Home ຂ່າວດ່ວນ ທະຫານແຂວງອຸດົມໄຊ ຊ່ວຍເຫຼືອປະຊາຊົນ ຢູ່ສະຖານທີ່ໄຟໄໝ້ ແລະ ເກີດເຫດລະເບີດ ທີ່ບ້ານນາໝີ ເມືອງໄຊ

ທະຫານແຂວງອຸດົມໄຊ ຊ່ວຍເຫຼືອປະຊາຊົນ ຢູ່ສະຖານທີ່ໄຟໄໝ້ ແລະ ເກີດເຫດລະເບີດ ທີ່ບ້ານນາໝີ ເມືອງໄຊ

0

ຈາກເຫດການເກີດໄພພິບັດ (ອັກຄີໄພ) ໃນເວລາ 10:33 ໂມງ ຂອງວັນທີ 14 ກຸມພາ 2025 ຢູ່ທີ່ບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ແລະ ໄດ້ມີເຫດລະເບີດຂຶ້ນຢູ່ທີ່ຮ້ານຂາຍອາໄຫຼ່ລົດ ຂອງທ້າວ ພານຕົງ ເຊື້ອຊາດ, ສັນຊາດຈີນ ທີ່ມາດໍາເນີນທຸລະກິດຢູ່ແຂວງອຸດົມໄຊ. ເຫດການດັ່ງກ່າວ ໄດ້ສ້າງຜົນກະທົບ ແລະ ເສຍຫາຍຢ່າງມະຫາສານແກ່ປະຊາຊົນ ເປັນຕົ້ນແມ່ນ ດ້ານຊີວິດ, ຊັບສິນ, ທີ່ຢູ່ອາໄສ ໃນ 3 ບ້ານຄື: ບ້ານນາໝີ, ບ້ານນາເລົາ ແລະ ບ້ານນາສ້າວ.

ຕໍ່ເຫດການດັ່ງກ່າວນັ້ນ, ມາໃນວັນທີ 26 ກຸມພາ 2025 ນີ້, ນຳໂດຍ ສະຫາຍ ພັນໂທ ພອນຄຳ ຫວ່າງສະຫງວນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ ຕະຫຼອດຮອດພະນັກງານ-ນັກຮົບ 50 ສະຫາຍ ໄດ້ເຄື່ອນໄຫວຊ່ວຍເຫຼືອປະຊາຊົນຂອບເຂດດັ່ງກ່າວ ໃນແຕ່ລະຫຼັງຄາເຮືອນທີ່ຖືກຜົນກະທົບ ເຊິ່ງໃນນັ້ນ, ໄດ້ປັດກວາດເສດຂີ້ເຫຍື້ອ, ເກັບມ້ຽນກະໂປ໋ະກະປ໋ອງ, ກະເບື້ອງ, ໄມ້ ແລະ ມ້ຽນມັດເຄື່ອງຂອງ, ອະນາໄມເຮືອນຊານບ້ານຊ່ອງ ສະຖານທີ່ດັ່ງກ່າວ ໃຫ້ເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ.

ທັງນີ້, ເພື່ອເປັນການປຸກລະດົມທາງດ້ານແນວຄິດຈິດໃຈ ຂອງພະນັກງານ-ນັກຮົບ ໃຫ້ມີຄວາມຫ້າວຫັນ, ດຸໝັ່ນຂະຫຍັນພຽນ, ສ້າງຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ກອງທັບ ກັບ ປະຊາຊົນ ຄື ປາ ກັບ ນ້ຳ ພ້ອມທັງ ເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນປະຫວັດສາດສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ເປັນຕົ້ນແມ່ນ 3 ວັນປະຫວັດສາດຂອງຊາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກອງບັນຊາການທະຫານແຂວງອຸດົມໄຊ ຄັ້ງທີ V ທີ່ຈະໄຂຂຶ້ນໃນມໍ່ໆ ນີ້ ໃຫ້ມີບັນຍາກາດ ແລະ ເປັນຂະບວນການຟົດຟຶ້ນ.

ໂດຍ: ສົມພູນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version