Home ຂ່າວດ່ວນ ເຈົ້າໜ້າທີ່ຖະແຫຼງ ” ບໍ່ແມ່ນຄວາມຈິງ! ” ກໍລະນີທີ່ມີຄຼິບສຽງ ມີເດັກນ້ອຍຖືກລັກພາໂຕ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ຖະແຫຼງ ” ບໍ່ແມ່ນຄວາມຈິງ! ” ກໍລະນີທີ່ມີຄຼິບສຽງ ມີເດັກນ້ອຍຖືກລັກພາໂຕ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

0

#ວັນທີ 3 ມີນາ 2025, ພັທ ຕຸ້ຍ ແກ້ວສະຫວັດ ຮອງຫົວໜ້າພະແນກຕຳຫຼວດ ຜູ້ຊີ້ນຳວຽກງານສືບສວນ-ສອບສວນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຖະແຫຼງຕໍ່ສື່ມວນຊົນ ປກສ ວ່າ: ວັນທີ​ 27​ ກຸມພາ​ 2025​ ຫຼັງຈາກຮັບລາຍງານວ່າໄດ້ຄິຼບສຽງທີ່ມີກຸ່ມຄົນສົ່ງຕໍ່ຜ່ານສື່ອອນລາຍ ” ວ໊ອດແອັບ ” ອີກທັງມີຄົນຈຳນວນໜຶ່ງໄດ້ຟັງຄຼິບສຽງແລ້ວນຳຂໍ້ມູນໄປໂພສ ແລະ ແຊຣ໌ຕໍ່ລົງເຟສບຸ໊ກ ວ່າ ເກີດມີເຫດການຄົນຂັບລົດຕູ້ສີຂາວ ລັກພາໂຕເດັກນ້ອຍ ຢູ່ບ້ານດອນດູ່. ເຈົ້າໜ້າທີ່ກໍໄດ້ມີການເກັບກຳຂໍ້ມູນ, ປະຕິບັດຕາມໜ້າທີ່ວິຊາສະເພາະ ຈຶ່ງໄດ້ຮູ້ວ່າ ບໍ່ແມ່ນຄວາມຈິງ ຕາມທີ່ຄຼິບສຽງກ່າວ.

#ລຸງ ທອງສຸກ ເຈົ້າຂອງຄິບສຽງດັ່ງກ່າວ ເຊິ່ງເປັນພໍ່ຕູ້ຂອງເດັກນ້ອຍທີ່ຖືກອ້າງວ່າຖືກລັກພາໂຕແຕ່ໜີລອດອອກມາໄດ້ ອອກມາຢືນຢັນດ້ວຍຄວາມຮູ້ສຶກຜິດຕໍ່ສັງຄົມ ວ່າ: ຄິບສຽງແມ່ນຕົນເອງໄດ້ເວົ້າແທ້ ແຕ່ເປັນພຽງການເຂົ້າໃຈຜິດຂອງຄົນພາຍໃນຄອບຄົວ. ດັ່ງນັ້ນ, ຈຶ່ງຈໍອອກມາຢືນຢັນວ່າ ຫຼານຂອງຕົນເອງບໍ່ໄດ້ຖືກລັກພາຕົວ ແລະ ບໍ່ໄດ້ປະສົບກັບເຫດການຖືກລັກພາຕົວ ຄືດັ່ງທີ່ຄຼິບສຽງນັ້ນໄດ້ເວົ້າອອກມາ ແລະ ຂໍໂທດຕໍ່ສັງຄົມທີ່ສ້າງຄວາມສັບສົນໃຫ້ສັງຄົມ ແລະ ຂໍຮຽກຮ້ອງໃຫ້ຢຸດສົ່ງຕໍ່ຄຼິບສຽງ, ຢຸດແຊຣ໌ໂພສເຟສບຸກທີ່ກ່ຽວກັບຂ່າວວ່າມີເດັກນ້ອຍຖືກລັກພາໂຕ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

#ໜັງສືພິມຄວາມສະຫງົບ#ໜ່ວຍງານຂ່າວອາຊະຍາກຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version