Home ຂ່າວຕ່າງປະເທດ ໄທ ມາດຕະການໂຈມຕີການຫລອກລວງທາງໂທລະຄົມປະສົບຜົນສຳເລັດ

ໄທ ມາດຕະການໂຈມຕີການຫລອກລວງທາງໂທລະຄົມປະສົບຜົນສຳເລັດ

0

ວິທະຍຸ ສາກົນແຫ່ງ ສປ ຈີນ,ວັນ​ທີ 19 ກຸມ​ພາ​ນີ້, ທ່ານ​ ນາງ​ ແພ​ທອງ​ທານ, ຊິນ​ນະ​ວັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ກ່າວ​ວ່າ: ມາດ​ຕະ​ການ​ໂຈມ​ຕີ ​ການຫລອກ​ລວງ​ ທາງ​ໂທ​ລະ​ຄົມ ​ຂອງ​ໄທ ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ ຢ່າງ​ຈະ​ແຈ້ງ ແລະ ໄທ​ ຈະ​ສືບ​ຕໍ່​ ປາບປາມ ອາ​ຊະ​ຍາ​ກຳ​ ຂ້າມ​ຊາດ ​ຢ່າງ​ເຂັ້ມ​ງວດ. ພາຍຫລັງ ລັດ​ຖະ​ບານ​ໄທ ​ໄດ້​ຕັດ​ສາຍ​ສົ່ງ​ໄຟ​ຟ້າ ແລະ ຍຸດ​ຕິ​ການ​ບໍ​ລິ​ການ ​ດ້ານ​ອິນ​ເຕີ​ເນັດ​ ໃຫ້​ແກ່ ​ເຂດ​ທີ່​ຖືກ​ສົ່ງ​ໄສ ເປັນຈຸດຫລອກ​ລວງ ​ທາງ​ໂທ​ລະ​ຄົມ ​ທີ່​ຢູ່​ເຂດ​ຊາຍ​ແດນ​ໄທ-ມຽນ​ມາ ທັງຍຸດ​ຕິ​ການ​ສະ​ໜອງ ​ນ້ຳ​ມັນ​ເຊື້ອ​ໄຟອີກ. ​ການນຳໃຊ້ພະ​ລັງ​ງານ​ໄຟ​ຟ້າ​ ຂອງເຂດ​ແຄວ້ນ ​ທີ່​ກ່ຽວ​ຂ້ອງ​ຂອງ​ມຽນ​ມາ ໄດ້ຫລຸດ​ລົງ​ ປະ​ມານ 40%, ມີ​ບຸກ​ຄົນ ​ທີ່​ກ່ຽວ​ຂ້ອງ​ກັບ ​ການຫລອກ​ລວງ​ ທາງ​ໂທ​ລະ​ຄົມ ຫລາຍກວ່າ 300 ຄົນ​ ຖືກ​ສົ່ງໄປໄທ ແລະ ຍັງ​ມີ​ອີກ​ ປະ​ມານ 7.000 ຄົນ​ ກຽມ​ຈະ​ຖືກ​ສົ່ງໄປໄທ, ການ​ປະ​ຕິ​ບັດ​ງານ​ ທີ່​ກ່ຽວ​ຂ້ອງ​ ໄດ້​ຮັບ​ຜົນ​ງານ​ຢ່າງ​ຈະ​ແຈ້ງ. ທ່ານ​ ນາງ ​ແພ​ທອງ​ທານ ຊິນ​ນະ​ວັດ ​ກ່າວ​ຕື່ມ​ວ່າ: ລັດ​ຖະ​ບານ​ໄທ​ ຍັງ​ໄດ້​ຜ່ານມະ​ຕິ​ ດັດ​ແກ້​ກົດ​ໝາຍ ຢ່າງສຸກເສີນສະ​ບັບ​ໜຶ່ງ ເພື່ອ​ເພີ່ມ​ທະ​ວີ ​ການປາບປາມ ອາ​ຊະ​ຍາ​ກຳ ແລະ ການຫລອກ​ລວງ​ ທາງ​ອິນ​ເຕີ​ເນັດ ໂດຍ​ຮຽກ​ຮ້ອງ​ ໃຫ້​ສະຖາບັນການເງິນ, ບໍ​ລິ​ສັດ​ ໂທ​ລະ​ຄົມ ແລະ ສື່​ສັງ​ຄົມ​ອອນ​ລາຍ ​ຕ້ອງ​ຮັບ​ຜິດ​ຊອບ​ ສ່ວນ​ໜຶ່ງ ໃນກໍລະນີ ທີ່ຜູ້​ຖືກ​ເຄາະ​ຮ້າຍໃນຄະດີ ຫລອກ​ລວ​ງ​ ທາງ​ໂທລະ​ຄົມ ​ແລະ​ ອິນ​ເຕີ​ເນັດ. ຄາດ​ວ່າ​ ມະຕິດັ່ງກ່າວ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ ໃນ​ໄວໆ​ນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version