ຂ່າວ ປກສ ແຂວງຫົວພັນ ລາຍງານວ່າ: ວັນທີ 21 ກຸມພາ 2025. ປກສ ແຂວງຫົວພັນ ໄດ້ຈູດທຳລາຍໝາກກະໂພກ ຈຳ ນວນ 17 ແກັດ, ເທົ່າກັບ 20,768 ໜ່ວຍ ໂດຍການເຂົ້າຮ່ວມຂອງທ່ານ ພັອ ອຳພອນ ພັນມະຈັນ ຮອງຫົວ ໜ້າກອງບັນຊາ ການ ປກສ ແຂວງ ແລະ ພາກສ່ວນກ່ຽວຂ້ອງ.

ພັຕ ຄຳອົ້ນ ພັນທະວົງ ຮອງຫົວໜ້າພະແນກ 204 ຫ້ອງສັນຕິບານ ປກສ ແຂວງຫົວພັນ ລາຍງານວ່າ: ໝາກກະໂພກດັ່ງ ກ່າວ ແມ່ນໄດ້ຈາກການກວດຢຶດຈາກຮ້ານ ແລະ ສາງເກັບເຄື່ອງ ຂອງທ້າວ ຢູຮົງຢວນ ເຊື້ອຊາດຈີນ, ສັນຊາດຈີນ ອາຍຸ 38 ປີ ໃນວັນທີ 11 ມັງກອນ 2025 ເຊິ່ງຜູ້ກ່ຽວຮັບສາລະພາບວ່າ: ໝາກກະໂພກດັ່ງກ່າວ ແມ່ນຂອງຜູ້ກ່ຽວແທ້, ເຈົ້າໜ້າທີ່ຈຶ່ງໄດ້ສ້າງບົດ ບັນທຶກສຶກສາອົບ ຮົມຜູ້ກ່ຽວສ່ວນໝາກກະໂພກຈຳນວນດັ່ງ ກ່າວ ແມ່ນໄດ້ຢຶດ ແລະ ຈູດທຳລາຍຖິ້ມ.