ວັນທີ 10 ກຸມພາ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ພ້ອມຄະນະຕິດຕາມ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ, ເຂົ້າຮ່ວມບຸນນະມັດສະການພຣະທາດສີໂຄດຕະບອງ ແລະ ໄດ້ໂອ້ລົມພະນັກງານການນໍາຫລັກແຫລ່ງຂອງແຂວງ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ບັນດາການນໍາຂອງແຂວງ, ການນໍາເມືອງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສະເຫລີມໄຊ ກົມມະສິດ ໄດ້ມີຄຳເຫັນແລກປ່ຽນ ແລະ ໃຫ້ທິດຊີ້ນຳຕໍ່ການນຳແຂວງຄໍາມ່ວນ ໂດຍໄດ້ເນັ້ນໃຫ້ເອົາໃຈເພີ່ມທະວີມາດຕະການສະກັດກັ້ນການກໍ່ອາຊະຍາກໍາຂ້າມຊາດ, ການແກ້ໄຂບັນຫາຢາເສບຕິດ, ສິ່ງທີ່ຜິດກົດໝາຍຕ່າງໆ ໃຫ້ຖືເປັນວຽກບູລິມະສິດສໍາຄັນ; ສຸມໃສ່ປຸກລະດົມມວນຊົນທົ່ວສັງຄົມມີສ່ວນຮ່ວມໃນການກະກຽມກອງປະຊຸມ 3 ຂັ້ນ ກໍຄື ກອງປະຊຸມໃຫຍ່ອົງຄະນະພັກແຂວງ ໃຫ້ເປັນຂະບວນ ແລະ ປະ ກອບສ່ວນເຂົ້າໃນບັນດາເຫດການສໍາຄັນຕ່າງໆ ໃນປີ 2025; ສຸມໃສ່ທ່າແຮງບົ່ມຊ້ອນຂອງແຂວງໃນການຊອກແຫລ່ງລາຍຮັບໃຫ້ມີການຄຸ້ມຄອງທີ່ດີ, ມີມາດຕະການສອດຄ່ອງກັນ. ນອກນີ້, ຍັງໄດ້ໃຫ້ທິດຊີ້ນຳໃນຫລາຍບັນຫາສຳຄັນທີ່ຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.
ໃນໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ກໍໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍສັງເຂບ ໃນໄລຍະ 1 ປີຜ່ານມາ ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວໃນລະດັບ 6,05%, ລວມຍອດຜະລິດຕະພັນ ບັນລຸໄດ້ 24,452 ຕື້ກີບ, ເທົ່າກັບ 119,71%, ລາຍຮັບສະເລ່ຍຕໍ່ຫົວຄົນ 53 ລ້ານກີບ/ຄົນ ຫລື ເທົ່າກັບ 2.469 ໂດລາສະຫະລັດ; ດ້ານວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແມ່ນໄດ້ສຸມທຶນຮອນ, ງົບປະມານເຂົ້າໃນການປັບປຸງພື້ນຖານໂຄງລ່າງ, ຂົວ, ຊົນລະປະທານ, ຈັດສັນເນື້ອທີ່ທໍາການຜະລິດ, ສະໜອງສັດລ້ຽງ, ກໍ່ສ້າງຕາຂ່າຍໄຟຟ້າ, ກໍ່ສ້າງໂຮງຮຽນ, ໂຮງໝໍນ້ອຍ ແລະ ອື່ນໆ ປຸກ ລະດົມບໍລິສັດລົງທຶນພາຍໃນ ແລະ ຕ່າງປະເທດ ເຂົ້າຊ່ວຍໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ປັດຈຸບັນທົ່ວແຂວງມີບ້ານພົ້ນທຸກ 480 ບ້ານ ກວມເອົາ 84,2%, ບ້ານທຸກຍາກຍັງເຫລືອ 90 ບ້ານ ເທົ່າກັບ 15,8%, ເມືອງທຸກຍາກ 3 ເມືອງ. ສຳລັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຮອດວັນທີ 9 ກຸມພາ 2025 ສາມາດຈັດເກັບລາຍຮັບງົບປະມານໄດ້ທັງໝົດ 579 ຕື້ກີບ ເທົ່າກັບ 14,69% (ແຜນການ 3.947 ຕື້ກີບ). ໃນນີ້ ລາຍຮັບສູນກາງປະຕິບັດໄດ້ 113 ຕື້ກີບ ເທົ່າກັບ 8,99% (ແຜນການ 1.257 ຕື້ກີບ), ລາຍຮັບທ້ອງຖິ່ນປະຕິບັດໄດ້ 472 ຕື້ກວ່າກີບ ເທົ່າກັບ 17,55% (ແຜນການ 2.690 ຕື້ກີບ) ແລະ ດ້ານລາຍຈ່າຍປະຕິບັດໄດ້ 13 ຕື້ກວ່າກີບ ເທົ່າກັບ 1,76% (ແຜນການປີ 792 ຕື້ກີບ). ສໍາລັບພາກສະເໜີຕໍ່ລັດຖະບານ ຂໍງົບປະມານຊ່ວຍເຫລືອກໍ່ສ້າງເສັ້ນທາງເລກທີ 12, ລະບົບຊົນລະປະທານ, ກໍ່ສ້າງເສັ້ນທາງລົດໄຟ ແລະ ກໍ່ສ້າງຕາຝັ່ງເຈື່ອນໃນເຂດແຂວງຄໍາມ່ວນ.
ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມໂຮງງານ ຄໍາມ່ວນ ອຸດສາຫະກຳທໍ່ ຢູ່ເຂດເສດຖະກິດພິເສດ ເຊິ່ງແມ່ນການລົງທຶນຂອງນັກລົງທຶນຈາກ ສປ ຈີນ ເປັນໂຮງງານຂະໜາດໃຫຍ່, ຜະລິດເພື່ອຮັບໃຊ້ໃນພາກ ອຸດສາຫະກຳ ແລະ ພາກກະສິກຳພາຍໃນ ແລະ ຕ່າງປະເທດ; ຢ້ຽມຢາມ ຄອບຄົວຕົວແບບ ອໍລະໄທຟາມ ຢູ່ບ້ານໜອງບົວຄໍາ ແລະ ໂຄງການພັດທະນາປັບປຸງແກ້ໄຂຄວາມທຸກຍາກຂອງປະຊາຊົນ ບ້ານກາບູດຊຽງແຫວນ ເມືອງທ່າແຂກ ທີ່ໄດ້ຮັບການຊ່ວຍເຫລືອຈາກ ບໍລິສັດຊີໂນ ອາກຣີ ໂປຕາສ ຈໍາກັດ ຕື່ມອີກ.