Home ຂ່າວຕ່າງປະເທດ ເສດຖະກິດພາກເອກະຊົນຂອງຈີນ ຈະສືບຕໍ່ເພີ່ມພະລັງຂັບເຄື່ອນ ທີ່ເຂັ້ມແຂງໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກ

ເສດຖະກິດພາກເອກະຊົນຂອງຈີນ ຈະສືບຕໍ່ເພີ່ມພະລັງຂັບເຄື່ອນ ທີ່ເຂັ້ມແຂງໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກ

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ວັນທີ 17 ກຸມພາ ນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການ ການທະຫານສູນກາງຈີນ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາວິສາຫະກິດ ພາກເອກະຊົນຂອງຈີນ ແລະ ກ່າວຄຳປາໄສສຳຄັນອີກຄັ້ງໜຶ່ງ ໃນຮອບ 6 ປີ ເຊິ່ງສະແດງໃຫ້ເຫັນວ່າ: ຈີນ ໄດ້ສົ່ງສັນຍານອັນຈະແຈ້ງໃຫ້ແກ່ໂລກອີກຄັ້ງ ໜຶ່ງວ່າ: ເສດຖະກິດພາກເອກະຊົນຂອງຈີນ ບໍ່ພຽງແຕ່ເປັນສ່ວນປະກອບ ສຳຄັນຂອງເສດຖະກິດຈີນ ເທົ່ານັ້ນ, ຫາກຍັງເປັນກຳລັງຂັບເຄື່ອນທີ່ສຳຄັນ ເປັນຢ່າງຍິ່ງຕໍ່ການເຕີບໂຕຂອງເສດຖະກິດໂລກອີກດ້ວຍ. ການໄຂກອງ ປະຊຸມສຳມະນາຄັ້ງນີ້, ບໍ່ພຽງແຕ່ເປັນການຊີ້ທິດເຍືອງທາງໃຫ້ແກ່ການ ພັດທະນາເສດຖະກິດພາກເອກະຊົນໃນອະນາຄົດເທົ່ານັ້ນ, ຫາກຍັງຈະເພີ່ມ ພະລັງຂັບເຄື່ອນທີ່ເຂັ້ມແຂງໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກອີກດ້ວຍ.

ເສດຖະກິດພາກເອກະຊົນ ມີຖານະສຳຄັນໃນເສດຖະກິດຈີນ ເຊັ່ນ: ໄດ້ເສຍພາສີ ກວມ 50% ຂຶ້ນໄປ, ໄດ້ກວມຫລາຍກວ່າ 60% ຂອງລວມຍອດ ຜະລິດຕະພັນພາຍໃນ ຫລື GDP ຂອງຈີນ, ມີຜົນງານປະດິດສ້າງໃໝ່ ດ້ານເຕັກໂນໂລຊີ ຫລາຍກວ່າ 70%, ໄດ້ກວມຫລາຍກວ່າ 80% ຂອງການ ປະກອບອາຊີບໃນຕົວເມືອງ ແລະ ຈຳນວນວິສາຫະກິດ ໄດ້ກວມຫລາຍກວ່າ 90% ໃນຈຳນວນວິສາຫະກິດທົ່ວປະເທດຈີນ. ຕົວເລກຂໍ້ມູນເຫລົ່ານີ້ໄດ້ ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ເສດຖະກິດພາກເອກະຊົນຂອງຈີນ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຕະຫລອດຫລາຍສິບປີຜ່ານມາ ແລະ ກາຍເປັນສ່ວນປະກອບທີ່ສຳຄັນຂອງເສດຖະກິດຈີນ. ໃນສະພາບ ການຂອງເສດຖະກິດທົ່ວໂລກ, ເສດຖະກິດຈີນ ໄດ້ປະກອບສ່ວນປະມານ 30% ຕໍ່ການເຕີບໂຕຂອງເສດຖະກິດໂລກ, ສ່ວນເສດຖະກິດພາກເອກະຊົນ ຂອງຈີນ ໄດ້ເສີມຂະຫຍາຍບົດບາດທີ່ບໍ່ມີຫຍັງມາທົດແທນໄດ້.

ລັດຖະບານຈີນ ບໍ່ພຽງແຕ່ໄດ້ສະໜັບສະໜູນເສດຖະກິດພາກເອກະຊົນ ໃນດ້ານນະໂຍບາຍເທົ່ານັ້ນ, ຫາກຍັງໄດ້ອອກກົດໝາຍສະໜັບສະໜູນ ເສດຖະກິດພາກເອກະຊົນອີກດ້ວຍຄື ໃນທ້າຍປີຜ່ານມາ, ຮ່າງກົດໝາຍ ຊຸກຍູ້ການພັດທະນາເສດຖະກິດພາກເອກະຊົນ ເຊິ່ງເປັນກົດໝາຍ ພື້ນຖານກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ ສະບັບທຳອິດຂອງຈີນ ໄດ້ສະເໜີໃຫ້ກອງປະຊຸມຄະນະປະຈຳສະພາ ປະຊາຊົນແຫ່ງຊາດຈີນ ຄົ້ນຄວ້າພິຈາລະນາ ເຊິ່ງສະແດງໃຫ້ເຫັນວ່າ ລັດຖະບານຈີນ ພວມເລັ່ງລັດສ້າງສະພາບແວດລ້ອມການພັດທະນາ ທີ່ດີງາມກວ່າເກົ່າໃຫ້ແກ່ເສດຖະກິດພາກເອກະຊົນ ໂດຍຜ່ານວິທີການ ສ້າງກົດໝາຍ.

ການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດພາກເອກະຊົນຂອງຈີນ, ບໍ່ພຽງແຕ່ເປັນຄວາມຫວັງໃຫ້ແກ່ເສດຖະກິດຈີນເທົ່ານັ້ນ, ແຕ່ຍັງໄດ້ສ້າງ ໂອກາດໃໝ່ໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກອີກດ້ວຍ. ພາຍໃຕ້ສະພາບການທີ່ເສດຖະກິດທົ່ວໂລກຜະເຊີນໜ້າກັບຄວາມບໍ່ແນ່ນອນຫລາຍຢ່າງໃນປັດຈຸບັນ, ການພັດທະນາຢ່າງໜັກແໜ້ນ ແລະ ມີຄຸນນະພາບສູງຂອງເສດຖະກິດພາກເອກະຊົນຂອງຈີນ ຈະຊ່ວຍເພີ່ມ ພະລັງຂັບເຄື່ອນທີ່ເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດໂລກໃຫ້ນັບມື້ດີຂຶ້ນກວ່າເກົ່າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version