Home ຂ່າວການເມືອງ ປາຖະກະຖາວັນສ້າງຕັ້ງພັກ ປປລ ຄົບຮອບ 70 ປີ ຕິດພັນກັບມູນເຊື້ອກະຊວງ ຜທ ຄົບຮອບ 49 ປີ

ປາຖະກະຖາວັນສ້າງຕັ້ງພັກ ປປລ ຄົບຮອບ 70 ປີ ຕິດພັນກັບມູນເຊື້ອກະຊວງ ຜທ ຄົບຮອບ 49 ປີ

0

ເພື່ອທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ໂດຍພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ (ພັກ ປປລ) ຕະຫຼອດໄລຍະ 70 ປີ (22 ມີນາ 1955 – 22 ມີນາ 2025) ແລະ ມູນເຊື້ອປະຫວັດສາດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງແຜນການ ແລະ ການລົງທຶນ (ຜທ) ຕະຫຼອດໄລຍະ 49 ປີ (20 ກຸມພາ 1976 – 20 ກຸມພາ 2025), ກະຊວງ ຜທ ໄດ້ຈັດພິທີປາຖະກະຖາ 2 ວັນສໍາຄັນດັ່ງກ່າວ ຂຶ້ນໃນວັນທີ 21 ກຸມພານີ້ ທີ່ສະໂມສອນຂອງກະຊວງ ຜທ, ພາຍໃຕ້ການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີ ກະຊວງ ຜທ ຊຶ່ງມີບັນດາສະຫາຍຄະນະບໍລິຫານງານພັກ, ຄະນະນໍາກະຊວງ ແລະ ບັນດາສະຫາຍພະນັກງານ-ສະມາຊິກພັກ ພາຍໃນກະຊວງ ເຂົ້າຮ່ວມ.

ສະຫາຍ ເພັດ ພົມພິພັກ ໄດ້ປາຖະກະຖາວັນສ້າງຕັ້ງພັກ ປປລ ໂດຍກ່າວໃຫ້ຮູ້ເຖິງຂະບວນວິວັດແຫ່ງການກຳເນີດຂອງ ພັກ ປປລ ຊຶ່ງເປັນພັກທີ່ເປັນຕົວແທນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານທີ່ແທ້ຈິງ, ເປັນພັກທີ່ຖືເອົາການຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ເປັນທິດນໍາພື້ນຖານໃນການເຄື່ອນໄຫວຂອງຕົນ; ພ້ອມດຽວກັນ, ກໍກ່າວໃຫ້ເຖິງຜົນງານ 70 ປີ ແຫ່ງການຊີ້ນໍາ-ນໍາພາຂອງ ພັກ ປປລ ໃນແຕ່ໄລຍະ ນັບແຕ່ການນໍາພາເຮັດການປະຕິວັດຊາດປະຊາທິປະໄຕ, ການນໍາພາປົກປັກຮັກສາລະບອບໃໝ່ ແລະ ສ້າງພື້ນຖານເສດຖະກິດ-ສັງຄົມ, ການນໍາພາພັດທະນາປະເທດຕາມແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການ ຊຶ່ງໄດ້ກຳນົດແນວທາງປ່ຽນແປງໃໝ່ໂດຍເລີ່ມຈາກປ່ຽນແປງໃໝ່ດ້ານເສດຖະກິດ ເປັນຕົ້ນແມ່ນການປ່ຽນແປງໃໝ່ດ້ານນະໂຍບາຍເສດຖະກິດ ໂດຍຮັບຮູ້ ແລະ ນໍາໃຊ້ເສດຖະກິດຫຼາຍພາກສ່ວນ, ເສດຖະກິດຕະຫຼາດ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ຫັນເສດຖະກິດທໍາມະຊາດ ແລະ ເຄິ່ງທໍາມະຊາດ, ເພິ່ງພາຕົນເອງ, ກຸ້ມຕົນເອງ ໄປສູ່ເສດຖະກິດສິນຄ້າ; ກອງປະຊຸມໃຫຍ່ ຄັ້ງທີ V ຫາ ຄັ້ງທີ XI ຂອງພັກ ກໍໄດ້ສືບຕໍ່ນໍາພາຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ ດ້ວຍການກວດກາ, ສະຫຼຸບຕີລາຄາ, ຖອດຖອນບົດຮຽນຈາກພຶດຕິກຳຕົວຈິງ ໃນແຕ່ລະໄລຍະ ຢ່າງເປັນລະບົບ, ຕໍ່ເນື່ອງ ທັງປັບປຸງຍົກລະດັບເປັນກ້າວໆ ເຮັດໃຫ້ແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ ນັບມື້ນັບບໍລິບູນຂຶ້ນເລື້ອຍໆ.

ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງ ຜທ ໄດ້ປາຖະກະຖາວັນສ້າງຕັ້ງກະຊວງ ຜທ ໂດຍໃຫ້ຮູ້ເຖິງສະພາບແວດລ້ອມ ທີ່ພາໃຫ້ມີການສ້າງຕັ້ງກະຊວງ ຜທ; ໂດຍສະເພາະນັບແຕ່ປີ 1965 ເປັນຕົ້ນມາ ຮອດປີ 1975 ທ່າມກາງການຕໍ່ສູ້ອັນທໍລະຫົດອົດທົນ ແລະ ລະອິດລະອ້ຽວ, ພິລະອາດຫານ ຊຶ່ງ ພັກ ປປລ ກໍຄືແນວລາວຮັກຊາດ ກໍໄດ້ສ້າງຕັ້ງກຸ່ມວຽກເສດຖະກິດ ໂດຍມີວຽກແຜນການຂຶ້ນກັບ ແລະ ໄລຍະການເຕີບໃຫຍ່ຂະຫຍາຍຂອງກະຊວງມາເຖິງປັດຈຸບັນ. ຕະຫຼອດໄລຍະ 49 ປີຜ່ານມາ, ການປະຕິບັດໜ້າທີ່ຂອງຂະແໜງ ຜທ ເວົ້າລວມ, ກະຊວງ ຜທ ເວົ້າສະເພາະ ຊຶ່ງໃນເງື່ອນໄຂທີ່ປະເທດພວກເຮົາ ໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ອັນເນື່ອງຈາກໄດ້ຮັບຜົນກະທົບທັງທາງກົງ ແລະ ທາງອ້ອມຂອງການຜັນແປສະພາບການຂອງໂລກ-ພາກພື້ນ ແລະ ສະພາບຄວາມຫຍຸ້ງຍາກຕ່າງໆຂອງພາຍໃນປະເທດ ແຕ່ພາຍໃຕ້ການຊີ້ນໍາຂອງສູນກາງພັກ, ລັດຖະບານ, ການສະໜັບສະໜູນຊ່ວຍເຫຼືອຂອງຂະແໜງການ, ອົງການ ແລະ ທ້ອງຖິ່ນຕ່າງໆ ລວມທັງເພື່ອນມິດສາກົນ ບວກກັບຄວາມພະຍາຍາມສູງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້ຢ່າງເປັນເຈົ້າການ, ກະຊວງ ຜທ ໃນແຕ່ລະສະໄໝ ໄດ້ເຮັດໃຫ້ວຽກງານ ຜທ ໄດ້ຮັບການປັບປຸງ, ພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ ລວມທັງປະລິມານ ແລະ ຄຸນນະພາບ, ສາມາດປະຕິບັດບົດບາດເປັນເສນາທິການທີ່ເຂັ້ມແຂງ ໃຫ້ແກ່ລັດຖະບານໃນແຕ່ລະໄລຍະເປັນກ້າວໆມາ.

(ຂ່າວ-ພາບ: ສຸກສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version