Home ທຸລະກິດ ຄໍາມ່ວນ ກຽມສົ່ງອອກໝາກມ່ວງ 100 ໂຕນ ໄປຈີນ

ຄໍາມ່ວນ ກຽມສົ່ງອອກໝາກມ່ວງ 100 ໂຕນ ໄປຈີນ

0

ໃນໂອກາດເຂົ້າຮ່ວມກອງປະຊຸມສໍາມະນາການຜະລິດ, ປຸງແຕ່ງ ແລະສົ່ງອອກພືດຈາກລາວໄປຕ່າງປະເທດໄລຍະໃໝ່ ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນເມື່ອບໍ່ດົນມານີ້, ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຄໍາມ່ວນໄດ້ໃຫ້ສໍາພາດວ່າ: ປີ 2025ນີ້, ຜະລິດຕະພັນກະສິກໍາປະເພດໝາກໄມ້ຂອງແຂວງຄຳມວ່ນທີ່ຈະສົ່ງອອກໄປຂາຍຕ່າງປະເທດແມ່ນໝາກມ່ວງ,ເຊິ່ງເຫັນໄດ້ຈາກສວນຂອງນັກລົງທຶນຈີນຢູ່ເມືອງເຊບັ້ງໄຟ ຄາດຈະມີຜົນຜະລິດປະມານ 500 ໂຕນ ເຊິ່ງພວກເຮົາມີແຜນທົດລອງຈະສົ່ງອອກໃນປີນີ້ 100 ໂຕນ. ສໍາລັບຜ່ານມາໄດ້ມີການສົ່ງອອກໝາກໜອດໄປ ຈີນແລ້ວຈໍານວນ 100 ກວ່າໂຕນ.

ທ່ານ ເດດສັກດາ ມະນີຄໍາ ກ່າວອີກວ່າ: ຕະຫຼອດໄລຍະຜ່ານມາການຜະລິດກະສິກໍາທີ່ເປັນສິນຄ້າຢູ່ຄໍາມ່ວນກໍ່ແມ່ນເຂົ້າ, ຢາງພາລາ, ມັນຕົ້ນ, ອ້ອຍ ແລະອື່ນໆ ທີ່ຊາວກະສິກອນຜະລິດ ແລະມີຫຼາຍບໍລິສັດທີ່ໄດ້ຊຸກຍູ້ສົ່ງເສີມເພື່ອການສົ່ງອອກ, ນອກນັ້ນ, ຍັງມີໝາກໄມ້ເຊັ່ນ ໝາກມ່ວງ, ໝາກໂມທີ່ກໍາລັງໃຫ້ຜົນຜະລິດໃນລະດູ ການນີ້.

ແຂວງຄໍາມ່ວນມີເນື້ອທີ່ທຳການຜະລິດກະສິກຳ247.000 ເຮັກຕາແລະການລົງທຶນກະສິກໍາຢູ່ໃນແຂວງແມ່ນນັກລົງທຶນຈີນເປັນສ່ວນໃຫຍ່ໃນຫຼາຍຂົງເຂດ ເຊິ່ງເຫັນວ່າ,ນັກລົງທຶນຈີນໄດ້ນໍາເອົາເຕັກນິກການລ້ຽງງົວພັນ, ເຕັກນິກການປູກໝາກຖົ່ວລຽນ, ແລະເຕັກນິກການປູກໝາກມ່ວງມາແນະນໍາ ແລະແລກປ່ຽນໃຫ້ປະຊາຊົນໃນການກ້າເບ້ຍ, ການຕໍ່ເບ້ຍ, ການສຽບຍອດ, ການໃຊ້ລະບົບນໍ້າຢອດ ແລະອື່ນໆ ນອກນັ້ນ, ຍັງສ້າງວຽກເຮັກງານທໍາໃຫ້ກັບປະຊາຊົນໃນທ້ອງຖິ່ນນໍາອີກ.

ທ່ານ ເດດສັກດາ ກ່າວເນັ້ນວ່າ: ກອງປະຊຸມນີ້ກໍ່ເປັນສ່ວນໜຶ່ງທີ່ສ້າງຄວາມເຂົ້າໃຈໃນຂະບວນການ ແລະຂັ້ນຕອນຂອງການສົ່ງອອກໄປ ສປ ຈີນ ທີ່ມີມາດຕະ ຖານສູງໃນການນໍາເຂົ້າ ເຊິ່ງພວກເຮົາຕ້ອງໄດ້ຮຽນຮູ້ ແລະນໍາເອົາມາໝູນໃຊ້ໃຫ້ກັບຊາວກະສິກອນ ຫຼືນັກລົງທຶນລາວໃຫ້ຫຼາຍຂຶ້ນ.

ທີ່ມາ: CMG FM93

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version