Home ສຶກສາ ຍີ່ປຸ່ນຊ່ວຍເຫຼືອລ້າ 1.27 ຕື້ເຢນ ເຂົ້າໃນວຽກງານພັດທະນາຄູໃນ ສປປ ລາວ

ຍີ່ປຸ່ນຊ່ວຍເຫຼືອລ້າ 1.27 ຕື້ເຢນ ເຂົ້າໃນວຽກງານພັດທະນາຄູໃນ ສປປ ລາວ

0

ວັນທີ 25 ກຸມພາ 2025, ອົງການຮ່ວມມືສາກົນຍີ່ປຸ່ນ ໄດ້ລົງນາມໃນສັນຍາຊ່ວຍເຫຼືອລ້າໃຫ້ແກ່ລັດຖະບານລາວ ຈຳນວນ 1.27 ຕື້ເຢນ ໃນການຈັດຕັ້ງປະຕິບັດໂຄງການປັບປຸງສູນພັດທະນາຄູຂັ້ນແຂວງທັງໝົດ 9 ແຫ່ງທົ່ວປະເທດ.

ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນທີ່ກະຊວງແຜນການ ແລະ ການລົງທຶນ, ນະຄອນຫຼວງວຽງຈັນ, ໂດຍການລົງນາມຂອງ ທ່ານ ນາງ ສີສົມບູນ ອຸນາວົງ, ຫົວໜ້າກົມຮ່ວມມືສາກົນ ແລະ ທ່ານ ນາງ ມິຍະໂກະ ໂຄບາຢາຊິ, ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນປະ ຈຳລາວ.

ໂຄງການນີ້ບໍ່ພຽງແຕ່ມີຈຸດປະສົງເພື່ອຊ່ວຍປັບປຸງສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ແຕ່ລະສູນຝຶກອົບຮົມປະຈຳແຂວງ ທີ່ບໍ່ມີວິທະຍາໄລຄູເທົ່ານັ້ນ ແຕ່ຈະຊ່ວຍໃນການຍົກລະດັບຄວາມອາດສາມາດຂອງຄູປະຈຳການໃນແຂວງນັ້ນໆ ແລະ ຈະປະກອບສ່ວນສຳຄັນໃນການພັດທະນາລະບົບການສຶກສາລາວໃນໄລຍະຍາວ ໂດຍມີກະຊວງສຶກສາທິການ ແລະ ກິລາເປັນຜູ້ຈັດຕັ້ງປະຕິບັດຫຼັກໃນໂຄງການນີ້.

ທີ່ມາ: Jica Lao

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version