Home ຂ່າວຕ່າງປະເທດ ສປຊ ຈະເລີ່ມການເຄື່ອນໄຫວຢອດວັກຊິນປ້ອງກັນພະຍາດໂປລິໂອຢູ່ເຂດກາຊາອີກຄັ້ງໃໝ່

ສປຊ ຈະເລີ່ມການເຄື່ອນໄຫວຢອດວັກຊິນປ້ອງກັນພະຍາດໂປລິໂອຢູ່ເຂດກາຊາອີກຄັ້ງໃໝ່

0

ວິທະຍຸສາກົນແຫ່ງ ສປ ຈີນ, ກອງທຶນເພື່ອເດັກນ້ອຍ ຂອງອົງການສະ​ຫະປະ​ຊາ​ຊາດ ແລະ ອົງ​ການ​ອະ​ນາ​ໄມ​ໂລກ ​ປະ​ກາດ​ວ່າ: ຈະເລີ່ມການ​ເຄື່ອນ​ໄຫວຢອດວັກ​ຊິນປ້ອງ​ກັນ​ພະ​ຍາດ​ໂປ​ລິ​ໂອ​ ຢ່າງ​ຂະໜາດ​ໃຫຍ່ຢູ່​ເຂດ​ກາ​ຊາ​ ອີກຄັ້ງໃໝ່ເລີ່ມແຕ່ວັນທີ 22 ກຸມພາ ເປັນຕົ້ນໄປເພື່ອ​ປ້ອງ​ກັນເດັກ​ນ້ອຍ​ຢູ່​ເຂດ​ນີ້​ ໃຫ້ປັດ​ສະ​ຈາກ​ການ​ຕິດ​ແປດ​ເຊື້ອ​ພະ​ຍາດ. ຕາ​ມ​ຂ່າວ​ແຈ້ງວ່າ: ການ​ເຄື່ອນ​ໄຫວຢອດຢາ​ວັກ​ຊິນຄັ້ງ​ນີ້​​ແມ່ນ​ມີ​ຈຸດ​ປະ​ສົງເພື່ອຫລຸດ​ຜ່ອນຄວາມ​ແຕກ​ໂຕນ​ກັນດ້ານ​ພູມ​ຕ້ານ​ທານ, ປ້ອງ​ກັນບໍ່​ໃຫ້​ເຊື້ອພະ​ຍາດ​ແຜ່​ລາມກວ້າງ​ອອກ ແລະ ພະຍາຍາມເຮັດໃຫ້ການແຜ່​ລະ​ບາດ​ ຂອງ​ພະ​ຍາດ​ຄັ້ງ​ນີ້ສິ້ນ​ສຸດລົງໃນ​ທີ່​ສຸດ. ຄາດ​ວ່າ ​ຈະຢອດວັກ​ຊິນໃຫ້​ແກ່​ເດັກ​ນ້ອຍທີ່​ມີ​ອາ​ຍຸຕ່ຳ​ກວ່າ 10 ປີ ​ເປັນ​ຈຳ​ນວນ​ ເກືອບ 600.000​ ຄົນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version