ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິ ກໍາ ແລະ ປ່າໄມ້ ໃຫ້ສໍາພາດຕໍ່ນັກຂ່າວ CMG ໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມຂະແໜງການປູກຝັງທົ່ວປະເທດປະຈໍາປີ 2024 ວ່າ: ໃນປີ 2024 ທີ່ຜ່ານມາ, ສປປ ລາວ ສາມາດເຈລະ ຈາດ້ານສຸຂະນາໄມພືດເພື່ອສົ່ງອອກພືດສິນຄ້າໄດ້ 70 ກວ່າລາຍ ການ, ໃນນັ້ນ, 80 % ຂອງສິນຄ້າສົ່ງອອກແມ່ນສົ່ງໄປຕະຫຼາດ ສປ ຈີນ.

ທ່ານ ບຸນຈັນ ກົມບຸນຍະສິດ ກ່າວວ່າ: ສປ ຈີນ ແມ່ນຕະ ຫຼາດໃຫຍ່ ແລະ ຜູ້ປະກອບການຈີນກໍໃຫ້ຄວາມສົນໃຈຕໍ່ສິນຄ້າກະສິກຳຂອງລາວເຊັ່ນ: ຊາ, ກາເຟ, ຢາງພາລາ, ຝັກຫຼອກມ້ອນໄໝ, ຂີງ ແລະ ອື່ນໆ. ສວ່ນແຂວງທີ່ສົ່ງອອກຫຼາຍແມ່ນແຂວງໄຊຍະບູລີ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຜົ້ງສາລີ, ຫົວພັນ, ຊຽງຂວາງ. ສ່ວນພາກກາງລວມມີແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ເປັນຕົ້ນ.
ທ່ານ ບຸນຈັນ ກ່າວຕື່ມວ່າ: ປະຈຸບັນ, ຖົ່ວລຽນລາວມີການຂະຫຍາຍຕົວຢ່າງໄວວາ, ມີສິ່ງອໍານວຍຄວາມສະດວກໃນການຂົນສົ່ງຫຼາຍດ້ານເປັນຕົ້ນທາງລົດໄຟລາວ-ຈີນ, ພ້ອມນີ້ຍັງມີເນື້ອທີ່ດິນປູກຝັງທີ່ກ້ວາງຂວາງ. ສໍາລັບປີ 2025 ກົມປູກຝັງ ຈະສູ້ຊົນໃຫ້ໄດ້ເພີ່ມອີກ 5 ພືດສິນຄ້າລາວເຂົ້າສູ່ຕະຫຼາດສປ ຈີນ. ຕົ້ນຕໍແມ່ນໝາກຖົ່ວລຽນ ແລະ ໝາກມີ້. ອີງຕາມການສໍາຫຼວດເນື້ອທີ່ປູກຖົ່ວລຽນມີ 5.000 ກວ່າເຮັກຕາ ສ່ວນໃຫຍ່ແມ່ນຢູ່ພາກກາງ, ແລະ ພາກໃຕ້ຂອງລາວ.
ທີ່ມາ: CMG FM93