Home ຂ່າວຕ່າງປະເທດ ກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມ G20

ກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມ G20

0

ຂ່າວສານຊີອາໄອ ລາຍງານວ່າ: ໃນຕອນບ່າຍວັນທີ 20 ກຸມພາ ຜ່ານມານີ້, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ກຸ່ມ G20 ໄດ້ຈັດຂຶ້ນຢູ່ສູນວາງສະແດງແຫ່ງຊາດຈອນເນັສເບີກ ປະເທດອາຟຣິກາໃຕ້. ທ່ານ ມາຕາເມລາ ຊີຣິວ ຣາມາໂຟຊາ ປະທານາທິບໍດີອາຟຣິກາໃຕ້ ໄດ້ກ່າວຄຳປາໄສໃນກອງປະຊຸມດັ່ງກ່າວ.

ກອງປະຊຸມທີ່ດຳເນີນເປັນເວລາ 2 ວັນໄດ້ສຸມໃສ່ສະພາບການປ່ຽນແປງຂອງການເມືອງພູມີພາກທົ່ວໂລກ, ພ້ອມທັງຄົ້ນຄວ້າພິຈາລະນາຜົນງານໃນໄລຍະທີ່ອາຟຣິກາໃຕ້ເປັນປະເທດປະທານກຸ່ມ G20.

ອາຟຣິກາໃຕ້ ໄດ້ເປັນປະເທດປະທານໝູນວຽນຂອງກຸ່ມ G20 ເລີ່ມແຕ່ເດືອນທັນວາປີ 2024 ແລະ ຈະຈັດກອງປະຊຸມໜ່ວຍວຽກງານ ປະມານ 130 ຄັ້ງ ແລະ ກອງປະຊຸມລະດັບລັດຖະມົນຕີ 23 ຄັ້ງ.

ຄຳຂວັນກອງປະຊຸມຄັ້ງນີ້ແມ່ນ “ສາມັກຄີ, ສະເໝີພາບກັບການພັດທະນາແບບຍືນຍົງ” ໂດຍຈະສຸມໃສ່ການພັດທະນາຂອງອາຟຣິກາ, ສະໜັບສະໜູນ “ວາລະຮອດປີ 2063” ຂອງສະຫະພາບອາຟຣິກາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version