຕີ ແລະ ລົດໃຫ້ເຊົ່າ.

ໃນປີ 2024 ຜ່ານມາ, ເມືອງວັງວຽງ ໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວ 1.460.159 ເທື່ອຄົນ ຍິງ 662.552 ຄົນ ໃນນັ້ນ, ນັກທ່ອງທ່ຽວພາຍໃນ 777.698 ເທື່ອຄົນ, ສາມາດສ້າງລາຍຮັບເຂົ້າເມືອງວັງວຽງໄດ້ 1.241 ຕື້ກວ່າກີບ (ສະເລ່ຍ 850.000 ກີບຕໍ່ນັກທ່ອງທ່ຽວ 1 ຄົນ).

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version